ຄວາມຮູ້ຮອບຕົວກ່ຽວກັບໂຄວິດ-19

- p0 - ຄວາມຮູ້ຮອບຕົວກ່ຽວກັບໂຄວິດ-19
- kitchen vibe - ຄວາມຮູ້ຮອບຕົວກ່ຽວກັບໂຄວິດ-19

ໂດຍ: ລູກເມືອງພວນ

ຢາປົວໄຂ້ຍຸງ Chloroquin ສາມາດສະກັດກັ້ນ ໄວຣັສໄດ້ບໍ?

- Visit Laos Visit SALANA BOUTIQUE HOTEL - ຄວາມຮູ້ຮອບຕົວກ່ຽວກັບໂຄວິດ-19

Chloroquin ເປັນຢາປົວພະຍາດໄຂ້ຍຸງ ແລະ ພະຍາດອື່ນໆອີກຈຳນວນໜຶ່ງເຊັ່ນ: ຂໍ້ອັກເສບ…ແຕ່ການໃຊ້ຢາຕ້ອງໄດ້ຮັບຄຳແນະນຳຈາກແພດໝໍ, ໝາຍຄວາມວ່າບໍ່ໄດ້ໃຊ້ຕາມລຳພັງໃຈຂອງຜູ້ປ່ວຍ. ຢູ່ຫວຽດນາມຍັງບໍ່ທັນໄດ້ນຳໃຊ້ຢາຊະນິດນີ້ເຂົ້າໃນການປິ່ນປົວ ໂຄວິດ-19 ເທື່ອ ແລະ ກະຊວງສາທາລະນະສຸກຂອງຫວຽດນາມກໍຍັງບໍ່ທັນໄດ້ແນະນຳໃຫ້ໃຊ້ຢາຊະນິດນີ້.

ມີ ວັກຊີນ ຕ້ານພະຍາດໂຄວິດ-19 ແລ້ວບໍ?

ຕາມທຳມະດາແລ້ວຢາກຜະລິດວັກຊີນໄດ້ ຕ້ອງໃຊ້ເວລາຄົ້ນຄວ້າແຕ່ 1-2 ປີ ຫຼື ຫຼາຍກວ່ານັ້ນ. ມີຫຼາຍປະເທດ, ໃນນັ້ນນັບທັງຫວຽດນາມ ກໍກຳລັງເລັ່ງລັດພັດທະນາ ວັກຊີນ ເພື່ອປົວພະຍາດໂຄວິດ. 3 ຊາດເຊັ່ນ: ສະຫະລັດ, ຈີນ ແລະ ອັງກິດ ໄດ້ມີການໃຊ້ທົດລອງກັບຄົນແລ້ວ. ອົງການອານາໄມໂລກແຈ້ງໃຫ້ຮູ້ວ່າ: ຖ້າອີກ 18 ເດືອນກໍຈະມີ ວັກຊີນຕ້ານພະຍາດໂຄວິດ-19 ເປັນຄັ້ງທຳອິດແລ້ວ.

ອຸນຫະພູມສູງສາມາດຂ້າພະຍາດໂຄວິດ-19 ໄດ້ບໍ?

ບັນດານັກວິທະຍາສາດໃຫ້ຮູ້ວ່າ: ມັນຈະໄວເກີນໄປຖ້າຫາກສະຫຼຸບວ່າ ອຸນຫະພູມສູງ ຈະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ໄດ້. ເຖິງຢ່າງໃດກໍຕາມ, ບັນດານັກວັດຖຸວິທະຍາໃນມະຫາວິທະຍາໄລ Utah ສະຫະລັດ ອາເມລິກາ ກຳລັງທຳການທົດລອງ ເພື່ອໃຫ້ໄດ້ຄຳຕອບດັ່ງກ່າວ. ທ່ານ Saveez Safarian ນັກວັດຖຸວິທະຍາ ໃນມະຫາວິທະຍາໄລ Utah ໃຫ້ຮູ້ວ່າ: “ພະຍາດໂຄວິດມີການລະບາດຄ້າຍຄືກັນກັບ ໄວຣັສໄຂ້ຫວັດ ຈາກການຕິດເອົາຂີ້ມູກນໍ້າລາຍຂອງຜູ້ປ່ວຍ. ມັນຈະບໍ່ແຜ່ເຊື້ອໄດ້ຖ້າຫາກຂີ້ມູກນໍ້າລາຍກາຍເປັນຝຸ່ນລະອອງ(ບໍ່ເປັນກ້ອນ)” ເພາະ “ຄຸນລັກຊະນະຂອງຝຸ່ນລະອອງຂອງຂີ້ມູກນໍ້າລາຍນັ້ນມີຄວາມທົນທານໃນລະດັບອຸນຫະພຸມທີ່ແຕກຕ່າງກັນ ຊຶ່ງຈະສົ່ງຜົນຕໍ່ການແຜ່ລະບາດຂອງພະຍາດ”

ໃນມຸມມອງຂອງນັກລະບາດວິທະຍາ, ທ່ານ Marc Lipsitch ໃນມະຫາວິທະຍາໄລ ຮາເວີດ ອະທິບາຍວ່າ: ໃນລະດູຮ້ອນ ຈະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄດ້ດີກວ່າ ເພາະປະລິມານ ວິຕາມິນ ດີ ສູງກວ່າ ອັນເຮັດໃຫ້ພູມຄຸ້ມກັນຂອງຮ່າງກາຍດີກວ່າ, ອາກາດຊຸ່ມຊື່ນສູງກໍສາມາດສະກັດກັ້ນການຕິດຕໍ່ເຊື້ອໄວຣັສໄດ້.

- 4 - ຄວາມຮູ້ຮອບຕົວກ່ຽວກັບໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!