ການປູກໝາກມັງກອນ

ການປູກໝາກມັງກອນ - 998 - ການປູກໝາກມັງກອນ
ການປູກໝາກມັງກອນ - kitchen vibe - ການປູກໝາກມັງກອນ

ຮຽບຮຽງ​ໂດຍ: ສີ​ອຳມອນ ​ໄຊ​ຍະ​ລາດ

ລັກສະນະ​ທົ່ວ​ໄປ.

ການປູກໝາກມັງກອນ - Visit Laos Visit SALANA BOUTIQUE HOTEL - ການປູກໝາກມັງກອນ

ໝາກ​ມັງກອນ Dragon Fruit ​ເປັນ​ພືດ​ຕະກຸນ​ດຽວ​ກັບຕົ້ນກະ​ບອງ​ເພັດ​ຢູ່​ໃນ​ຕະກຸນ Hylocereusssp. ມີ​ຮາກ​ເປັນ​ລະບົບ​ຮາກຝອຍ, ລຳຕົ້ນມີ​ສີຂຽວ​ລັກ ສະ​ນະ​ອວຍ​ນ້ຳ, ​ເປັນ​ຫລ່ຽມ ​ແລະ ມີ​ໜາມ​ຢູ່​ຕາມ​ຫລ່ຽມ​ເປັນ​ຈຸດໆ ມີ​ລັກສະນະ ຄ້າຍຄື​ກັນ​ກັບຕົ້ນ​ໂບຕັນ​ທີ່​ໃຊ້​ປູກ​ເປັນ​ດອກ​ໄມ້​ປະດັບ, ​ແຕ່​ວ່າ​ຕົ້ນ​ໂບຕັນ​ພາຍຫລັງ​ດອກ​ບານ​ແລ້ວ​ຈະ​ຫ່ຽວ​ແຫ້ງ ​ແລະ ຫລົ່ນ​ລົງ​ໄປ​ໂດຍ​ບໍ່​ເປັນ​ໝາກ.

ການປູກໝາກມັງກອນ - 56988 - ການປູກໝາກມັງກອນ

ດອກ​ໝາກ​ມັງກອນ​ເປັນ​ດອກ​ດ່ຽວ​ສົມບູນ​ເພດ​ອອກ​ບໍລິ​ເວນ​ປາຍ​ຂອງ​ຂໍ້​ສຸດ​ທ້າຍ, ອອກດອກ​ໄລຍະ 8-10 ​ເດືອນ​ຂຶ້ນກັບ​ການ​ບົວລະບັດ​ຮັກສາ, ດອກ​​ໃນ ​ໄລຍະ​ທຳ​ອິດ​ຈະມີ​ລັກສະນະ​ເປັນ​ຕຸ່ມ​ສີຂຽວ​ປະມານ 14 ມື້ ຈຶ່ງ​ກາຍ​ເປັນ​ດອກ ສົມບູນ, ​ເມື່ອ​ດອກ​ບານ​ເຕັມທີ່​ຈະ​ມີ​ຂະໜາດ 25-30 ຊັງຕີ​ແມັດ, ປະກອບ​ດ້ວຍ ກີບ​ດອກ​ເສັ້ນສີຂຽວ​ອ່ອນ​ຖັດ​ແມ່ນ​ກີບ​ດອກ​ສີຂາວ, ມີ​ຄວາມ​ຍາວ​ປະມານ 30 ຊັງ​ຕີ​ແມັດ, ​ໂດຍ​ຈະ​ບານ​ສະ​ເພາະ​ເວລາ​ກາງຄືນ​ຫລັງ​ຈາກ​ບານ​ເຕັມທີ່​ແລ້ວ ດອກ​ກໍ​ຈະ​ຄ່ອຍໆ​ຫ່ຽວ ​ແລະ ຫລົ່ນ​ພາຍ​ໃນ 2-3 ມື້ ​ເຫລືອ​ໄວ້​ແຕ່​ໝາກ​ໂດຍ ຊ່ວງ​ອອກດອກ​ຊຸດ​ທຳ​ອິດ​ແມ່ນ​ໃນ​​ເດືອນ​ເມສາ ​ແລະ ຊຸດ​ທີ 2 ​ເດືອນ​ກັນຍາ.

