ຜົມຫງອກໃນໄວໜຸ່ມ ແລະ ໄວເຮັດວຽກ ເກີດຈາກຫຍັງ?


ອາຍຸຍັງບໍ່ເຖິງເລກ 4 ແຕ່ເປັນຫຍັງມີຜົມຫງອກ! ຜົມຫງອກກ່ອນໄວເກີດຈາກຫຍັງ? ແລະ ເປັນສັນຍານບອກວ່າເຮົາຜິດປົກກະຕິຫລືບໍ່? ມາໄຂຄຳຕອບນຳກັນ.
ການມີຜົມຫງອກເປັນສັນຍານຂອງຄວາມເຖົ້າແຕ່ບາງຄົນອາຍຸຍັງນ້ອຍພຽງອາຍຸ 20-30ປີ, ກໍມີຜົມຫງອກຢູ່ຫົວຫລາຍເສັ້ນແລ້ວ.
ຜົມຫງອກເກີດກ່ອນໄວເກີດຈາກຫຍັງ?
ສາເຫດຂອງຜົມຫງອກສາມາດຈຳແນກອອກໄດ້ 4 ບັນຫາຄື.
1 ຄວາມເສື່ອມຂອງເສັ້ນຜົມຕາມອາຍຸ.
ປົກກະຕິແລ້ວຄົນເຮົາຈະມີຜົມຫງອກຕອນອາຍຸ 30-40 ປີຂຶ້ນໄປ ເຊິ່ງເກີດຈາກການທີ່ ເຊວສ້າງເມັດສີເສື່ອມສະພາບ ເຮັດໃຫ້ສ້າງເມັດສີໄດ້ນ້ອຍລົງ ຫລື ຢຸດການສ້າງເມັດສີ ເສັ້ນຜົມທີ່ຫງອກຂຶ້ນໃໝ່ ຈິ່ງເປັນເສັ້ນຜົມທີ່ມີສີເທົາ ຫລື ສີຂາວຈາກການທີ່ເຊວເມັດສີເສື່ອມສະພາບ.
2. ກຳມະພັນ.
ພົບວ່າກຳມະພັນມີສ່ວນກ່ຽວຂ້ອງກັບສະພາບຜົມຫງອກກ່ອນໄວພໍສົມຄວນ ໂດຍໃນຄອບຄົວຍາດຕິພີ່ນ້ອງມີປະຫວັດຜົມຫງອກກ່ອນໄວ ຈະເຫັນວ່າອາດຈະມີຜົມຫງອກກ່ອນໄວ ໄດ້ຫລາຍກວ່າຄົນທົ່ວໄປ.
3.
ພະຍາດຊຳເຮື້ອ ຫລື ຄວາມຜິດປົກກະຕິໃນຮ່າງກາຍ.
ຄົນທີ່ມີຜົມຫງອກກ່ອນໄວອັນຄວນ ອາດປ່ວຍດ້ວຍພະຍາດດັ່ງຕໍ່ໄປນີ້
-ພະຍາດພູມຄຸ້ມກັນບໍ່ສົມບູນຢ່າງໃດຢ່າງໜຶ່ງທີ່ເຮັດໃຫ້ເກີດພະຍາດດ່າງຂາວ ຄືມີຜົມຫງອກ ເປັນຈຸດເປັນຈຸດ.
– ພະຍາດຂາດສານອາຫານ ໂດຍສະເພາະວິຕາມິນບີ 12 ເຊິ່ງຈະເຮັດໃຫ້ເສັ້ນຜົມບາງ ບໍ່ແຂງແຮງ ແລະ ຂາດຫລົ່ນໄດ້ງ່າຍໆ.
– ພະຍາດເລືອດຈາງເຮັດໃຫ້ຮາກຜົມຂາດເລືອດໄປຫລໍ່ລ້ຽງເຊວເມັດສີ
– ພະຍາດເບົາຫວານ ໃນສະຖິຕິທາງການແພດພົບວ່າ ຫາກມີຜົມສີຂາວແຕ່ຄິ້ວຍັງດົກດຳ ແລະ ມີອາຍຸລະຫວ່າງ 50-70 ປີ ອາດມີແນວໂນ້ມຈະເປັນພະຍາດເບົາຫວານໃນຄົນກຸ່ມນີ້.
