ຈີນປະສົບຜົນສຳເລັດໃຊ້ສະເຕັມເຊລ ປິ່ນປົວໂຄວິດ-19 ໃນຜູ້ປ່ວຍວິກິດ


ໜັງສືພິມ Science and Technology Daily ເປີດເຜີຍວ່າ: ນັກວິໄຈຈີນຢູ່ໃນລະຫວ່າງການສຶກສາການໃຊ້ເຕັກໂນໂລຊີສະເຕັມເຊລໃນຜູ້ປ່ວຍທີ່ມີອາການຮຸນແຮງຈາກໂຣກໂຄວິດ-19.
ທ່ານ ຫູ ໜານປິງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ຜູ້ປ່ວຍໂຄວິດ-19 ທີ່ໄດ້ຮັບການປິ່ນປົວດ້ວຍສະເຕັມເຊລໃນໄລຍະວິກິດສາມາດອອກຈາກໂຮງໝໍໄດ້ແລ້ວ ໂດຍຈີນຈະເດີນໜ້າສຶກສາແນວທາງດັ່ງກ່າວໃນການທົດລອງທາງຄລີນິກຕໍ່ໄປ.
ທັງນີ້ ສະເຕັມເຊລສາມາດແບ່ງຕົວ ແລະ ເພີ່ມຈຳນວນໄດ້ເລື້ອຍໆ ອີກທັງຍັງສາມາດປັບຕົວໃຫ້ເຂົ້າກັບຈຸລັງຊະນິດອື່ນໆ ບໍ່ວ່າຈະເປັນເລືອດ, ຫົວໃຈ, ປອດ ຫລື ສ່ວນອື່ນໆຂອງຮ່າງກາຍ.
ນອກຈາກນີ້ ສະເຕັມເຊລຍັງມີຄວາມສາມາດໃນການລັ່ງສານເຄມີ ເຊິ່ງຈະຊ່ວຍສ້າງເສັ້ນເລືອດໃໝ່ ພ້ອມເພີ່ມຈຳນວນຈຸລັງ, ແບ່ງຕົວ ແລະ ຊ່ວຍຢັບຢັ້ງການອັກເສບ.
ຜູ້ຊ່ຽວຊານລະບຸວ່າ: ສະເຕັມເຊລສາມາດໃຊ້ໃນການປິ່ນປົວໂຣກຕິດເຊື້ອບາງໂຣກ ໂດຍໃນອະດີດເຄີຍມີການໃຊ້ສະເຕັມເຊລໃນການປິ່ນປົວໄວຣັສໄຂ້ຫວັດໃຫຍ່ H7N9 ເຊິ່ງໄດ້ຜົນເປັນໜ້າພໍໃຈ.