ພົບໄວຣັສໂຄໂຣນາສາຍພັນໃໝ່ ເພີ່ມອີກ 6 ຊະນິດໃນໂຕເຈຍມຽນມາ


ທີມນັກວິທະຍາສາດໃນໂຄງການ PREDICT ເຊິ່ງເຮັດວຽກພາຍໃຕ້ອົງການເພື່ອການພັດທະນາສາກົນຂອງອາເມລິກາ ຫລື USAID ເປີດເຜີຍວ່າ: ໄດ້ຄົ້ນພົບໄວຣັສໂຄໂຣນາສາຍພັນໃໝ່ເພີ່ມມາອີກ 6 ຊະນິດ ຈາກການກວດສອບປະຊາກອນເຈຍຫລາຍກຸ່ມໃນປະເທດມຽນມາ.
ລາຍງານວິໄຈທີ່ໄດ້ພິມເຜີຍແຜ່ທາງອອນລາຍໃນວາລະສານວິຊາການ PLOS ONE ເມື່ອວັນທີ 9 ເມສາຜ່ານມາ ລະບຸວ່າ: ທີມນັກວິທະຍາສາດໃນໂຄງການ PREDICT ໄດ້ວິເຄາະຕົວຢ່າງນ້ຳລາຍ ແລະ ຂີ້ໂຕເຈຍຫລາຍຮ້ອຍຕົວຢ່າງ ເຊິ່ງເກັບຈາກເຈຍ 11 ຊະນິດພັນ ຈຳນວນ 464 ໂຕ ໃນສະຖານທີ່ 3 ແຫ່ງຂອງມຽນມາ ລະຫວ່າງປີ 2016-2018.
ສະຖານທີ່, ທີ່ໃຊ້ເກັບຕົວຢ່າງເຫລົ່ານີ້ ລ້ວນເປັນຖ້ຳທີ່ມະນຸດມັກເຂົ້າໄປໃກ້ຊິດກັບຝູງເຈຍເປັນປະຈຳ ທັງປະຊາຊົນທີ່ເຂົ້າໄປເກັບຂີ້ເຈຍ ເຊິ່ງເປັນປຸ໋ຍຢ່າງດີມາຂາຍ ລວມທັງຄົນທີ່ເຂົ້າໄປສັກກາລະພະພຸດທະຮູບໃນຖ້ຳ ແລະ ບັນດານັກທ່ອງທ່ຽວ.
ຜົນວິເຄາະພົບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ທີ່ທີມຜູ້ວິໄຈຕັ້ງຊື່ວ່າ PREDICT-CoV-90 ໃນເຈຍເພດານໃຫຍ່ ລວມທັງຄົ້ນພົບເຊື້ອ PREDICT-CoV-47 ແລະ PREDICT-CoV-82 ໃນເຈຍປາກຍົນ, ສ່ວນເຊື້ອຄົ້ນພົບໃໝ່ອີກສາມຊະນິດຄື PREDICT-CoV-92, PREDICT-CoV-93, PREDICT-CoV-96 ພົບຢູ່ໃນເຈຍໜ້າຍັກສາມຫລືບ.
ໄວຣັສໂຄໂຣນາສາຍພັນໃໝ່ 6 ຊະນິດທີ່ຄົ້ນພົບຫລ້າສຸດນີ້ ຈັດຢູ່ໃນວົງ Coronaviridae ເຊັ່ນດຽວກັບໄວຣັສ SARS-CoV-2 ຫລື ເຊື້ອທີ່ກໍ່ໃຫ້ເກີດໂຣກທາງເດີນຫາຍໃຈໂຄວິດ-19, ແຕ່ພັດມີພັນທຸກຳບໍ່ໃກ້ຄຽງກັນຫລາຍ. ທັງຍັງມີຂໍ້ມູນພັນທະກຳແຕກຕ່າງໄປຈາກເຊື້ອໄວຣັສໂຣກຊາຣ໌ສ (SARS) ແລະ ເຊື້ອໄວຣັສໂຣກເມີຣ໌ສ (MERS) ສົມຄວນ ຈຶ່ງຍັງບໍ່ຮູ້ແນ່ນອນວ່າຈະເຮັດໃຫ້ເກີດການຕິດເຊື້ອໃນມະນຸດໄດ້ ຫລື ບໍ່.
ທ່ານ ດຣ. ຊູຊານ ເມີເຣ ໜຶ່ງໃນທີມຜູ້ວິໄຈ ບອກວ່າ: “ໄວຣັສໂຄໂຣນາຫລາຍຊະນິດອາດບໍ່ເປັນອັນຕະລາຍຕໍ່ມະນຸດ, ແຕ່ຖ້າເຮົາໄດ້ຮູ້ຈັກມັນກ່ອນ ຂະນະທີ່ມັນຍັງຢູ່ໃນປະຊາກອນສັດທີ່ເປັນແຫລ່ງກຳເນີດ ເຮົາຈະມີໂອກາດສຶກສາສ້າງຄວາມເຂົ້າໃຈເຊື້ອໂຣກໃໝ່ໆທີ່ມີຄວາມສ່ຽງສູງລ່ວງໜ້າ ເພື່ອປ້ອງກັນການເກີດໂຣກລະບາດຄັ້ງໃຫຍ່ໄດ້”.
ເຈຍເປັນສັດທີ່ຕ້ອງສົງໄສວ່າເປັນແຫລ່ງກັກເກັບເຊື້ອໄວຣັສໂຄວິດ-19 ແລະ ໄວຣັສໂຄໂຣນາອີກນັບພັນຊະນິດ ໂດຍມີການສັນນິຖານວ່າເຊື້ອດັ່ງກ່າວຕິດຕໍ່ມາສູ່ຄົນຜ່ານສັດທີ່ເປັນພາຫະຕົວກາງອີກຊະນິດໜຶ່ງ ເຊິ່ງຫລ້າສຸດມີຄວາມເປັນໄປໄດ້ວ່າ: ໂຕຫລິ່ນທີ່ໃຊ້ລີນກວາດກິນແມງໄມ້ຕາມພື້ນດິນ ອາດຕິດເຊື້ອໂຄວິດ-19 ຈາກຂີ້ໂຕເຈຍໄດ້.