– ພະຍາດໄທລອຍ ອາດກະທົບກັບການເຮັດວຽກຂອງເຊວເມັດສີໃນເສັ້ນຜົມ.
4. ປັດໄຈຮ່ວມອື່ນໆເຊ່ັນ:
– ສູບຢາ ໂດຍຄົນທີ່ສູບຢາ ຈະມີແນວໂນ້ມມີຜົມຫງອກໄວກ່ອນຄົນບໍ່ສູບຢາ ເຖິງ 4 ເທົ່າ
– ຄວາມຄຽດ ເຮັດໃຫ້ການເຮັດວຽກຂອງເຊວເມັດສີຢູ່ເທິງຫົວຢຸດ.
– ຄົນທີ່ເຮັດວຽກໜັກເກີນໄປ ຈິ່ງອາດມີອາການເໝື່ອຍ ພັກຜ່ອນບໍ່ພຽງພໍ ແລະ ອາດມີ ພາວະຄຽດຢູ່ນຳ.
– ຄົນທີ່ດື່ມແອນກໍຮໍຫລາຍໆ ອາດເຮັດໃຫ້ຮ່າງກາຍຂາດວິຕາມິນບຳລຸງເສັ້ນຜົມໄປນຳ.
– ການຮັບປະທານຢາແກ້ອັກເສບບາງຊະນິດອາດເຮັດໃຫ້ຜົມຂາວໄວກວ່າປົກກະຕິ.
– ຖືກສານເຄມີຮຸນແຮງເຊັ່ນ ສານ SLS ໃນຢາສະຜົມ ຫລື ສານເຄມີຈາກນ້ຳຢາກັດ, ນ້ຳຢາຍືດຜົມ ເປັນຕົ້ນ.
– ພາວະຕົກໃຈ ຫລື ສະເທືອນໃຈຢ່າງຮຸນແຮງ ເຊິ່ງອາດເຮັດໃຫ້ຮາກຜົມຢຸດການຂະ ຫຍາຍຊົ່ວຄາວ ສົ່ງຜົນໃຫ້ຜົມຫລົ່ນເປັນກະຈຸກ ແລະ ຜົມຫງອກໄດ້.
ຜົມຫງອກກ່ອນໄວ ແຮງລົກແຮງປົ່ງ.
ມີຄວາມເຊື່ອຕໍ່ໆ ກັນມາວ່າຜົມຫງອກແຮງລົກແຮງປົ່ງຂຶ້ນຫລາຍກວ່າເກົ່າເຊິ່ງ ທ່ານ ໝໍ ພູນກຽດ ສຸຊະນະວະນິດ ຈາກພາກວິຊາ ອາຍຸລະສາດ ໜ່ວຍໂລກຜິວໜັງ ຄະນະແພດສາດໂຮງໝໍລາມາທິບໍດີ ໃຫ້ຄຳຕອບວ່າ ເລື່ອງນີ້ບໍ່ເປັນຄວາມຈິງເພາະເສັ້ນຜົມຈະຫງອກຂຶ້ນພຽງ 1 ເສັ້ນຕໍ່ໜຶ່ງ ຮາກຜົມເທົ່ານັ້ນ ດັ່ງນັ້ນເມື່ອຖອນຜົມຫງອກເສັ້ນນັ້ນໆອອກມັນກໍຈະປົ່ງຂຶ້ນອີກພຽງ 1 ເສັ້ນຄືເກົ່າບໍ່ເພີ່ມຂຶ້ນ.
ຜົມຫງອກກ່ອນໄວຂາດວິຕາວິນຫຍັງ?
ຢ່າງທີ່ບອກວ່າການຂາດສານອາຫານກໍມີສ່ວນເຮັດໃຫ້ຜົມຫງອກກ່ອນໄວໄດ້ ໂດຍສະເພາະ ຫາກຂາດສານອາຫານວິຕາມິນບີ 12 ເຊິ່ງຫາໄດ້ຈາກຊີ້ນສັດ, ນົມ, ໄຂ່ ຫລື ຈາກອາຫານທີ່ເຮົາກິນທົ່ວໆ ໄປດັ່ງນັ້ນຫາກບໍ່ຢາກຜົມຫງອກຕັ້ງແຕ່ໄວໜຸ່ມ ກໍຄວນຮັບປະທານອາຫານ ໃຫ້ຄົບ 5 ໝູ່.


