ທົ່ວໂລກຕຳໜິ “ທຣຳ” ຫລັງປະກາດຕັດເງິນສະໜັບສະໜູນອະນາໄມໂລກ


ປະເທດຕ່າງໆທົ່ວໂລກພາກັນອອກມາຕຳໜິປະທານາທິບໍດີ ໂດນັລ ທຣຳ ຫລັງຈາກຜູ້ນຳອາເມລິກາ ປະກາດໃນວັນທີ 15 ເມສາວ່າຈະໂຈະເງິນບໍລິຈາກທີ່ລັດຖະບານອາເມລິກາໃຫ້ແກ່ອົງການອະນາໄມໂລກ ຫລື WHO.
ຂະນະທີ່ຜູ້ຊ່ຽວຊານດ້ານສາທາລະນະສຸກເຕືອນວ່າ: ການຕັດສິນໃຈຂອງຜູ້ນຳອາເມລິກາອາດສ້າງຜົນເສຍໃຫຍ່ຫລວງຕໍ່ຄວາມພະຍາຍາມຕໍ່ສູ້ກັບການລະບາດຂອງໂຄວິດ-19 ທົ່ວໂລກ.
ສະຫະພາບເອີຣົບ ລະບຸວ່າ: ທ່ານ ທຣຳ ບໍ່ມີເຫດຜົນທີ່ຕ້ອງໂຈະເງິນອຸດໜູນທີ່ໃຫ້ WHO ໃນໄລຍະເວລາວິກິດທີ່ຕ້ອງການການຮ່ວມມື ແລະ ເປັນເອກະພາບ ບໍ່ແມ່ນຄວາມແຕກແຍກ ໂດຍຫົວໜ້າດ້ານນະໂຍບາຍຕ່າງປະເທດຂອງສະຫະພາບເອີຣົບ ໂຈເຊບ ບໍແຣລ ກ່າວວ່າ: EU ເສຍໃຈຕໍ່ຂ່າວນີ້ ເຊິ່ງເກີດຂຶ້ນໃນໄລຍະເວລາທີ່ WHO ຕ້ອງການການຊ່ວຍເຫລືອຫລາຍທີ່ສຸດ ເພື່ອເອົາຊະນະໂຄໂຣນາໄວຣັສທີ່ບໍ່ສົນໃຈເສັ້ນແບ່ງຊາຍແດນ.
ສ່ວນໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ: ຈີນກັງວົນຕໍ່ການຕັດສິນໃຈຂອງຜູ້ນຳອາເມລິກາໃນຄັ້ງນີ້. ຂະນະທີ່ ນາຍົກລັດຖະມົນຕີອົດສະຕຣາລີ ສະກ໊ອດ ມໍຣິສັນ ກ່າວວ່າ: ທ່ານເສຍໃຈຕໍ່ຄຳວິຈານຂອງທ່ານ ທຣຳ ທີ່ມີຕໍ່ WHO ແລະ ຈີນ ພ້ອມຢືນຢັນວ່າອົດສະຕຣາລີຈະຍັງໃຫ້ເງິນສະໜັບສະໜູນ WHO ຕໍ່ໄປ.
ຜ່ານມາ ຜູ້ນຳອາເມລິກາຖືກຕັ້ງຄຳຖາມເຖິງການຮັບມືການລະບາດຂອງໂຄວິດ-19 ໃນປະເທດທີ່ບໍ່ພຽງພໍ ແລະ ເມີນເສີຍຕໍ່ຄຳເຕືອນຈາກຄະນະໃນການຄວບຄຸມການລະບາດຂອງໂຄວິດ-19 ໂດຍຜູ້ນຳອາເມລິກາມັກກ່າວໂທດໜ່ວຍງານອື່ນ ໂດຍສະເພາະອົງການອະນາໄມໂລກ ແລະ ສື່ມວນຊົນແທນ.
ທັງນີ້ ອາເມລິກາໃຫ້ເງິນອຸດໜູນອົງການອະນາໄມໂລກປະມານ 400-500 ລ້ານໂດລາຕໍ່ປີ ຕາມຂໍ້ມູນຂອງຜູ້ນຳອາເມລິກາ. ຂະນະທີ່ຈີນໃຫ້ເງິນອຸດໜູນອົງການອະນາໄມໂລກປະມານ 40 ລ້ານໂດລາຕໍ່ປີ ໂດຍທ່ານ ທຣຳ ວິພາກວິຈານການເຮັດວຽກຂອງ WHO ວ່າເອົາໃຈຈີນຫລາຍເກີນໄປ ແລະ ມັກເອີ້ນໂຄໂຣນາໄວຣັສສາຍພັນໃໝ່ນີ້ວ່າ: “ໄວຣັສຈີນ”.