ນາດາລ ຊະນະ ວາວຣິນກາ 3-0 ເຊັດ ຄວ້າແຊ໊ມເຕັນນິສ ເຟຣນ ໂອເພນ ເປັນສະໄໝທີ 10
June 12, 2017 - 4:16 PM




ຜົນປາກົດວ່າ ຣາຟາເອລ ນາອາລ ສະແດງຄວາມແຂງ ແກ່ນທັງລູກເສີບ ແລະ ສ່ວນກັບ ອັນໜັກໜ່ວງ ກ່ອນເອົາຊະນະ ສະແຕນ ວາວຣິນກາ ໄປແບບ ຂາດລອຍ 3-0 ເຊັດ 6-2, 6-3, 6-1. ຄວ້າແຊ໊ມລາຍການນີ້ເປັນ ສະໄໝທີ 10 ຫຼາຍສຸດໃນປະ ຫວັດສາດ ປະກອບດ້ວຍປີ 2005, 2006, 2007, 2008, 2010,2011, 2012, 2013, 2014, ແລະ ຫຼ້າສຸດ 2017.
ນອກຈາກນີ້ຍັງເປັນການ ຄວ້າແຊ໊ມລາຍການແກຣນສະ ແລມເປັນໃບທີ 15 ໃນອາຊີບ ຕາມຫຼັງ ໂຣເຈີ ເຟເດິເຣີ ອັບດັບ 1 ຄົນ ສະວິດເຊີແລນ ທີ່ຄວ້າແຊ໊ມ ຫຼາຍສຸດ 18 ລາຍການ.