ໝາກ​ມີ​ລັກສະນະ​ກົມ​ຮູບ​ໄຂ່, ໝາກ​ທີ່​ມີ​ສີຂຽວ​ຈະ​ປ່ຽນ​ເປັນ​ສີ​ບົວ​ແດງ​ເມື່ອ​ແກ່ ​ເປືອກ​ໜາ 0,3-0,5 ຊັງ​ຕີ​ແມັດ, ມີ​ກີບ​ລ້ຽງ​ຮອບໆ 5-10 ກີບ/ໜ່ວຍ, ນວນ ດ້ານ​ໃນ​ຂອງ​ໝາກ​ມີ​ທັງ​ສີ​ແດງ  ​ແລະ ສີຂາວ ຂຶ້ນກັບ​ສາຍ​ພັນ, ພາຍ​ໃນ​ນວນ ຈະ​ມີ​ເມັດ​ສີດຳ​ຂະໜາດ​ນ້ອຍ​ຈຳນວນ​ຫລາຍ​ໝາກ​ທີ່​ຕິດ​ແລ້ວ​ຈະ​ໃຊ້​ເວລາ​ຈະ​ ​ເລີ​ນ​ເຕີບ​ໃຫຍ່​ຈົນ​ແກ່​ປະມານ 20-45 ວັນ. ຕົ້ນໝາກ​ມັງກອນ​ເປັນ​ໄມ້​ໃຫ້​ໝາກ​ທີ່ ບໍ່​ເລືອກ​ຊະນິດ​ຂອງ​ດິນ​ບໍ່​ວ່າ​ຈະ​ເປັນ​ດິນ​ຄ້ອຍ​ຊັນ, ດິນຊາຍ ຫລື ດິນ​ໜຽວ​ກໍ​ສາມາດ​ຈະ​ເລີ​ນ​ເຕີບ​​ໂຕ ​ແລະ ​ໃຫ້​ຜົນ​ຜະລິດ​ໄດ້, ​ແຕ່​ວ່າການ​ລະບາຍ​ນ້ຳຕ້ອງດີ, ນ້ຳບໍ່​ຂັງ ​ແລະ ບໍ່​ປຽກ​ຊຸ່ມ​ຫລາຍ, ຖ້າ​ແມ່ນ​ດິນຊາຍ​ແກມ​ຕົມ​ຍິ່ງ​ເໝາະ​ສົມ​ທີ່​ສຸດ ​ເພາະ​ສາມາດ​ລະບາຍ​ນ້ຳ​ໄດ້​ດີ. ສຳລັບ​ສາຍ​ພັນ​ໝາກ​ມັງກອນ​ທີ່​ນິຍົມ​ປູກ​ກັນ ຢູ່ ສປປ ລາວ ​ໃນ​ປັດຈຸບັນ ​ແມ່ນ​ໝາກ​ມັງກອນ​ສາຍ​ພັນ​ຫວຽດນາມ, ມີ​ຖິ່ນ​ກຳ​ເນີ​ດ​ໃນ​ແຖບ​ອາ​ເມ​ລິ​ກາ ​ເຊິ່ງມີ​ສອງ​ສາຍ​ພັນ​ໄດ້​ແກ່​ສາຍ​ພັນ​ເນື້ອຂາວ​ເປືອກ​ແດງ ​ແລະ ສາຍ​ພັນ​ເນື້ອ​ແດງ​ເປັນຕົ້ນ.

