ລັດຖະມົນຕີຕ່າງປະເທດອາຊຽນ ເຫັນພ້ອມຕັ້ງ “ກອງທຶນຮັບມືໂຄວິດ-19”

- 114 - ລັດຖະມົນຕີຕ່າງປະເທດອາຊຽນ ເຫັນພ້ອມຕັ້ງ “ກອງທຶນຮັບມືໂຄວິດ-19”
- kitchen vibe - ລັດຖະມົນຕີຕ່າງປະເທດອາຊຽນ ເຫັນພ້ອມຕັ້ງ “ກອງທຶນຮັບມືໂຄວິດ-19”

     ລັດຖະມົນຕີຕ່າງປະເທດອາຊຽນ ເຫັນພ້ອມຕັ້ງກອງທຶນຮັບມືໂຄວິດ-19 ໃຊ້ຈັດຊື້ອຸປະກອນການແພດ, ຄິດຄົ້ນຢາວັກແຊງ ແລະ ເນັ້ນຄຳໝັ້ນຊ່ວຍເຫລືອພົນລະເມືອງໃນພາກພື້ນ ຝ່າວິກິດໄວຣັສ.

      ກອງປະຊຸມຄະນະລັດຖະບານປະສານງານອາຊຽນ ຄັ້ງທີ 25 ຜ່ານລະບົບວີດິທັດທາງໄກ ເພື່ອຫາລືກ່ຽວກັບສະຖານະການການແຜ່ລະບາດຂອງໂຣກຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃນອາຊຽນ ໂດຍມີຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດຫວຽດນາມ ໃນຖານະປະທານອາຊຽນ ປີ 2020 ເປັນປະທານ ແລະ ມີລັດຖະມົນຕີຕ່າງປະເທດສະມາຊິກອາຊຽນທັງ 10 ປະເທດ ແລະ ທ່ານ ລິມ ຈ໊ອກ ຮອຍ ເລຂາທິການອາຊຽນ ເຂົ້າຮ່ວມ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີຕ່າງປະເທດອາຊຽນ ເຫັນພ້ອມຕັ້ງ “ກອງທຶນຮັບມືໂຄວິດ-19”

     ກອງປະຊຸມໄດ້ຢືນຢັນເຈດຕະນາຮ່ວມກັນຈະເສີມສ້າງການຮ່ວມມືໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19 ໃນອາຊຽນ ແລະ ໄດ້ຫາລືກ່ຽວກັບມາດຕະການ ແລະ ແນວທາງການຮ່ວມມືເພື່ອບໍລິຫານຈັດການສະຖານະການ ແລະ ບັນເທົາຜົນກະທົບທີ່ເກີດຂຶ້ນໃນວົງກວ້າງ.

      ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ເນັ້ນການຮ່ວມມືໃນດ້ານຕ່າງໆເຊັ່ນ: ການແລກປ່ຽນຂໍ້ມູນ ແລະ ແນວທາງປະຕິບັດທີ່ເປັນເລີດ, ການເພີ່ມປະສິດທິພາບການສື່ສານສາທາລະນະທີ່ຖືກຕ້ອງທັນທີ ແລະ ການຕໍ່ຕ້ານຂ່າວປອມການປິ່ນປົວບູລະນະການທາງເສດຖະກິດ ແລະ ຕ່ອງໂສ້ອຸປະທານໃນພາກພື້ນ ໂດຍສະເພາະສິນຄ້າ ແລະ ບໍລິການທີ່ຈຳເປັນ ລວມທັງການເສີມສ້າງການຮ່ວມມືກັບທຸກພາກສ່ວນ ແລະ ພາຄີພາຍນອກຂອງອາຊຽນ.

     ທັງນີ້ ກອງປະຊຸມໄດ້ເຫັນພ້ອມຕໍ່ຂໍ້ສະເໜີຂອງຄະນະພາຍໃຕ້ຄະນະລັດມົນຕີປະສານງານອາຊຽນວ່າດ້ວຍກພາວະສຸກເສີນດ້ານສາທາລະນະສຸກ ເຊິ່ງປະກອບມີ 3 ບັນຫາຫລັກ ໄດ້ແກ່: 1. ການເສີມສ້າງຂີດຄວາມສາມາດໃນການຈຳກັດ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ລວມທັງການຈັດຕັ້ງກອງທຶນອາຊຽນເພື່ອຮັບມືກັບໂຄວິດ-19 (COVID-19 ASEAN Response Fund) ທີ່ສະເໜີໂດຍໄທ ເຊິ່ງຈະໃຊ້ຈັດຊື້ອຸປະກອນການແພດ ແລະ ສະໜັບສະໜູນການສຶກສາວິໄຈເພື່ອຄິດຄົ້ນຢາ ແລະ ວັກແຊງ; 2. ໃຫ້ການຊ່ວຍເຫລືອຕໍ່ພົນລະເມືອງຂອງອາຊຽນ ທັງທີ່ອາໄສຢູ່ໃນປະເທດສະມາຊິກອາຊຽນ ແລະ ປະເທດທີສາມ ແລະ 3. ການບັນເທົາຜົນກະທົບທາງເສດຖະກິດ ແລະ ສັງຄົມ ລວມທັງການເຮັດແຜນຟື້ນຟູເສດຖະກິດພາຍຫລັງການແຜ່ລະບາດຂອງໂຄວິດ-19 ສິ້ນສຸດລົງ ເພື່ອໃຫ້ປະຊາຄົມອາຊຽນສາມາດກັບສູ່ສະພາບປົກກະຕິໂດຍໄວ.

    ນອກຈາກນີ້ ກອງປະຊຸມຍັງໄດ້ຫາລືກ່ຽວກັບການກຽມຄວາມພ້ອມສຳລັບຈັດກອງປະຊຸມສຸດຍອດອາຊຽນ ສະໄໝພິເສດ ແລະ ກອງປະຊຸມສຸດຍອດອາຊຽນບວກສາມ (ຈີນ, ຍີ່ປຸ່ນ, ສ.ເກົາຫລີ) ສະໄໝພິເສດ ວ່າດ້ວຍໂຄວິດ-19 ຜ່ານລະບົບວີດິທັດທາງໄກໃນວັນທີ 14 ເມສາ 2020 ນຳອີກ.

- 3 - ລັດຖະມົນຕີຕ່າງປະເທດອາຊຽນ ເຫັນພ້ອມຕັ້ງ “ກອງທຶນຮັບມືໂຄວິດ-19”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!