10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່

10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - e34 - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່
10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - kitchen vibe - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່

   ຂ່າວປອມ ແມ່ນຂ່າວທີ່ມີຂໍ້ມູນບໍ່ເປັນຄວາມຈິງ ເຊິ່ງມີທັງການສົ່ງຕໍ່ຄວາມຮຸນແຮງດ້ານໂຄງສ້າງ ກໍ່ໃຫ້ເກີດການກັ່ນແກ້ງທາງໄຊເບີ ເປັນເຄື່ອງມືທາງການເມືອງ, ເກີດການສ້າງວາຈາກຽງຊັງ ຕະຫລອດຈົນເຖິງການໂຄສະນາເກີນຈິງ ສົ່ງຕໍ່ຄວາມເຊື່ອທີ່ຜິດ, ການເປີດຮັບສື່ຂອງຄົນລາວທ່າມກາງຄວາມມະຫາສານຂອງຂໍ້ມູນທີ່ເກີດຂຶ້ນທຸກໆສ້ຽວວິນາທີ ປະກົດການຂ່າວປອມ, ຂ່າວຕົວະ ຫລື Fake News ຈຶ່ງປະປົນຢູ່ໃນຄື້ນມະຫາສານຂອງຂໍ້ມູນ ເຮັດໃຫ້ຄົນຈຳນວນບໍ່ໜ້ອຍຫລົງເຊື່ອຂ່າວປອມ ຫລື ເປັນສ່ວນໜຶ່ງໃນການເຜີຍແຜ່ຂ່າວປອມໂດຍບໍ່ຮູ້ໂຕ.

ມື້ນີ້ພວກເຮົາມີ 10 ເຄັດລັບສັງເກດຂ່າວປອມ ໂດຍສູນຊ່ວຍເຫລືອ  Facebook ມາແນະນຳທ່ານ ດັ່ງນີ້ :