ການປູກໝາກມັງກອນ - 55865 - ການປູກໝາກມັງກອນ

ການ​ຂະຫຍາຍ​ພັນ

            ຕົ້ນມັງກອນ​ນິຍົມ​ໃຊ້​ກິ່ງ​ປັກ​ຊຳ ​ເນື່ອງ​ຈາກ​ເປັນ​ວິທີ​ທີ່​ງ່າຍ ​ແລະ ສະດວກ ​ໂດຍ​ມີ​ຂັ້ນຕອນ​ຄື: ​ເລືອກ​ເອົາ​ສະ​ເພາະ​ກິ່ງ​ທີ່​ແກ່​ທີ່​ມີ​ອາຍຸ​ປູກ​ມາ​ແລ້ວ​ຫລາຍ​ກວ່າ 1 ປີ​ໃນ​ການ​ປັກ​ຊຳ, ຢ່າ​ໃຊ້​ກິ່ງ​ອ່ອນ​​ເພາະ​ຈະ​ເນົ່າ​ເສຍ​ເມື່ອ​ໃຊ້​ກິ່ງ​ແກ່​ມາ ປັກ​ຊຳ​ໂອກາດ​ລອດ​ແມ່ນ​ມີ​ສູງ. ກິ່ງ​ແກ່​ໃນ​ແຕ່​ລະ​ກິ່ງ​ສາມາດ​ຕັດ​ເປັນ​ທ່ອນ​ໄດ້ ຫລາຍ​ທ່ອນ ​ໂດຍ​ໃຫ້​ມີ​ຄວາມ​ຍາວ​ປະມານ 30 ຊັງ​ຕີ​ແມັດ ​ແລ້ວ​ປັກ​ທາງ​ກົກ ລົງ​ດິນ, ກ່ອນ​ການ​ປັກ​ຊຳ​ໃຫ້​ນຳ​ກິ່ງ​ໄປ​ຈຸ່ມ​ໃນ​ນ້ຳຢາ​ເລັ່ງຮາກ​ເລິກ​ປະມານ 10 ຊັງ​ຕີ​ແມັດ, ​ແຊ່​ປະ​ໄວ້ 10 ຊົ່ວ​ໂມງ ​​ແລ້ວ​ນຳ​ໄປ​ຕັ້ງລຽນ​ກັນ​ໄວ້​ໃນ​ບ່ອນ​ຮົ່ມ   7-10 ມື້ ຈົນ​ກິ່ງ​ເລີ່​ມຫ່ຽວ​ກ່ອນ​ນຳ​ໄປ​ປັກ​ຊຳ.

ການ​ກຽມ​ບ່ອນ​ປັກ​ຊຳ

            ​ໃຫ້​ເປັນ​ໜ້າດິນ​ໃຫ້​ລຽບ​ນຳ​ຂີ້​ແກບ​ເຜົາ​ລົງ​ໃນ​ໜານ​ໃຫ້​ມີ​ຄວາມ​ໜາ​ປະມານ 1 ຄືບ, ຖ້າ​ບ່ອນ​ປັກ​ຊຳ​ຢູ່​ກາງ​ແຈ້ງ​ຈະ​ຕ້ອງ​ມຸງ​ດ້ວຍ​ຕາໜ່າງກັນ​ແສງ ຈາກ​ນັ້ນນຳ​ກິ່ງ​ທີ່​ຈຸ່ມ​ນ້ຳຢາ​ເລັ່ງຮາກ​ມາ​ແລ້ວ​ປັກ​ຊຳ​ໃຫ້​ເລີກ​ປະມານ 10 ຊັງ​ຕີ ​ແມັດ, ຫົດ​ນ້ຳ 2-3 ຄັ້ງຕໍ່​ວັນ, ຫລັງ​ຈາກ​ປັກ​ຊຳ​ໄດ້ 1 ​ເດືອນ ກິ່ງ​ຊຳ​ກໍ​ຈະ​ເລີ່​ມ ອອກ​ຮາກ ​ແລະ ຍ້າຍ​ໄປ​ປູກ​ລົງ​ຂຸມ​​ໄດ້. ການ​ສັງ​ເກດ​ວ່າ​ກິ່ງ​ທີ່​ນຳ​ໄປ​ປັກ​ຊຳນັ້ນ ມີ​ຮາກ​ທີ່​ສົມບູນ​ໃຫ້​ສັງ​ເກດ​ຈາກ​ການ​ແຕກ​ຂອງ​ຍອດ​ອ່ອນ.

   ວິທີ​ການ​ປູກ.

