ເຜີຍແຜ່ພາລະບົດບາດ ແລະ ຂະບວນການກາແດງ


ກອງປະຊຸມເຜີຍແຜ່ພາລະບົດບາດຂອງຂະບວນການກາ ແດງເປັນເຄື່ອງໝາຍມະນຸດສະທໍາ ແລະ ປະຫວັດພາລະບົດ ບາດຂອງອົງການກາແດງລາວ, ໄດ້ຈັດໃນວັນທີ 6 ມິຖຸນານີ້, ທີ່ກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາ ແດງລາວ, ມີທ່ານ ຄໍາແພງ ໄຊສົມແພງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວ ຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານປະທານອົງການກາ ແດງກ່າວວ່າ: ຄະນະກໍາມະການກາແດງສາກົນ, ສ້າງຕັ້ງຂຶ້ນໃນວັນທີ 23 ຕຸລາ 1863 ໂດຍ ທ່ານ ອັງຣີ ດຸນັງ ພ້ອມຄະນະ 5 ທ່ານ (ຊາວສະວິດ) ເປັນອົງການຈັດຕັ້ງທີ່ເປັນເອກະລາດ, ເປັນກາງ ແລະ ເປັນທໍາ, ໂດຍມີໜ້າທີ່ສະເພາະ ທາງດ້ານມະນຸດ ສະທໍາໃນການປົກປ້ອງຊີວິດ ແລະ ສັກສີຂອງຜູ້ໄດ້ຮັບຜົນຮ້າຍຈາກສົງຄາມ, ມີໜ້າທີ່ປົກປ້ອງໃຫ້ການຊ່ວຍເຫຼືອ ປະຊາຊົນ, ທະຫານ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກສົງຄາມບົນພື້ນຖານຄວາມເອກະລາດເປັນ ກາງ ແລະ ຊຸກຍູ້ໃຫ້ຄູ່ຄັດແຍ່ງ ຕ້ອງປະຕິບັດຕາມກົດໝາຍມະນຸດສະທໍາສາກົນ.


+ ຕຳຫລວດອັງກິດເຜີຍແຜ່ພາບມືລະເບີດແມນເຊສເຕີ
+ ກາແດງລາວ-ຈີນເພີ່ມທະວີຮ່ວມມືສອງຝ່າຍ
+ ກອງປະຊຸມຕົວແທນທົ່ວປະເທດບໍລິສັດ ອາລິອັນສ໌ ປະກັນໄພລາວ ປີ 2017
ສະຫະພັນກາແດງ ແລະ ຊິກວົງເດືອນແດງກາກົນ, ສ້າງ ຕັ້ງຂຶ້ນວັນທີ 5 ພຶດສະພາ 1919 ໂດຍທ່ານ ອັງຣີ ເດວິດສັນ ປະ ທານກາແດງອາເມຣິກາໃນ ເບື້ອງຕົ້ນມີ 5 ປະເທດຄື: ອາເມ ຣິກາ, ອັງກິດ, ຝຣັ່ງ, ອີຕາລີ ແລະ ຍີ່ປຸ່ນ, ມີຈຸດປະສົງຊ່ວຍເຫຼືອຜູ້ ທີ່ໄດ້ຮັບເຄາະຮ້າຍຈາກທໍາມະຊາດ ແລະ ມະນຸດສ້າງຂຶ້ນ, ເປັນກະບອກສຽງໃຫ້ແກ່ກາແດງ ແຫ່ງຊາດໃນເວທີສາກົນປະສານສົມທົບ ເວລາເກີດເຫດການ ສຸກເສີນພັດທະນາຂະຫຍາຍກາແດງແຫ່ງຊາດໃຫ້ເຂັ້ມແຂງ ແລະ ຫຼາຍຂຶ້ນໃນທົ່ວໂລກ, ບັນດາກາແດງ ແລະ ຊີກວົງ ເດືອນ ແດງແຫ່ງຊາດຕ່າງໆແມ່ນບັນ ດາສະມາຊິກທີ່ຖືກຮັບຮູ້ ແລະ ຮັບເຂົ້າເປັນສະມາຊິກຂອງ ICRC ແລະ IFRC ມີໜ້າທີ່ ເຄື່ອນໄຫວຮັບໃຊ້ປະຊາຊົນໃນຊາດດ້ານວຽກງານມະນຸດສະທໍາຕາມ 7 ຫຼັກການພື້ນຖານຂອງຂະບວນການກາແດງ.
ສະເພາະ ສປປ ລາວ ນັບ ແຕ່ 1975 ສະພາກາຊາດລາວ ໄດ້ປ່ຽນມາເປັນສະພາກາແດງລາວ 1988-1992, ສະພາກາແດງລາວ ສັງກັດກະຊວງສາທາລະນະສຸກ ແລະ ສະຫວັດດີການ ສັງຄົມ 1992 ປ່ຽນຊື່ມາ ເປັນອົງການກາແດງລາວ ໄດ້ແຍກເປັນເອກະລາດ, ຂຶ້ນກັບການຊີ້ນໍາໂດຍກົງຂອງລັດຖະບານ, ໃນປີ 1997 ດຣ ສນີວຸຣັຊ ສຣະມະນີ ຖືກແຕ່ງຕັ້ງເປັນປະທານອົງການກາແດງລາວມີກາ ແດງ 16 ແຂວງ 1 ນະຄອນ ຫຼວງຂຶ້ນກັບ ແລະ ຕໍ່ມາໃນວັນທີ 1 ມິຖຸນາ 2016 ນາຍົກລັດຖະມົນຕີອອກດໍາລັດແຕ່ງຕັ້ງທ່ານ ຄໍາຮຸ່ງ ເຮືອງວົງສີ ເປັນ ປະທານອົງການກາແດງລາວ ຂຶ້ນກັບກະ ຊວງແຮງງານ ແລະ ສະຫວັດດີການສັງຄົມມີຫ້ອງການກອງ ຊ່ວຍເຫຼືອ ບັນເທົາທຸກກອງສົ່ງເສີມສຸຂະພາບຊຸມຊົນກອງໂຄ ສະນາ ແລະ ຂົນຂວາຍການກຸສົນ ແລະ ສູນເລືອດແຫ່ງຊາດ ນອກນີ້ຍັງມີຫ້ອງ ການກາແດງຢູ່ 17 ແຂວງ ແລະ ນະຄອນ ຫລວງ ແລະ ກາແດງເມືອງ 95 ແຫ່ງໃນທົ່ວປະເທດ.