ກອງທຶນຊ່ວຍເຫລືອດ້ານອາຫານຂອງເອທິໂອປີກຳລັງຈະໝົດ


ນັບແຕ່ເດືອນກໍລະກົດເປັນຕົ້ນໄປ, ຊາວເອທິໂອປີຈະຕ້ອງຜະເຊີນວິກິດອຶດຫິວຮຸນແຮງຂຶ້ນອີກ ເພາະເງິນຊ່ວຍເຫລືອເຂົ້າສູ່ກອງທຶນດ້ານອາຫານທີ່ ສປຊ ຕັ້ງຂຶ້ນເພື່ອເອທິໂອປີຈະໝົດພາຍໃນທ້າຍເດືອນນີ້.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງແອດດິສອາບາບາ ປະເທດເອທິໂອປີ ໃນວັນທີ 11 ມິຖຸນານີ້ວ່າ: ໂຄງການອາຫານໂລກ (WFP) ອອກຖະແຫລງການໃນວັນທີ 10 ມິຖຸນາວ່າ: ເອທິໂອປີຍັງປະສົບວິກິດໄພແຫ້ງແລ້ງຕໍ່ເນື່ອງ ເຊິ່ງເປັນຜົນມາຈາກປາກົດການທຳມະຊາດທີ່ເອີ້ນວ່າ: ການແບ່ງຂົ້ວຂອງມະຫາສະໝຸດອິນເດຍ (Indian Ocean Dipole) ຫລື IOD ເປັນສະພາບຄວາມປັ່ນປ່ວນດ້ານອຸນຫະພູມຂອງຂົ້ວນ້ຳອຸ່ນ ແລະ ຂົ້ວນ້ຳເຢັນຢູ່ມະຫາສະໝຸດອິນເດຍ.


ທັງນີ້, ຜູ້ຊ່ຽວຊານຢືນຢັນວ່າ: ເປັນປະຕິສຳພັນລະຫວ່າງມະຫາສະໝຸດກັບສະພາບອາກາດ ແລະ ບໍ່ມີການເຊື່ອມໂຍງກັບສະພາບໂລກຮ້ອນ, ແຕ່ສະຖານະການທີ່ເກີດຂຶ້ນສົ່ງຜົນຕໍ່ສະພາບອາກາດຂອງຫລາຍປະເທດທີ່ຕັ້ງຢູ່ໃກ້ກັບມະຫາສະໝຸດອິນເດຍ ບໍ່ເວັ້ນເອທິໂອປີ ເຊິ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ສົ່ງຜົນໃຫ້ສະຖານະການຂາດອາຫານໃນປະເທດຍິ່ງທະວີຄວາມຮຸນແຮງ ໂດຍຈຳນວນປະຊາຊົນທີ່ຕ້ອງການການຊ່ວຍເຫລືອມີທ່າອ່ຽງເພີ່ມຂຶ້ນອີກ 2 ລ້ານຄົນພາຍໃນເດືອນໜ້າ ແລະ ເທົ່າກັບວ່າປະຊາຊົນອີກປະມານ 7,8 ລ້ານຄົນ ເຊິ່ງລໍຖ້າການຊ່ວຍເຫລືອໃນປັດຈຸບັນຈະໄດ້ຮັບການຊ່ວຍເຫລືອສ່ວນສຸດທ້າຍໃນທ້າຍເດືອນນີ້ເທົ່ານັ້ນ ເນື່ອງຈາກມີເງິນບໍລິຈາກເຂົ້າສູ່ກອງທຶນທີ່ເປີດຮັບຮອດເດືອນກໍລະກົດນີ້ພຽງເຄິ່ງໜຶ່ງເທົ່ານັ້ນ ຈາກຄວາມຕ້ອງການປະມານ 930 ລ້ານໂດລາສະຫະລັດ.


ລາຍງານຂອງສະຫະປະຊາຊາດ (ສປຊ) ລະບຸວ່າ: ປະຊາຊົນປະມານ 17 ລ້ານຄົນໃນກຸ່ມປະເທດແຫລມອາຟຣິກາ ໄດ້ແກ່ເອທິໂອປີ, ຈິບູຕີ ແລະ ໂຊມາລີ ກຳລັງຂາດເຂີນອາຫານຢ່າງໜັກ. ຂະນະທີ່ຢ້ອນກັບໄປເດືອນມີນາຜ່ານມາ, ສປຊ ຕີລາຄາສະຖານະການຄວາມອຶດຫິວຢູ່ນີເຊ, ຊູດັງໃຕ້, ເຢເມນ ແລະ ໂຊມາລີ ວ່າຮຸນແຮງທີ່ສຸດນັບແຕ່ສະໄໝສົງຄາມໂລກຄັ້ງທີ 2, ສ່ວນປີຜ່ານມາ ລັດຖະບານເອທິໂອປີຈ່າຍງົບປະມານ 109 ລ້ານໂດລາສະຫະລັດ ເພື່ອແກ້ໄຂວິກິດໄພແຫ້ງແລ້ງ ຫລັງຈ່າຍໄປແລ້ວ 272 ລ້ານໂດລາສະຫະລັດ ໃນປີ 2015.