ຕົ້ນໝາກ​ມັງກອນ​ເປັນ​ພືດ​ທີ່​ລຳຕົ້ນອ່ອນ​ແອ ​ແລະ ບໍ່​ແຂງ​ແຮງ, ການ​ປູກ​ຈຳ​ ​ເປັນ​ຕ້ອງ​ໄດ້​ໃຊ້​ໄມ້​ເຮັດ​ຫລັກ​ໃຫ້​ເປັນ​ທີ່ຢຶດ​ເກາະ​ຂອງ​ລຳຕົ້ນ, ​ເຊິ່ງຫລັກ​ຕ້ອງ ​ໃຊ້​ໄມ້​ເນື້ອ​ແຂງ ຫລື ​ເສົາ​ຊີ​ເມັນ​ກໍ​ໄດ້, ຝັງ​ເສົາ​ຊີ​ເມັນ​ລົງ​ດິນ​ປະມານ 0,5 ​ແມັດ, ​ເສົາ​ສູງ​ປະມານ 1,5 – 2 ​ແມັດ ສ່ວນ​ເທິງ​ຂອງ​ເສົາ​ເຮັດ​ເປັນ​ຮ້ານ ​ເພື່ອ​ໃຫ້​ກິ່ງ  ​ເກາະ​ແຜ່​ຂະຫຍາຍຕົວ​ອອກ​ໄປ. ​ໄລຍະ​ປູກ 3X3 ​ແມັດ/ຫລັກ. ຂຸດ​ຂຸມ​ປູກ​ໃຫ້​ໄດ້​ຂະໜາດ 30X30X30 ຊັງ​ຕີ​ແມັດ ອ້ອມ​ຫລັກໆ​ລະ 4 ຂຸມ​ສຳລັບ​ປູກ​ຂຸມ ລະ 1 ຕົ້ນ. ຈາກ​ນັ້ນຮອງ​ພື້ນຂຸມ​ດ້ວຍ​ຝຸ່ນ​ຄອກ​ເກືອບ​ເຕັມ​ຂຸມ​ແລ້ວ​ນຳ​ເອົາ​ຕົ້ນ ມັງກອນ​ລົງ​ຂຸມ​ພ້ອມ​ເອົາ​ດິນ​ຖົມ​ໃຫ້​ເຕັມ, ຈາກ​ນັ້ນ ມັດ​ລຳຕົ້ນດ້ວຍ​ເຊືອກ​ຕິດ ກັບ​ຫລັກ​ເພື່ອ​ບໍ່​ໃຫ້​ຕົ້ນລົ້ມ ຫລື ຫັກ, ການ​ປູກ​ບໍ່​ຄວນ​ປູກ​ໃນ​ລະດັບ​ເລີກ​ກວ່າ​ລະ ດັບ​ໃນ​ຖົງ​ຊຳ. ພາຍຫລັງ​ປູກ​ແລ້ວ​ຄວນ​ໃຊ້​ເຟືອງ​ຄຸມ​ຕົ້ນ​ໃນ​ລັດສະໝີ 50 ຊັງ​ຕີ ​ແມັດ ​ເພື່ອ​ໃຫ້​ບໍລິ​ເວນ​ຕົ້ນຊຸ່ມ​ເຢັນ ​ແລະ ບັງ​ແສງ​ແດດ​ໃຫ້​ປະມານ 1-2 ອາທິດ, ການ​ປູກ​ໃນ​ເນື້ອທີ 1 ​ໄລ່ ສາມາດ​ປູກ​ໄດ້ 100 ຫລັກຕໍ່ 400 ຕົ້ນ ​ແລະ ການ​ປູກ​ທີ່​ດີ​ຕ້ອງ​ມີ​ການ​ຍົກ​ຮ່ອງ ​ເພື່ອ​ປ້ອງ​ກັນນ້ຳຂັງ​ໃນ​ຊ່ວງ​ລະດູຝົນ.

ການ​ບົວລະບັດ​ຮັກສາ.

