ເມື່ອກິນເຫັດເບື່ອເຂົ້າໄປ ອາການຈະເປັນແນວໃດ ?


ຫລັງຈາກທ່ານກິນເຫັດເບື່ອເຂົ້າໄປ ທ່ານຈະມີອາການວິນຫົວ, ປຸ້ນທ້ອງ, ຮາກ, ເຈັບທ້ອງ, ຖ່າຍແຫລວ ເປັນຕົ້ນ, ບໍ່ຄວນຊື້ຢາມາກິນເອງ ຫລື ປິ່ນປົວກັບທ່ານໝໍພື້ນເມືອງ, ແຕ່ຈະຕ້ອງຮີບນຳໂຕສົ່ງໄປໂຮງໝໍໂດຍໄວທີ່ສຸດ, ແຈ້ງປະຫວັດການກິນເຫັດໂດຍລະອຽດ ພ້ອມທັງເອົາໂຕຢ່າງເຫັດທີ່ທ່ານກິນເຂົ້າໄປນັ້ນໄປໂຮງໝໍນຳ ແລະ ຄວນນອນຮັບການປິ່ນປົວຢູ່ໂຮງໝໍ ຫລື ນັດຕິດຕາມອາການທຸກມື້ ຈົນກ່ວາຈະເຊົາດີເປັນປົກກະຕິ.
ເນື່ອງຈາກເຫັດເບື່ອມີຫລາກຫລາຍຊະນິດ ເຊິ່ງເຫັດເບື່ອຊະນິດທີ່ຮ້າຍແຮງຈະເຮັດໃຫ້ປຸ້ນທ້ອງຮາກ ພາຍໃນ 24 ຊົ່ວໂມງທຳອິດ, ແຕ່ຫລັງຈາກຜ່ານ 24 ຊົ່ວໂມງໄປແລ້ວ ອາດມີອາການຮຸນແຮງຫລາຍກ່ວາເກົ່າຕາມມາ ນັ້ນກໍແມ່ນ ການເຮັດວຽກຂອງຕັບ ແລະ ໝາກໄຂ່ຫລັງລົ້ມເຫລວ ຈຶ່ງເຮັດໃຫ້ທ່ານເສຍຊີວິດໄດ້.
ສະນັ້ນ, ເມື່ອໄດ້ຮັບອັນຕະລາຍຈາກການກິນເຫັດເບື່ອ ຂໍແນະນຳໃຫ້ທ່ານໄປໂຮງໝໍຈະດີກ່ວາ ເນື່ອງຈາກເຫັດເບື່ອໃນປະເທດເຮົາກໍມີຢູ່ຫລາກຫລາຍຊະນິດ ບາງຊະນິດກໍຄ້າຍຄືກັບເຫັດທຳມະດາທີ່ສາມາດກິນໄດ້ ຈົນບໍ່ສາມາດໄຈ້ແຍກອອກໄດ້ວ່າມີພິດເບື່ອຫລືບໍ່.