ເຢຍລະມັນທຸ້ມງົບ 8 ພັນລ້ານ ເອີໂຣ ໃຫ້ກຸ່ມທຸລະກິດຂະຫນາດນ້ອຍໃນຊ່ວງວິກິດໂຄວິດ-19
April 18, 2020 - 9:47 AM


ລັດຖະບານເຢຍລະມັນ ປະກາດອານຸມັດງົບປະມານໃຫ້ທຶນຊ່ວຍເຫລືອບໍລິສັດຂະຫນາດນ້ອຍ ແລະ ຜູ້ປະກອບທຸລະກິດສ່ວນຕົວທີ່ສະມັກຂໍເງິນຊ່ວຍເຫລືອຢ່າງຮີບດ່ວນ, ປະມານ 1 ລ້ານຄົນ, ພາຍໃນ 4 ອາທິດ.
ໂດຍທາງກະຊວງການຄ້າ ແລະ ກະຊວງແຮງງານ (BMMI) ບອກໃຫ້ຮູ້ວ່າ: ເງິນຊ່ວຍເຫລືອທີ່ລັດອານຸມັດທີ່ມີມູນຄ່າປະມານ 8 ພັນລ້ານ ເອີໂຣ ແລະ ເປັນສ່ວນຫນຶ່ງຂອງມາດຕະຖານສົ່ງເສີມເສດຖະກິດຂອງປະເທດໃນໄລຍະວິດກິດຕິດເຊື້ອໂຄວິດສາຍພັນໃຫມ່ (ໂຄວິດ-19).
ດັ່ງນັ້ນຜູ້ປະກອບທຸລະກິດສ່ວນໂຕ ແລະ ບໍລິສັດຂະຫນາດນ້ອຍທີ່ມີພະນັກງານບໍ່ເກີນ 10 ຄົນ
ສາມາດສະມັກຂໍຮັບເງິນທຶນສຸກເສີນຈາກລັດຖະບານໄດ້ສູງເຖິງ 15.000 ເອີໂຣ , ໂດຍເປັນການ ໃຫ້ເທື່ອດຽວ ເຊິ່ງບໍ່ຈຳເປັນຕ້ອງຊຳລະເງິນຄືນ.