ຕົ້ນໝາກ​ມັງກອນ​ເປັນ​ພືດ​ຕະກຸນ​ດຽວ​ກັນ​ກັບ​ກະບອງ​ເພັດ​ໃນ​ເຂດ​ຮ້ອນ​ທົນ ​ແລ້ງ​ໄດ້​ດີ​ບໍ່​ມັກ​ນ້ຳ, ​ໃນ​ລະດູ​ໜາວ ​ແລະ ລະດູ​ຮ້ອນ​ຄວນ​ໃຫ້​ນ້ຳອາທິດ​ລະຄັ້ງ, ສ່ວນ​ລະດູຝົນ​ແມ່ນ​ບໍ່​ຕ້ອງ​ຫົດ​ເລີຍ, ​ໃນ​ຊ່ວງ​ປູກ​ທຳ​ອິດ​ຄວນ​ນຳ​ເສດ​ຫຍ້າ ຫລື ​ເຟືອງ​ມາ​ປົກ​ຄຸມ​ໄວ້ ​ແລະ ​ໃຫ້​ນ້ຳ 3-4 ວັນ/ຄັ້ງ, ​ເມື່ອ​ຮາກ​ຂະຫຍາຍຕົວ​ລົງ​ສູ່ ດິນ​ແລ້ວ​ໃຫ້​ສັງ​ເກດ​ບໍລ​ິ​ເວນ​ໜ້າດິນ, ຖ້າ​ດິນ​ແຫ້ງ​ຫລາຍ​ຈຶ່ງ​ໃຫ້​ນ້ຳ ​ແຕ່​ຖ້າ​ໃຫ້ ນ້ຳ​ໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປ​ເກີດ​ມີນ້ຳຂັງ​ຈະ​ເຮັດ​ໃຫ້​ບໍລິ​ເວນ​ລຳຕົ້ນປ່ຽນ​ເປັນ​ສີຂຽວ​ເຫລືອງ ​ແລະ ​ເກີດ​ອາການ​ຮາກ​ເນົ່າ​ພາຍ​ໃນ 1 ອາທິດ. ຫາກ​ມີ ອາການ​ຮາກ​ເນົ່າ​ເກີດ​ຂຶ້ນຕ້ອງ​ຕັດ​ສ່ວນ​ທີ່​ເນົ່າ​ນັ້ນຖິ້ມ, ​ເພື່ອ​ບໍ່​ໃຫ້​ມີ​ການ​ຂະຫຍາຍ​ໄປ​ບ່ອນ​ອື່ນ ​ແລ້ວ​ເມື່ອ​ແຜ​ແຫ້ງ​ດີ​ຈຶ່ງ​ນຳ​ເອົາ​ໄປ​ປູກ​ໃໝ່. ​ແຕ່​ຖ້ານ້ຳ ​ໃນ​ປະລິມານ​ທີ່​ໜ້ອຍ​ເກີນ​ໄປ​ລຳຕົ້ນຈະ​ແຫ້ງ ປ່ຽນ​ເປັນ​ສີ​ເຫລືອງ​ຈົນ​ແຫ້ງ​ຕາຍ, ການຈະ​ຟື້ນຟູ​ໃຫ້​ກັບ​ຄື​ສູ່​ສະພາບ​ເດີມ​ໄດ້​ຕ້ອງ​ໄດ້​ໃຊ້​ເວລາ​ຍາວ​ນານ. ດັ່ງນັ້ນ, ປະລິມານ​ນ້ຳຕ້ອງ​ເໝາະ​ສົມ ​ເຊິ່ງຂຶ້ນກັບ​ສະພາບ​ຂອງ​ດິນ ​ແລະ ຄວາມ​ຊຸ່ມ​ໃນ ​ແຕ່ລະ​ທ້ອງ​ຖິ່ນ.

