ນາຍົກນິວຊີແລນ ຖືກປະຕິເສດເຂົ້າຮ້ານອາຫານ! ປະຕິບັດຕາມຫລັກຄວາມເທົ່າທຽມ ແລະປອດໄພມາກ່ອນ!


ນິວຊີແລນຫາກໍປະກາດໄຊຊະນະເໜືອໂຄວິດ19 ເມື່່ອບໍ່ດົນຜ່ານມາພາຍໃຕ້ການນຳພາຂອງນາຍົກທ່ານນາງຈາຊິນດາອາເດີນ (Jacinda Ardern) ເຊິ່ງຖືກຍົກຍ້ອງວ່າເປັນຜູ້ນຳທີ່ດີທີ່ສຸດໃນການນຳພາສູ້ກັບໂຄວິດ 19 ແຕ່ເມື່ອບໍ່ດົນຜ່ານມາລາວພັດປະຕິເສດເຂົ້າຮ້ານອາຫານ.
ຕາມການລາຍງານຂອງຂ່າວຕ່າງປະເທດເມື່ອວັນທີ 16 ພຶດສະພາ 2020ທີ່ຜ່ານມາໃຫ້ຮູ້ວ່ານາຍົກລັດຖະມົນຕີນິວຊີແລນພ້ອມກັບຄູ່ໝັ້ນຂອງລາວເດີນທາງໄປຮ້ານອາຫານແຫ່ງໜຶ່ງໃນເມືອງເວລລິງຕັນປະເທດນິວຊີແລນແຕ່ ຖືກປະຕິເສດຍ້ອນອຮ້ານເຕັມຕາມກົດເວັ້ນໄລຍະຫ່າງເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ 19.
ຢູ່ປະເທດນິວຊີແລນທີ່ຫາກໍປົດລ໋ອກພາຍໃນປະເທດໂດຍເປີດໃຫ້ ບັນດາຮ້ານອາຫານເປີດໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການການປ້ອງກັນຢ່າງເຄັ່ງຄັດເພື່ອຄວາມປອດໄພຂອງທຸກຄົນໂດຍເນັ້ນໜັກວ່າຢ່າງໜ້ອຍແຕ່ລະຄົນຕ້ອງຫ່າງກັນ 1 ແມັດແລະຫ້າມຢູ່ເປັນກຸ່ມກ້ອນເກີນ 10 ຄົນ.
ເມື່ອຖືກປະຕິເສດນາຍົກ ແລະຄູ່ໝັ້ນຕ້ອງໄດ້ລໍຖ້າຂ້າງນອກຈົນກວ່າໂຕະຈະວ່າງ ແລະເມື່ອໂຕະວ່າງແລ້ວພະນັກງານຂອງຮ້ານຈຶ່ງໄດ້ ເຊີນທັງຄູ່ເຂົ້າຮ້ານອາຫານ.
ເມື່ອຂ່າວຕີແຜ່ອອກໄປຕາມສື່ອອນລາຍແລ້ວຄູ່ໝັ້ນຂອງນາຍົກກໍອອກມາຕຳໜິຕົນເອງວ່າ “ເປັນນຳຂ້າພະເຈົ້າບໍ່ໄດ້ກະກຽມຕົວຢ່າງດີ ເພາະບໍ່ໄດ້ຈອງໂຕະລ່ວງໜ້າເຊິ່ງເຮັດໃຫ້ ເກີດເຫດການດັ່ງກ່າວ” ແລະລາວຍັງກ່າວຕື່ມວ່າ “ພາຍຫຼັງທີ່ໄດ້ເຂົ້າຮັບປະທານຮ້ານອາຫານດັ່ງກ່າວແລ້ວເຫັນວ່າການບໍລິການໄດ້ດີເລີດ (A+).
ເຫດການດັ່ງກ່າວອາດເປັນເລື່ອງທີ່ແປກໃຈຫຼາຍຖ້າຫາກເກີດຂຶ້ນຢູ່ຫຼາຍປະເທດແຕ່ມັນກໍເປັນແບບຢ່າງງທີ່ດີທີ່ສື່ເຖິງຄວາມເທົ່າທຽມກັນໃນສັງຄົມ, ປາສະຈາກສັງຄົມທີ່ມີສອງ ຫຼື ຫຼາຍມາດຕະຖານ, ບໍ່ຈຳແນກແຍກແຍະວ່າເຈົ້າເປັນນາຍ, ຜູ້ນັ້ນເປັນປະຊາຊົນແລະອື່ນໆ.
ເມື່ອໂຄວິດ 19 ສົ່ງຜົນກະທົບຕໍ່ທຸກຄົນແລະກໍຕ້ອງແມ່ນທຸກຄົນ ຮ່ວມກັນຮັບຜິດຊອບໃນການປ້ອງກັນຢ່າງເທົ່າທຽມກັນ.