ທ່ານ ທຣຳ ສັ່ງສ້າງໂຮງໝໍສະໜາມ ໃນຈຸດວິກິດໂຄວິດ-19
ປະທານາທິບໍດີ ໂດນັລ ທຣຳ ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງກໍ່ສ້າງໂຮງໝໍຊົ່ວຄາວ ໃນພື້ນທີ່ທີ່ຜະເຊີນກັບສະຖານະການໂຄວິດ-19 “ວິກິດທີ່ສຸດ” ຢູ່ອາເມລິກາ ລວມທັງລັດນິວຢອກ ແລະ ລັດແຄລິຟໍເນຍ.
ປະທານາທິບໍດີ ໂດນັລ ທຣຳ ກ່າວໃນວັນທີ 22 ມີນາວ່າ: ທ່ານມີຄຳສັ່ງໂດຍກົງໃຫ້ສຳນັກງານຈັດການສະພາບສຸກເສີນ (ຟີມາ) ເລັ່ງກໍ່ສ້າງໂຮງໝໍຂະໜາດສະໜາມໃນ “ພື້ນທີ່ສີແດງ” ຂອງອາເມລິກາ ເຊິ່ງສະຖານະການການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ມີຄວາມຮຸນແຮງທີ່ສຸດ ຄືຢູ່ນະຄອນຫລວງວໍຊິງຕັນ, ລັດແຄລິຟໍເນຍ ແລະ ລັດນິວຢອກ.
ທັງນີ້ ລັດແຄລິຟໍເນຍຈະໄດ້ໂຮງໝໍສະໜາມຢ່າງໜ້ອຍ 8 ແຫ່ງ ຮອງຮັບຜູ້ປ່ວຍໄດ້ 2.000 ຄົນ, ສ່ວນລັດນິວຢອກຈະໄດ້ໂຮງໝໍສະໜາມຢ່າງໜ້ອຍ 2 ແຫ່ງ ຮອງຮັບຜູ້ປ່ວຍໄດ້ 1.000 ຄົນ ເຊັ່ນດຽວກັບຢູ່ນະຄອນຫລວງວໍຊິງຕັນ. ນອກຈາກນີ້ ຟີມາຈະເລັ່ງສົ່ງຢາປິ່ນປົວ ແລະ ເຄື່ອງມືແພດ ລວມທັງຊຸດກວດໂຣກໄປໃຫ້ພື້ນທີ່ວິກິດທຸກແຫ່ງ ໂດຍໃຫ້ນະຄອນຫລວງວໍຊິງຕັນ, ລັດແຄລິຟໍເນຍ ແລະ ລັດນິວຢອກກ່ອນ.
ນອກຈາກນີ້ ເຮືອພະຍາບານ “ຢູເອັສເອັນເອັສ ເມີຊີ” ຈະເດີນທາງຈາກເມືອງຊານດີເອໂກ ໄປຈອດຢູ່ທ່າເຮືອໃນນະຄອນລອດແອນເຈລິສ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງລັດແຄລິຟໍເນຍ ແລະ ທະຫານຊ່າງຈະກະຈາຍກຳລັງລົງພື້ນທີ່ຊ່ວຍເຫລືອທຸກລັດ ໃນການກໍ່ສ້າງໂຮງໝໍສະໜາມ.
ສຳລັບສະຖິຕິຂອງຜູ້ປ່ວຍໂຄວິດ-19 ຢູ່ອາເມລິກາ ມີຜູ້ປ່ວຍຢ່າງໜ້ອຍ 34.900 ຄົນ ປິ່ນປົວດີແລ້ວ 178 ຄົນ ແຕ່ເສຍຊີວິດແລ້ວ 457 ຄົນ ພົບຫລາຍທີ່ສຸດຢູ່ລັດນິວຢອກ ມີຜູ້ປ່ວຍຢ່າງໜ້ອຍ 16.900 ຄົນ ແລະ ເສຍຊີວິດແລ້ວ 150 ຄົນ ໂດຍອາເມລິກາພົບຜູ້ຕິດເຊື້ອຄົນທຳອິດໃນວັນທີ 20 ມັງກອນ ຢູ່ລັດວໍຊິງຕັນ ເຊິ່ງເປັນພື້ນທີ່ດຽວກັບທີ່ພົບຜູ້ເສຍຊີວິດຄົນທຳອິດ ໃນວັນທີ 29 ກຸມພາຜ່ານມາ.