ການປູກໝາກມັງກອນ - 6698 - ການປູກໝາກມັງກອນ

-ການ​ໃສ່​ຝຸ່ນ ​ແລະ ປຸ໋ຍ ຕາມ​ປົກກະຕິ​ແລ້ວ​ຕົ້ນໝາກ​ມັງກອນ​ມີ​ຄວາມ ​ແຂງ​ແຮງ​ໃນ​ການຈະ​ເລີ​ນ​ເຕີບ​ໂຕ​ບໍ່​ໃຫ້​ຝຸ່ນ​ກໍ​ສາມາດ​ອອກດອກ ​ແລະ ຕິດ​ໝາກ​ໄດ້, ​ແຕ່​ຖ້າ​ຕ້ອງການ​ຜະລິດ​ໃຫ້​ໄດ້​ຄຸນ​ນະພາ​ບ, ​ເປັນ​ໝາກ​ຫລາຍ ​ແລະ ມີ​ຂະໜາດ​ໃຫຍ່ ການ​ໃສ່​ຝຸ່ນ​ກໍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ​ໃນ ຊ່ວງ​ທຳ​ອິດ​ຂອງ​ການ​ປູກ​ຄວນ​ໃຫ້​ປຸ໋ຍສູດ 46:00:00 ຫລື 15:00:00 ​ເດືອນ​ລະ​ຄັ້ງ. ​ແຕ່​ຈະ​ຕ້ອງ​ນຳ​ໃຊ້​ຢ່າງ​ຖືກຕ້ອງ​ຄື​ຊ່ວງ​ເດືອນ​ພະຈິກ-ກຸມພາ ​ເປັນ​ຊ່ວງ​ທີ່​ມີ​ການຈະ​ເລີ​ນ​ເຕີບ​ໂຕ, ປຸ໋ຍທີ່​ໃສ່​ຈະ ຕ້ອງ​ມີ​ທາດ​ອາຫານ N,P,K ​ໃນ​ປະລິມານ​ເທົ່າໆ​ກັນ​ຄື​ສູດ 15:15:15 ຫລັກ​ລະ 1-2 ບ່ວງ​ແກງ ​ແລະ ​ໃນ​ຊ່ວງ​ເດືອນ​ມີນາ ​ເປັນ​​ໄລຍະ​ທີ່​ເລັ່ງຕາດ​ອກ, ຄວນ​ໃສ່​ປຸ໋ຍທີ່​ມີ​ທາດ​ແຄນ​ຊຽມສູງ ວິທີ​ການ​ໃສ່ ຄື​ການ​ປະສົມ​ກັບ​ນ້ຳ​ໃນ​ອັດຕາ​ສ່ວນ​ທີ່​ເໝາະ​ສົມ​ໂດຍ​ຄຳນຶງ​ເຖິງ​ໄລຍະ  ການຈະ​ເລີ​ນ​ເຕີບ​ໂຕ​ເປັນ​ຫລັກ. ນອກຈາກ​ນີ້ ຍັງ​ສາມາດ​ໃສ່​ຝຸ່ນ​ຄອກ ​ເສີມ 2-3 ຄັ້ງ/​ເດືອນ ​ໃນ​ອັດຕາ 5 ກິ​ໂລ​ຕໍ່​ຫລັກ.

– ການ​ບົວລະບັດ​ຮັກສາ​ໃນ​ໄລຍະ​ທີ່​ລຳຕົ້ນຍັງ​ເລືອ​ເກາະ​ຕິດ​ກັບ​ເສົາ​ບໍ່ ຄວນ​ໃຫ້​ມີ​ການ​ແຕກ​ແໜງ ຫລື ​ເມື່ອ​ມີ​ແໜງ​ແຕກ​ຂຶ້ນມາ​ໃຫ້​ກໍ​ຄວນ​ຕັດ ຖິ້ມ, ​ເພື່ອ​ຕ້ອງການ​ໃຫ້​ລຳຕົ້ນມີ​ຄວາມ​ແຂງ​ແຮງ​ເລືອ​ຂຶ້ນສູ່​ຍອດ​ເສົາ ​ໂດຍ​ສ່ວນ​ທີ່​ຍຶດ​ເສົາ​ມີ​ໂຕ​ຮອງ​ຮັບ​ທີ່​ຫໍ່​ດ້ວຍ​ຊີ​ເມັນ, ມີ​ຊ່ອງ​ຫວ່າງ​ໃຫ້ 4 ຊ່ອງ ຕາມ​ຈຳນວນ​ທີ່​ປູກ. ຕ້ອງ​ໄດ້​ມີ​ການ​ເສຍ​ຫຍ້າ, ພວນ​ດິນ, ​ເອົາ ​ເຟືອງ ​ແລະ ​ໃບ​ໄມ້​ແຫ້ງ​ມາ​ປົກ​ຄຸມ​ເພື່ອ​ໃຫ້​ມັນ​ມີ​ຄວາມ​ຊຸ່ມ​ຢູ່​ສະ​ເໝີ.

ພະຍາດແລະແມງໄມ້.