10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - Visit Laos Visit SALANA BOUTIQUE HOTEL - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່
10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - Visit Laos Visit SALANA BOUTIQUE HOTEL - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່
  1. ສົງໄສຂໍ້ຄວາມພາດຫົວຂໍ້ : ຂ່າວປອມມັກມີຂໍ້ຄວາມພາດຫົວຂໍ້ທີ່ດຶງດູດຄວາມສົນໃຈ ໂດຍໃຊ້ໂຕພິມໃຫຍ່ທັງໝົດ ແລະ ເຄື່ອງໝາຍທ້ວງຕ່າງໆ.
  2. ສັງເກດບ່ອນ URL ຫາກ URL ຫລອກລວງ ຫລື ເບິ່ງຄ້າຍຄື ອາດເປັນສັນຍານຂອງຂ່າວປອມໄດ້ ເວັບໄຊຂ່າວປອມຈຳນວນຫລາຍມັກປ່ຽນ URL ພຽງເລັກນ້ອຍເພື່ອຮຽນແບບແຫ່ລງຂ່າວແທ້.
  3. ສັງເກດແຫລ່ງທີ່ມາ : ກວດເບິ່ງໃຫ້ແນ່ໃຈວ່າເລື່ອງລາວຂຽນຂຶ້ນໂດຍແຫ່ລງທີ່ມາທີ່ໜ້າເຊື່ອຖື ແລະ ມີຊື່ສຽງດ້ານຄວາມຖືກຕ້ອງ ຫາກມີເລື່ອງລາວມາຈາກອົງກອນທີ່ຊື່ບໍ່ລຶ້ງເຄີຍ ໃຫ້ກວດສອບຢູ່ພາກສ່ວນ ກ່ຽວກັບເພື່ອຮຽນຮູ້ເພີ່ມຕື່ມ.
  4. ແນມຫາການຈັດຮູບແບບທີ່ບໍ່ປົກກະຕິ : ເວັບໄຊຂ່າວປອມຈຳນວນຫລາຍມັກມີການສະກົດຜິດ ຫລື ວາງຕຳແໜ່ງຂໍ້ຄວາມ ຫລື ຕົວໜັງສືບໍ່ປົກກະຕິ ຈົ່ງອ່ານຢ່າງລະມັດລະວັງຫາກທ່ານເຫັນສັນຍານເຫລົ່ານີ້.
  5. ການພິຈາລະນາຮູບພາບ : ຂ່າວປອມມັກມີຮູບພາບ ຫລື ວີດີໂອທີ່ບໍ່ເປັນຄວາມຈິງ ບາງເທື່ອຮູບພາບອາດເປັນຮູບແທ້,​ ແຕ່ບໍ່ກ່ຽວຂ້ອງກັບເນື້ອໃນບົດຄວາມຂອງເລື່ອງລາວ ທ່ານສາມາດຄົ້ນຫາເພື່ອກວດສອບໄດ້ວ່າຮູບພາບເຫລົ່ານັ້ນມາຈາກໃສ.
  6. ກວດສອບວັນທີ : ເລື່ອງລາວຂ່າວປອມອາດມີລຳດັບເຫດການທີ່ບໍ່ສົມເຫດສົມຜົນ ຫລື ມີການປ່ຽນແປງວັນທີຂອງເຫດການ.
  7. ກວດສອບຫລັກຖານ : ກວດສອບແຫ່ລງຂໍ້ມູນຂອງຜູ້ຂຽນເພື່ອຢັ້ງຢືນວ່າຖືກຕ້ອງ ຫາກບໍ່ມີຫລັກຖານ ຫລື ຄວາມໜ້າເຊື່ອຖືຂອງຜູ້ຊ່ຽວຊານທີ່ບໍ່ມີຊື່ສຽງ ອາດຈະລະບຸໄດ້ວ່າຂ່າວດັ່ງກ່າວເປັນຂ່າວປອມ.
  8. ເບິ່ງລາຍງານອື່ນໆ : ຫາກບໍ່ມີແຫ່ລງທີ່ມາອື່ນໆທີ່ລາຍງານເລື່ອງລາວດຽວກັນ ອາດລະບຸໄດ້ວ່າຂ່າວດັ່ງກ່າວເປັນຂ່າວປອມ ຫາກມີລາຍງານຂ່າວໂດຍຫລາຍແຫ່ລງຂ່າວທີ່ທ່ານເຊື່ອຖືໄດ້ ມີໂອກາດວ່າຂ່າວດັ່ງກ່າວຈະເປັນຂ່າວແທ້.
  9. ເລື່ອງລາວນີ້ເປັນເລື່ອງຕະຫລົກຫລືບໍ່ : ບາງເທື່ອອາດແຍກຂ່າວປອມຈາກເລື່ອງຕະຫລົກ ຫລື ການຢອກລໍ້ໄດ້ຍາກ, ກວດສອບເບິ່ງວ່າແຫ່ລງທີ່ມາຂອງຂ່າວຂຶ້ນຊື່ເລື່ອງການຢອກລໍ້ຫລືບໍ່ ແລະ ລາຍລະອຽດຕະຫລອດຈົນນຳ້ສຽງຂອງຂ່າວຟັງເບິ່ງເປັນເລື່ອງຕະຫລົກຫລືບໍ່.
  10. ເລື່ອງລາວບາງເລື່ອງອາດຕັ້ງໃຈເປັນຂ່າວປອມ : ໃຊ້ການພິຈາລະນາເພື່ອຄິດວິເຄາະເລື່ອງລາວທີ່ທ່ານອ່ານ ແລະ ແບ່ງປັນ ຫລື ສົ່ງຕໍ່ສະເພາະຂ່າວທີ່ທ່ານແນ່ໃຈວ່າເຊື່ອຖືໄດ້ເທົ່ານັ້ນ.
10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - 4 - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່
10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - 3 - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່
10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່ - 5 - 10 ເຄັດລັບສັງເກດຂ່າວປອມ ຮູ້ເທົ່າທັນສື່
  • 1097 Posts
  • 0 Comments
iLike/LPN/20