ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19

ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19 -              1 - ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19
ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19 - kitchen vibe - ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19

ເມື່ອມໍ່ໆມານີ້ກະຊວງການຄ້າໄດ້ອອກມາເຕືອນປະຊາຊົນບໍ່ໃຫ້ແຕກຕື່ນ, ໃນຊ່ວງໄລຍະ 30 ມື້ທີ່ລັດຖະບານປິດດ່ານເຂົ້າ-ອອກປະເທດຊົ່ວຄາວ,ເພື່ອປ້ອງກັນການລະບາດຂອງ ໂກວິດ – 19 ແລະ ຜ່ານມານີ້, ໄດ້ມີປະຊາຊົນ ຢູ່ ແຂວງ ສະຫວັນນະເຂດ ແຕກຕື່ນ ແລ້ວ ພາກັນ ໄປຊື້ນ້ຳມັນ ແລະ ສິນຄ້າບໍລິໂພກຕ່າງໆ ມາກັກຕຸນໄວ້, ຕໍ່ກັບກໍລະນີດັ່ງກ່າວ, ທ່ານ ສົມຈິດ ອິນຖະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ສື່ມວນຊົນວ່າ: ເຫດການເກີດຂຶ້ື້້ນ ຢູ່ ແຂວງ ສະຫວັນນະເຂດ ນັ້ນໃນຄວາມຈິງແລ້ວແມ່ນມີປ້ຳນ້ຳມັນແຫ່ງໜຶ່ງຂາດນຳ້ມັນ, ຍ້ອນນຳເຂົ້າມາບໍ່ທັນ, ໂດຍສະເພາະແມ່ນນ້ຳມັນແອັດຊັງ, ແຕ່ຕົວຈິງແລ້ວໃນປີ 2020 ນີ້ ລັດຖະບານໄດ້ອະນຸຍາດໃຫ້ນຳເຂົ້ານ້ຳມັນທັງໝົດ 1.200 ລ້ານກ່ວາລິດ,ໃນນັ້ນນຳເຂົ້າຈາກຫວຽດນາມກວມປະມານ 18%, ນຳເຂົ້າຈາກໄທ 81% ແລະ ນຳເຂົ້າຈາກ ຈີນຕ່ຳກ່ວາ 1%. ໃນສ່ວນທີ່ນໍາເຂົ້າຈາກ ຫວຽດນາມ,ມີຄວາມຫລ້າຊ້າຍ້ອນມາດຕະການປ້ອງກັນພະຍາດໂກວິດ-19 ຢູ່ບັນດາດ່ານເຂົ້າ -ອອກປະເທດ ໂດຍສະເພາະ ດ່ານສະຫວັນ-ລາວບາວ, ແຕ່ປັດຈຸບັນສະພາບຂາດເຂື່ອນດັ່ງກ່າວໄດ້ຮັບການ ແກ້ໄຂ ປົກກະຕິແລ້ວ, ຈິ່ງຂໍເຕືອນປະຊາຊົນບໍ່ໃຫ້ແຕກຕື່ນ ແລະ ກັກຕຸນສິນຄ້າ ແລະ ນຳ້ມັນເຊື້ອໄຟ ດັ່ງກ່າວຈະບໍ່ມີຄວາມປອດໄພ ແລະ ຈະມີຄວາມສ່ຽງກໍໃຫ້ເກີດອັກຄີໄພໄດ້ງ່າຍ. ປະຈຸບັນຢູ່ສະຫວັນນະເຂດ ມີປ້ຳນ້ຳມັນຂາຍຍ່ອຍທັງຫມົດ 250 ປ້ຳ, ມີ 18 ບໍລິສັດ ທີ່ເຄື່ອນໄຫວທຸລະກິດ ແລະ 32 ສາງເກັບມ້ຽນ ຊຶ່ງ ທາງ ບໍລິສັດນ້ຳມັນເຊື້ອໄຟລາວ ຮັບປະກັນວ່າ: ຈະມີນຳ້ມັນເຊື້ອໄຟສະໜອງໃຫ້ພຽງພໍໃນໄລຍະປິດດ່ານເຂົ້າ-ອອກປະເທດພາຍໃນ 30 ວັນນີ້ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ຈະເພີ່ມທະວີຄຸ້ມຄອງກວດກາສິນຄ້າຕາມທ້ອງຕະຫລາດໃຫ້ຮັດກຸມເພື່ອບໍ່ໃຫ້ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າໂດຍເດັດຂາດ.ຖ້າ ພົບເຫັນກະລຸນນາແຈ້ງສາຍດ່ວນ 1516 ໄດ້ທຸກເວລາ.

ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19 - 3 - ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19
ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19 - Visit Laos Visit SALANA BOUTIQUE HOTEL - ກະຊວງການຄ້າເຕືອນສັງຄົມຢ່າແຕກຕື່ນ ສິນຄ້າຈະບໍ່ຂາດຕະຫລາດ ໃນໄລຍະ ປິດດ່ານເຂົ້າ-ອອກ ປະເທດ ປ້ອງກັນ ໂກວິດ -19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!