ສຳລັບ​ພະຍາດ ​ແລະ ​ແມງ​ໄມ້​ຂອງ​ໝາກ​ມັງກອນ​ນັ້ນ ບໍ່​ມີ​ຫລາຍ​ປານ ​ໃດ, ສັດຕູ​ພືດ​ທີ່​ມັກ​ພົບ​ທົ່ວ​ໄປ​ມີ​ພຽງ​ແຕ່​ມົດ ​ແລະ ນົກ. ສຳລັບ​ມົດ​ຖ້າ ພົບ​ເຫັນ​ໃນ​ປະລິມານ​ທີ່​ຫລາຍ​ກໍ​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ປູກ ​ໄມ້. ສະນັ້ນ, ຄວນ​ຈະ​ສີດ​ພົ່ນ​ດ້ວຍ​ສານ​ເຄມີ​ພ້ອມ​ທັງ​ສານ​ຈັບ​ໃບ. ສ່ວນ​ນົກ​ກໍ​ຖື​ວ່າ​ເປັນ​ສັດຕູ​ທີ່​ສຳຄັນ​ເຊັ່ນ​ກັນ ​ເພາະ​ນົກ​ຈະ​ເຂົ້າທຳລາຍ ​ໃນ​ຊ່ວງ​ທີ່​ໝາກ​ກຳລັງ​ໃກ້​ຈະ​ແກ່, ​ເຊິ່ງວິທີ​ປ້ອງ​ກັນ​ຄວນ​ຫໍ່​ໝາກ​ໄວ້.

ການເກັບກ່ຽວຜົນຜະລິດ.

ອາຍຸ​ຂອງ​ໝາກ​ມັງກອນ​ປະມານ 10 ​ເດືອນ ກັບ10 ວັນ ກໍ​ສາມາດ​ເກັບ​ກ່ຽວ​ຜົນ​ຜະລິດ​ໄດ້. ​ໃນ​ຊ່ວງ​ກ່ອນ​ການ​ເກັບ​ກ່ຽວ​ຄວນ​ບຳລຸງ​ດ້ວຍ​ຝຸ່ນ​ສູດ 14:14:21 ການ​ເກັບ​ກ່ຽວ​ຜົນ​ຜະລິດ​ທີ່​ຖືກຕ້ອງ​ແມ່ນ​ພາຍຫລັງ​ໃຫ້​ໝາກ​ໄດ້ 1 ​ເດືອນ, ສີ​ຂອງ​ມັນ​ຈະ​ປ່ຽນ​ເປັນ​ສີ​ບົວ​ທັງ ໜ່ວຍ ຜູ້​ທີ່​ບໍ່​ຊຳນານ​ມັກ​ຄິດ​ວ່າ​ໝາກ​ແກ່​ແລ້ວ​ຈຶ່ງ​ເກັບ​ໄປ​ຈຳໜ່າຍ​ເຮັດ ​ໃຫ້​ຄຸນ​ນະພາ​ບຂອງ​ໝາກ​ບໍ່​ດີ​ປານ​ໃດ ​ເພາະ​ພາຍຫລັງ​ທີ່​ໝາກ​ປ່ຽນ​ເປັນ​ສີ​ບົວ​ແລ້ວ​ໝາກ​ມັງກອນ​ກໍ​ຈະ​ປ່ຽນ​ມາ​ເປັນ​ສີຂຽວ​ອີກ​ຄັ້ງໜຶ່ງ​ແລ້ວ​ກັບກາຍ​ມາ​ເປັນ​ສີ​ບົວ​ຄັ້ງທີ 2 ພາຍ​ໃນ​ໄລຍະ​ເວລາ 7-10 ວັນ. ການກັບ​ມາ​ເປັນ​ສີ​ບົວ​ຄັ້ງທີ 2 ຈຶ່ງ​ເປັນ​ຊ່ວງ​ຂອງ​ຄຸນະພາບ​ໃນ​ໝາກ ສູງ​ໂດຍ​ມີ​ລົດ​ຊາດ​ຫວານ​ຫອມ ​ແລະ ການ​ເກັບ​ກ່ຽວ​ຄວນ​ໃຊ້​ມີດຕັດ ບໍລິ​ເວນ​ກ້ານ. ໝາກ​ມັງກອນ​ໜຶ່ງ​ໜ່ວຍ​ຈະ​ມີນ້ຳໜັກ​ປະມານ 400-1.200 ກຼາມ. ໜ່ວຍ​ໜາ​ກມັງກອນ​ທີ່​ສຸກ​ແກ່​ຈະ​ມີ​ສີ​ແດງ​ສົດ​ເປັນ​ທີ່ ດຶງ​ດູດ​ໃຈ ​ແຕ່​ວ່າຄວາມ​ຫວານ​ຍັງ​ບໍ່​ພຽງພໍ, ຖ້າ​ຕ້ອງການ​ໃຫ້​ມີ​ຄວາມ ຫວານ​ຫລາຍ​ຂຶ້ນຫລັງ​ຈາກ​ປ່ຽນ​ເປັນ​ສີ​ແດງ​ຄວນ​ປ່ອຍ​ໃຫ້​ຢູ່​ເທິງ​ຕົ້ນປະມານ 1-2 ອາທິດ ​ເຊິ່ງສີຂຽວ​ຂອງ​ເປືອກ​ຈະ​ອອກ​ເປັນ​ສີ​ເຫລືອງ​ໜ້ອຍ​ໜຶ່ງ. ຄວາມ​ຫວານ​ຈະ​ສູງ​ປະມານ 16-18 ອົງສາ​ບຣິກ (Brix ບຣິກ, ​ແມ່ນ​ຕົວ​ຊີ້ວັດ​ຄ່າ​ຄວາມ​ຫວານ ຫລື ຕົວ​ຊີ້ວັດຄວາມ ສຳພັນ​ຂອງ​ປະລິມານ​ນ້ຳຕານ​ຊູ​ໂຄຣດ​ໃນ​ສານ​ລະລາຍ).

