ຊົມເຊີຍແພດໝໍລາວ ສາມາດປົວຜູ້ຕິດເຊື້ອໂຄວິດ-19 ຫາຍຂາດເປັນຄົນທຳອິດໃນປະເທດລາວ

- ty - ຊົມເຊີຍແພດໝໍລາວ ສາມາດປົວຜູ້ຕິດເຊື້ອໂຄວິດ-19 ຫາຍຂາດເປັນຄົນທຳອິດໃນປະເທດລາວ
- kitchen vibe - ຊົມເຊີຍແພດໝໍລາວ ສາມາດປົວຜູ້ຕິດເຊື້ອໂຄວິດ-19 ຫາຍຂາດເປັນຄົນທຳອິດໃນປະເທດລາວ

ໂດຍ: ລູກເມືອງພວນ

ມື້ນີ້ວັນທີ 14 ເມສາ, ຄະນະສະເພາະກິດເພື່ອສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມເຊື້ອໂຄວິດ-19 ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ແພດໝໍລາວສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 1 ຄົນ. ຊຶ່ງຜູ້ກ່ຽວເປັນນັກສຶກສາຍິງຄົນລາວ ອາຍຸ 20 ປີ ທີ່ມາຈາກປະເທດອັງກິດ. ຜ່ານການກວດຫາເຊື້ອໄວຣັສໂຄວິດ-19 ເຫັນວ່າເປັນບວກ, ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່ທີ່ໂຮງໝໍມິດຕະພາບ (150 ຕຽງ) ຕາມຫຼັກການສາກົນທຸກຂັ້ນຕອນ. ມາເຖິງມື້ນີ້, ທາງຄະນະສະເພາະກິດເພື່ອສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມເຊື້ອໄວຣັສໂຄວິດ-19 ສາມາດປະກາດຢ່າງເປັນທາງການວ່າ ຜູ້ກ່ຽວແມ່ນປິ່ນປົວຫາຍດີຢ່າງຂາດໂຕແລ້ວ.

- Visit Laos Visit SALANA BOUTIQUE HOTEL - ຊົມເຊີຍແພດໝໍລາວ ສາມາດປົວຜູ້ຕິດເຊື້ອໂຄວິດ-19 ຫາຍຂາດເປັນຄົນທຳອິດໃນປະເທດລາວ

ເມື່ອມີຂ່າວດີແບບນີ້, ຄົນລາວທຸກຄົນມີຄວາມພາກພູມໃຈ ແລະ ມີຄວາມຊື່ນຊົມຕໍ່ແພດໝໍລາວເປັນຢ່າງຍິ່ງ, ຊຶ່ງແພດໝໍລາວກໍມີຄວາມສາມາດ ບໍ່ນ້ອຍໜ້າໃຫ້ປະເທດອື່ນໃດໃນໂລກ, ຕອກຢໍ້າໃຫ້ຄົນລາວເຫັນວ່າ ແພດໝໍລາວກໍມີຄວາມສາມາດ ມີການພັດທະນາດ້ານວິຊາການຂຶ້ນເປັນລຳດັບ, ເຮັດໃຫ້ຄົນລາວມີຄວາມໝັ້ນອົກໝັ້ນໃຈ, ເຊື່ອໝັ້ນ ແລະ ແກ້ຄວາມສົງໄສໃນແງ່ລົບຕໍ່ວົງການແພດໝໍລາວ. ຊຶ່ງຜ່ານມາ, ຍັງມີຫຼາຍຄົນບໍ່ທັນໝັ້ນໃຈຕໍ່ຄວາມສາມາດຂອງແພດໝໍລາວ ແລະ ຄວາມພ້ອມຮັບມືຂອງລັດຖະບານຕ້ານກັບພະຍາດໂຄວິດ-19.

ອີກດ້ານໜຶ່ງ, ຜົນງານດັ່ງກ່າວ ມັນສະແດງໃຫ້ເຫັນຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍ, ຄວາມຕັດສິນໃຈສູງ, ທັນການ, ເຂັ້ມແຂງ,

 ເຂັ້ມງວດ ແລະ ເອົາຈິງຂອງລັດຖະບານ ໃນຍຸດທະສາດມາດຕະການປ້ອງກັນ, ຕ້ານສະກັດກັ້ນ ແລະ ຄວບຄຸມອຊື້ອໂຄວິດ-19 ໃນຄັ້ງນີ້ ຢ່າງເປັນຮູບປະທຳ.

ແຫຼ້ງຂ່າວຍັງໃຫ້ຮູ້ອີກວ່າ, 16 ຄົນທີ່ຕິດເຊື້ອກ່ອນນັ້ນກໍມີອາການດີຂຶ້ນເປັນລຳດັບ, ຖ້າກວດຄືນອີກສອງຄັ້ງຖ້າຫາກບໍ່ມີເຊື້ອແລ້ວກໍຈະໄດ້ອອກໂຮງໝໍເຊັ່ນດຽວກັນໃນບໍ່ດົນນີ້.

ພວກເຮົາປະຊາຊົນລາວຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ, ຂໍສະແດງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ວົງການແພດລາວນະໂອກາດນີ້. ອວຍພອນໃຫ້ນັກຮົບເສື້ອຂາວລາວ ຈົ່ງມີຜົນສຳເລັດໃໝ່ຍິ່ງໃຫ່ຍກວ່າເກົ່າ, ສ້າງຄວາມໄວ້ວາງໃຈໃຫ້ປະຊາຊົນລາວນັບມື້ສູງຂຶ້ນ. ອວຍພອນໃຫ້ພວກທ່ານຈົ່ງມີພາລະນາໄມສົມບູນ ທັງກາຍ ແລະ ໃຈ ເພື່ອຕີເອົາຊະນະສັດຕູໂຕຮ້າຍກາດໃນຄັ້ງນີ້ໄດ້ຢ່າງມີໄຊ. ພວກເຮົາປະຊາຊົນລາວຂໍເປັນກຳລັງໃຈໃຫ້ພວກທ່ານເຮັດລ້ອນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າໃນຄັ້ງນີ້, ສ້າງໜ້າປະຫວັດສາດໃໝ່ໃນວົງການແພດໝໍລາວ./.

- 3 - ຊົມເຊີຍແພດໝໍລາວ ສາມາດປົວຜູ້ຕິດເຊື້ອໂຄວິດ-19 ຫາຍຂາດເປັນຄົນທຳອິດໃນປະເທດລາວ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!