ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ

ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ - 952 - ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ
ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ - kitchen vibe - ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ

ໃນວັນທີ 29 ເມສານີ້ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ມາຮອດມື້ນີ້ເປັນມື້ທີ່ 17 ແລ້ວທີ່ລາວບໍ່ພົບຜູ້ຕິດເຊື້ອເພີ່ມ ແລະ ມີຂ່າວດີວ່າຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ ໂຮງຫມໍແຂວງ ຫລວງພະບາງທີ່ຍັງເຫລືອອີກ 1 ຄົນນັ້ນກໍຈະໄດ້ອອກໂຮງໝໍແລ້ວ, ຊຶ່ງຜ່ານການກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນໄລຍະເວລາ 24 ຊົ່ວໂມງຜ່ານມາເຫັນວ່າບໍ່ພົບເຊື້ອ, ຫມາຍວ່າມາຮອດປັດຈຸບັນ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ 19 ຄົນນັ້ນສາມາດປິ່ນປົວດີແລ້ວ 8 ຄົນ, ແລະ ຍັງພຽງ 11 ຄົນ ກໍາລັງປິ່ນປົວຕິດຕາມຕໍ່ຢູ່ໂຮງຫມໍມິດຕະພາບ ຊຶ່ງທັງໝົດເຫັນວ່າ: ມີອາການເບົາບາງດີຂຶ້ນ. ແຕ່ເຖິງວ່າສະພາບການລະບາດຂອງພະຍາດໄດ້ຜ່ອນຄາຍລົງຄືແນວນີ້ ແຕ່ພວກເຮົາກໍ່ບໍ່ໄດ້ລົດລະໃນການເຝົ້າລະວັງເພື່ອຄວບຄຸມ ແລະ ສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.
ປັດຈຸບັນຢູ່ລາວເຮົາຍັງສືບຕໍ່ມີຜູ້ເດີນທາງເຂົາມາເປັນຈຳນວນບໍ່ຫນ່ອຍ ລວມທັງແຮງງານລາວ, ແຕ່ພວກເຮົາກໍ່ໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ແລະ ສົ່ງໄປຈຳກັດບໍລິເວນ ຢູ່ສູນຕ່າງໆຈົນຄົບກຳນົດ 14 ວັນຕາມຫລັກການການແພດຢ່າງເຂັ້ມງວດ ແລະ ກໍຂໍຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງຮ່ວມໄມ້ຮ່ວມມືກັນຈັດຕັ້ງປະຕິບັດ ມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດນີ້ໃຫ້ເຂັ້ມງວດ, ຊຶ່ງເວລາໃດພັກ ແລະ ລັດຖະບານເຮົາກໍ ມີຄວາມເປັນຫ່ວງເປັນໃຍເອົາໃຈໃສ່ຢ່າງໃກ້ຊິດ ຕໍ່ການຄວບຄຸມ ແລະ ການແກ້ໄຂການລະບາດຂອງພະຍາດດັ່ງກ່າວຊຶ່ງໄດ້ຈຳກັດ ການເຄື່ອນໄຫວ ຊີວິດປະຈຳວັນຂອງປະຊາຊົນ ແລະ ມີຫຼາຍຂໍ້ຫ້າມຕ່າງໆ ອັນໄດ້ກຳນົດສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່,ຈຳກັດການເຄື່ອນໄຫວ ທາງດ້ານພາກທຸລະກິດ ແລະອື່ນ, ທັງຫມົດກໍເພື່ອແນໃສ່ສະກັດກັ້ນການລະບາດຂອງພະຍາດນີ້ໃຫ້ມີປະສິດທິຜົນ. ແລະ ຄະນະສະເພາະກິດ ກໍ່ຄືລັດຖະບານ ກຳລັງຄົ້ນຄວ້າບາງມາດ ຕະການທີ່ຈະຜ່ອນຜັນການກັກກັນດັ່ງກ່າວລົງ, ແຕ່ວ່າພວກເຮົາຈະຕ້ອງໄດ້ສືບຕໍ່ປະຕິບັດ ມາດຕະການປ້ອງກັນຕົນເອງໃຫ້ເຂັ້ມງວດ, ເປັນຕົ້ນ ແມ່ນການປະຕິບັດໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ,ການໃຊ້ເຈວລ້າງມືຂ້າເຊື້ອ ແລະ ຫຼັກການອະນາໄມອື່ນໆຕື່ມອີກ, ຖ້າວ່າຄົນໃນຄອບຄົວຂອງທ່ານ ຫາກມີອາການໄຂ້, ໄອ, ເຈັບຫົວ ຫຼື ມີອາການສົງໃສອື່ນໆ ກໍ່ຂໍໃຫ້ເຂົ້າໄປພົບແພດຢູ່ໂຮງໝໍ ເພື່ອກວດອາການໃຫ້ທ່ວງທັນ ແລະ ເພື່ອຄວາມປອດໄພຂອງທ່ານ,ພ້ອມນີ້ກໍໃຫ້ເອົາໃຈໃສ່ປ້ອງກັນພະຍາດໄຂ້ເລືອດອອກໃຫ້ເຂັ້ມງວດຕື່ມອີກເພາະລະດູຝົນໄດ້ເຂົາມາຮອດແລ້ວ, ຊຶ່ງຈະເປັນໂອກາດໃຫ້ການແຜ່ລະບາດຂອງໄຂ້ຍຸງລາຍນີ້ໄດ້ງ່າຍ, ດັ່ງລະດູຝົນຫລາຍປີຜ່ານມາກໍໄດ້ເອົາຊີວິດຂອງຄົນເຮົາໄປຈຳນວນບໍ່ຫນ່ອຍ ແລະ ກໍຂໍຮຽກຮ້ອງໃຫ້ທຸກຄົນມີຄວາມອົດທົນ ພ້ອມກັນຜ່ານຜ່າວິກິດນີ້,ດ້ວຍການພ້ອມກັນເອົາໃຈໃສ່ປ້ອງກັນຕົນເອງ, ຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດເພື່ອຫລີກລຽງການຕິດເຊື້ອພະຍາດ COVIDນີ້ ກໍຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດ.

ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ - 4 - ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ
ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ - Visit Laos Visit SALANA BOUTIQUE HOTEL - ມີຜູ້ຕິດເຊື້ອໂຄວິດ-19 ກຽມອອກໂຮງຫມໍອີກ 1ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!