ຄຸນຄ່າທາງໂພຊະນາການ.

ຕົ້ນໝາກ​ມັງກອນ ນອກຈາກ​ປູກ​ເປັນ​ໄມ້​ມົງຄຸນ​ແລ້ວ​ຍັງ​ໃຊ້​ປູກ​ເປັນ​ໄມ້ ​ໃຫ້​ໝາກ, ​ເພາະ​ໝາກ​ມັງກອນ​ອຸດົມ​ໄປ​ດ້ວຍ​ເສັ້ນ​ໄຍອາຫານ ຊ່ວຍ​ໃນ ການ​ຂັບ​ຖ່າຍ​ໄດ້​ສະດວກ, ຊ່ວຍ​ຫລຸດ​ນ້ຳຕານ​ໃນ​ເລືອດ, ຫລຸດ​ໄຂມັນ, ​ແຄ​ລໍ​ລີ​ຕ່ຳ, ອຸດົມ​ໄປ​ດ້ວຍ​ວິຕາມິນ​ຊີ, ​​ເມັດ​ດຳໆ ຢູ່​ທາງ​ໃນ​ອຸດົມ​ໄປ​ດ້ວຍ​ກົດ​ໄຂມັນ​ບໍ່​ອີ່ມ​ຕົວ, ສາມາດ​ຕໍ່ຕ້ານ​ປະຕິກິລິຍາ​ອົກ​ຊີ​ເດ​ຊັນ, ສາມາດ​ລົດ​ຄວາມ​ຮ້ອນ​ໃນ​ຮ່າງກາຍ, ຫລຸດຜ່ອນ​ການ​ຫີ​ວນ້ຳ ​ແລະ ສາມາດ​ບຳລຸງ​ສຸຂະພາບ​ຜິວ​ພັນ​ໃຫ້​ສົດ​ຊື່ນ​ນຳ​ອີກ.

ແຫລ່ງຂໍ້ມູນອ້າງອີງ: ຂ້ໍ​ແນະນຳ​ເຕັກນິກ​ການ​ປູກ​ໝາກ​ມັງກອນ, ​ໂຄງ ການ​ສົ່ງ​ເສີມ​ກະສິກຳ, Laos Extension for Agriculture Project.

http:/ /puechkaset.com

ການປູກໝາກມັງກອນ - 998 - ການປູກໝາກມັງກອນ

ການປູກໝາກມັງກອນ - 3 - ການປູກໝາກມັງກອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!