ກະຊວງສາທາລະນະສຸກແນະນຳວິທີການກັກຕົວ ແລະ ຕິດຕາມອາການເພື່ອຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19
April 5, 2020 - 11:31 AM


ໂດຍ: ລູກເມືອງພວນ
ຕໍ່ກັບຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ໂຄວິດ-19: ຈະຕ້ອງແຍກປ່ຽວທັນທີຢູ່ສູນປິ່ນປົວເປັນເວລາ 14 ວັນ, ພ້ອມດຽວກັນນັ້ນກໍເອົາຕົວຢ່າງໄປກວດຫາເຊື້ອ.
ຕໍ່ກັບຜູ້ສຳຜັດໃກ້ຊິດກັບຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອໄວຣັສໂຄວິດ-19: ຕ້ອງກັກຕົວ ແລະ ຕິດຕາມອາການຢູ່ໃນເຮືອນເປັນເວລາ 14 ວັນ ແລະ ລາຍງານໃຫ້ອຳນາດການປົກຄອງຮັບຊາບ ແລະ ຕ້ອງຕິດຕາມສະພາບການຂອງສຸຂະພາບຢ່າງໃກ້ຊິດ. ຖ້າຫາກມີອາການໄຂ້, ໄອ, ຈາມ, ຕັນດັງ, ອິດເມື່ອຍ, ຕິດເຢັນ ຫຼື ຫາຍໃຈຍາກ ຈະຕ້ອງໄດ້ແຍກປ່ຽວທັນທີຢູ່ທີ່ສູນປິ່ນປົວ ແລະ ເອົາຕົວຢ່າງໄປກວດຫາເຊື້ອ.
- ຕ້ອງໃສ່ຜ້າອັດປາກ-ດັງເປັນປະຈຳ, ອັດປາກໄວ້ດ້ວຍຜ້າເວລາໄອ, ຈາມ
- ໝັ່ນລ້າງມືດ້ວຍສະບູເປັນປະຈຳ ເພື່ອຫຼີກລ່ຽງການແຜ່ເຊືອໃສ່ຄົນອື່ນ.
- ຕ້ອງລາຍງານປະຫວັດການເຄື່ອນໄຫວຂອງຕົນໃຫ້ພະນັກງານແພດໝໍຮັບຊາບ.
- ໂທເຂົ້າສາຍດ່ວນ ເພື່ອລາຍງານໃຫ້ທາງການຮັບຮູ້.