ອາເມລິກາເລັ່ງຜະລິດຜ້າອັດປາກ ຫລັງມີຜູ້ເສຍຊີວິດຄົນທຳອິດຈາກ “ໂຄວິດ-19”


ລັດຖະບານວໍຊິງຕັນເລັ່ງຜູ້ປະກອບການໃນອາເມລິກາເພີ່ມກຳລັງການຜະລິດຜ້າອັດປາກ ແລະ ຊຸດກວດຫາເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ພ້ອມທັງຂໍໃຫ້ປະຊາຊົນຢ່າແຕກຕື່ນ ຫລັງພົບຜູ້ເສຍຊີວິດຄົນທຳອິດໃນປະເທດ ຢູ່ລັດວໍຊິງຕັນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຮອງປະທານາທິບໍດີ ໄມ ເພັນ ໃນຖານະປະທານຄະນະສະເພາະກິດຕໍ່ສູ້ກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ໃນອາເມລິກາ ກ່າວໃນວັນທີ 1 ມີນາວ່າ: ລັດຖະບານປະສານງານກັບບໍລິສັດ 3ເອັມ ເຊິ່ງມີສຳນັກງານໃຫຍ່ຢູ່ລັດມິນນິໂຊຕາ ໃຫ້ເພີ່ມການຜະລິດຜ້າອັດປາກອີກຢ່າງໜ້ອຍ 35 ລ້ານອັນຕໍ່ເດືອນ “ສຳລັບບຸກຄະລາກອນແພດ” ໂດຍທ່ານ ເພັນ ຢືນຢັນວ່າ: “ກຸ່ມສ່ຽງ” ຄວນໄດ້ຮັບຜ້າອັດປາກກ່ອນ.
ຂະນະດຽວກັນ ຮອງຜູ້ນຳອາເມລິກາກ່າວເຖິງການວິໄຈທາງຄລີນິກໃນດ້ານວັກແຊງປ້ອງກັນພະຍາດໂຄວິດ-19 ຈະເລີ່ມຂຶ້ນພາຍໃນບໍ່ເກີນ 6 ອາທິດ, ແຕ່ຕີລາຄາວ່າ: ການນຳເອົາວັກແຊງອອກມາໃຊ້ຕົວຈິງອາດຍັງບໍ່ທັນພາຍໃນລະດູຮ້ອນນີ້. ເຖິງຢ່າງໃດກໍຕາມ, ສູນປ້ອງກັນ ແລະ ຄວບຄຸມພະຍາດ (CDC) ຮ່ວມມືກັບສຳນັກງານຄະນະກຳມະການອາຫານ ແລະ ຢາ (FDA) ເລັ່ງເພີ່ມກຳລັງການຜະລິດຊຸດເຄື່ອງມືກວດຫາເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເນື່ອງຈາກປັດຈຸບັນເຫລືອຢູ່ປະມານ 75.000 ອັນ ແລະ ຢືນຢັນວ່າທຸກລັດໃນປະເທດຈະໄດ້ຮັບເຄື່ອງມືດັ່ງກ່າວຢ່າງທົ່ວເຖິງ.
ທ່ານ ອາເລັກ ອາຊາ ລັດຖະມົນຕີກະຊວງສາທາລະນະສຸກອາເມລິກາ ຢືນຢັນລະບົບສາທາລະນະສຸກຂອງອາເມລິກາ “ມີມາດຕະຖານສູງ” ແລະ ຄວາມສ່ຽງທີ່ພະຍາດໂຄວິດ-19 ຈະແຜ່ລະບາດເປັນວົງກວ້າງໃນປະເທດ “ຍັງຢູ່ໃນລະດັບຕໍ່າ” ຫລັງມີຜູ້ເສຍຊີວິດຄົນທຳອິດໃນປະເທດ ເປັນຊາຍອາຍຸປະມານ 50 ປີ ຢູ່ລັດວໍຊິງຕັນ ແລະ ຕ້ອງມີການກັກບໍລິເວນຜູ້ຕ້ອງສົງໄສປ່ວຍອີກປະມານ 50 ຄົນ ຢູ່ສູນການແພດ ເຊິ່ງຜູ້ປ່ວຍພັກປິ່ນປົວກ່ອນເສຍຊີວິດ.
ປັດຈຸບັນ ອາເມລິກາມີຜູ້ປ່ວຍສະສົມຈາກພະຍາດໂຄວິດ-19 ຢ່າງໜ້ອຍ 78 ຄົນ, ປິ່ນປົວເຊົາດີແລ້ວ 9 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 1 ຄົນຢູ່ລັດວໍຊິງຕັນ. ນອກຈາກນັ້ນ ຍັງມີພົນລະເມືອງອາເມລິກາອາຍຸປະມານ 60 ປີ ເສຍຊີວິດຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຢູ່ເມືອງອູ່ຮັ່ນຂອງຈີນ ໃນເດືອນຜ່ານມາ.