ຜົມຫງອກກ່ອນໄວແກ້ໄຂແບບໃດ?
ຫາກເປັນເຄສທີ່ຜົມຫງອກກ່ອນໄວເພາະຄວາມຄຽດ ຫລື ການໃຊ້ຢາບາງຢ່າງ ຫລື ການຂາດສານອາຫານເຮົາກໍສາມາດເຮັດໃຫ້ຜົມກັບມາດົກດຳໄດ້ດ້ວຍການແກ້ໄຂ້ບັນຫາເຫລົ່ານັ້ນໃຫ້ຫາຍໄດ້ ເພື່ອໃຫ້ເຊວສີກັບມາເຮັດວຽກຢ່າງດີ.
ແຕ່ໃນສ່ວນຜົມຫງອກທີ່ເກີດຈາກກຳມະພັນ ໂລກຊຳເຮື້ອ ພວກນີ້ຈະຍັງບໍ່ມີທາງແກ້ໄຂໃຫ້ ຜົມກັບໄປດົກດຳຄືເກົ່າໄດ້ ນອກຈາກຈະຍ້ອມຜົມປິດຜົມຂາວ ເຊິ່ງເປັນວິທີນິຍົມໃຊ້ກັນຢ່າງ ແຜ່ຫລາຍທີ່ສຸດ.


ຍ້ອມຜົມຂາວປິດຜົມດຳເລື້ອຍໆອັນຕະລາຍບໍ່?
ກ່ຽວກັບປະເດັນນີ້ ທ່ານ ໝໍ ພູນກຽດ ອະທິບາຍວ່າ ການຍ້ອມຜົມເພື່ອປິດຜົມຂາວຕະຫລອດໆ ອາດບໍ່ອັນຕະລາຍຕໍ່ສຸຂະພາບແຕ່ອາດຈະສົ່ງຜົນເສຍຕໍ່ສຸຂະພາບຜົມ ເຮັດໃຫ້ຜົມແຫ້ງ, ເປັນສາເຫດຂອງເສັ້ນຜົມຂາດຫລົ່ນງ່າຍ.
ດັ່ງນັ້ນອາດຕ້ອງລອງພິຈາລະນາຂໍ້ດີ-ຂໍ້ເສຍໃນການຍ້ອມຜົມປິດຜົມຂາວດີໆ ຫລື ໃຜຍາກຍ້ອມຫງອກດ້ວຍວິທີທຳມະຊາດເຮົາມີວິທີດັ່ງນີ້: 12 ສະໜູນໄພແກ້ຜົມຫງອກ ເພື່ອໃຫ້ຜົມດຳເງົາງາມດ້ວຍວິທີທຳມະຊາດ.
- ຜັກຫົມ
- ງຳດຳ
- ໃບບົວບົກ
- ຂິງ
- ຊາດຳ
- ຫອມຫົວໃຫຍ່
- ໃບສີດາ
- ຫວ້ານຫາງແຂ້
- ພິກໄທດຳ
- ຜັກຂົມກະເດົາ
- ຜັກຜົມມີ
- ຜັກໂຣດແມລີ້
ເຮົາສາມາດປ້ອງກັນພາວະຜົມຫງອກກ່ອນໄວໄດ້ດ້ວຍຕົວເອງ ໂດຍເບິ່ງແຍງດູແລສຸຂະພາບໂດຍລວມໃຫ້ດີຮັບປະທານອາຫານໃຫ້ຄົບ 5 ໝູ່ ອອກກຳລັງກາຍສະໝ່ຳສະເໝີ ພັກຜ່ອນໃຫ້ພຽງພໍ ແລະ ພະຍາຍາມໃຊ້ຊີວິດໃຫ້ຫ່າງໄກໂລກຊຳເຮື້ອຕ່າງໆ ເພື່ອບໍ່ໃຫ້ເກີດພາວະຂາດສານອາຫານ, ເລືອດຈາງ ສ່ຽງຕໍ່ໂລກເບົາຫວານ ແລະ ທີ່ສຳຄັນຖ້າບໍ່ຢາກຜົມຫງອກຕັ້ງແຕ່ໄວໜຸ່ມ ກໍຢ່າດື່ມແອນກໍຮໍ ແລະ ສູບຢາ./.

