ນັກວິທະຍາສາດສ້າງແມ່ເຫຼັກແບບ 2 ມິຕິ ໄດ້ສໍາເລັດ

-                          2             1 - ນັກວິທະຍາສາດສ້າງແມ່ເຫຼັກແບບ 2 ມິຕິ ໄດ້ສໍາເລັດ
- kitchen vibe - ນັກວິທະຍາສາດສ້າງແມ່ເຫຼັກແບບ 2 ມິຕິ ໄດ້ສໍາເລັດ

ແຕ່ປີ 2004 ທີ່ນັກວິທະຍາສາດປະສົບຜົຍສໍາເລັດໃນການໃຊ້ Graphene ກຣາຟີນ ຊັ້ນເລເຢີຂອງກາກບອນທີ່ມີຄວາມບາງຈົນເກືອບຈະເອີ້ນໄດ້ວ່າເປັນວັດຖຸລະດັບ 2 ມິຕິ ​ເຊິ່ງມັນໄດ້ຖືກໃຊ້ໃນວົງການເຊມິຄອນດັກເຕີຣ໌ ແລະ ຊຸບເປີຣ໌ຄອນດັກເຕີຣ໌ ເຮັດໃຫ້ສ້າງຊິບຄອມພິວເຕີມີຄວາມໄວສູງຂຶ້ນຢ່າງກ້າວກະໂດດ.

-                          2              2 - ນັກວິທະຍາສາດສ້າງແມ່ເຫຼັກແບບ 2 ມິຕິ ໄດ້ສໍາເລັດ

- Visit Laos Visit SALANA BOUTIQUE HOTEL - ນັກວິທະຍາສາດສ້າງແມ່ເຫຼັກແບບ 2 ມິຕິ ໄດ້ສໍາເລັດ

ຫລ່າສຸດທາງວາລະສານ Nature ໄດ້ລາຍງານເຖິງຜົນສໍາເລັດຂອງນັກວິທະຍາສາດທີ່ຄິດຄົ້ນແມ່ເຫຼັກແບບ 2 ມິຕິໄດ້ສໍາເລັດເປັນຄັ້ງທໍາອິດ. Pablo Jarillo-Herrero ແລະ Xiaodong Xu ທັງສອງ​ເປັນນັກວິທະຍາສາດທີ່ສົນໃຈໃນການພັດທະນາແມ່ເຫຼັກແບບ 2 ມິຕິ ພາຍຫຼັງໄດ້ຮ່ວມມືກັນເຮັດການວິໄຈ ຈົນໃນທີ່ສຸດພວກເຂົາກໍຄົ້ນພົບວ່າສານ Chromium triiodide  ຍັງຮັກສາຄວາມສາມາດຂອງແມ່ເຫຼັກເອົາໄວ້ໄດ້ ເຖິງຈະເຫຼືອອາຕອມພຽງເລເຢີຣ໌ດຽວກໍຕາມ ໂດຍພວກເຂົາໄດ້ໃຫ້ເຕັກນິກ  “Scotch tape” ໃນການລັອກເລເຢີຮ໌ຂອງ Chromium triiodide ອອກ​ເທື່ອ​ລະຊັ້ນຈົນເຫຼືອຄວາມບາງເທົ່າກັບອາຕອມດຽວ.

ແນວໃດກໍຕາມ, ການຄົ້ນພົບນີ້ ຍັງຫ່າງຈາກຂັ້ນຕອນການນໍາມາສ້າງຊິບໄດ້ແທ້ ເນື່ອງຈາກແມ່ເຫຼັກ 2 ມິຕິທີ່ຫາກໍຄົ້ນພົບຈະຕ້ອງ​ເຮັດ​ວຽກພາຍໃຕ້ອຸນຫະພູມ -228 ອົງສາເທົ່ານັ້ນ, ແຕ່ຢ່າງໜ້ອຍ​ໄດ້ເຮັດໃຫ້ນັກວິທະຍາສາດໄດ້ຮູ້ວ່າ ເຮົາສາມາດສ້າງແມ່ເຫຼັກໃນຮູບແບບ 2 ມິຕິໄດ້ແທ້ໆ.

ໃນອະນາຄົດຖ້າສາມາດສ້າງແມ່ເຫຼັກ 2 ມິຕິທີ່ໃຊ້ວຽກໃນອຸນຫະພູມປົກກະຕິ ຈະສົ່ງຜົນກະທົບຕໍ່ວົງການເຊມິຄອນດັກເຕີຣ໌ ແລະ ຊຸບເປີຣ໌ຄອນດັກເຕີຣ໌ຢ່າງໜັກ ເຮົາສາມາດອອກແບບແຜງວົງຈອນຕ່າງໆ ໃຫ້ບາງໄດ້ຫຼາຍຍິ່ງຂຶ້ນກວ່າເກົ່າ ລວມທັງ​ເຮັດ​ໃຫ້ຄວາມໄວຫຼາຍຂຶ້ນນຳອີກ.

- 3 - ນັກວິທະຍາສາດສ້າງແມ່ເຫຼັກແບບ 2 ມິຕິ ໄດ້ສໍາເລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!