ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ

ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ - 777 1 - ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ
ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ - kitchen vibe - ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ

ໃນວັນທີ 21 ພຶດສະພາ 2020, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ຂອງອົງການສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP) ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ ໂດຍຜ່ານລະບົບກອງປະຊຸມທາງໄກ ຊຶ່ງມີຄະນະຜູ້ແທນຈາກບັນດາປະເທດສະມາຊິກ 53 ປະເທດໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພື້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ.

ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທາງທະເລ ເພື່ອການພັດທະນາແບບຍືນຍົງ ມີຈຸດປະສົງເພື່ອພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ. ກອງປະຊຸມໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດ ບັນດາເອກະສານສໍາຄັນຕ່າງໆແນ່ໃສ່ສ້າງຄວາມພະຍາຍາມຮ່ວມກັນ ໃນການຮັບປະກັນ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທາງທະເລ ເພື່ອການພັດທະນາແບບຍືນຍົງ; ທົບທວນການຈັດຕັ້ງປະຕິບັດແຜນງານ ອິດສະຕັນບູນ ສໍາລັບປະເທດດ້ອຍພັດທະນາໃນລະດັບພາກພື້ນ ເພື່ອກໍານົດຄວາມຄືບໜ້າ ແລະ ສິ່ງທ້າທາຍທີ່ບັນດາປະເທດໃນພາກພື້ນກໍາລັງປະສົບພົບພໍ້; ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ ແລະ ປາຊີຟິກ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຫາທາງອອກຮ່ວມກັນໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ສໍາລັບໄລຍະຫລັງການລະບາດຂອງເຊື້ອພະຍາດໂຄວິດ-19.

ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ - Visit Laos Visit SALANA BOUTIQUE HOTEL - ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃນຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ການຮ່ວມມືເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມຈາກພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ຊຶ່ງມີຄວາມກ່ຽວພັນກັນເນື່ອງຈາກການຈັດຕັ້ງປະຕິບັດວຽກງານຕ່າງໆໃນປັດຈຸບັນ ແລະ ອະນາຄົດ ລ້ວນແຕ່ປະເຊີນກັບສິ່ງທ້າທາຍຈາກການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ການພັດທະນາຂອງບັນດາປະເທດ ລວມທັງ ສປປ ລາວ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ຈົ່ງສາມັກຄີຮ່ວມມືກັນເພື່ອຢຸດການແພ່ລະບາດຂອງພະຍາດດັ່ງກ່າວ ແລະ ຊ່ວຍເຫລືອບັນດາປະເທດທີ່ໄດ້ຮັບຜົນກະທົບ ໂດຍສະເພາະປະເທດດ້ອຍພັດທະນາໃຫ້ສາມາດຟື້ນຟູການພັດທະນາເສດຖະກິດ-ສັງຄົມໃຫ້ກັບຄືນມາເປັນປົກກະຕິໂດຍໄວ.

ຄະນະກຳມາທິການ UNESCAP ແມ່ນອົງກອນພາກພື້ນດ້ານການພັດທະນາຂອງອົງການ ສປຊ ຊຶ່ງໄດ້ຖືກກໍ່ຕັ້ງຂຶ້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ມີສະມາຊິກ 53 ປະເທດ.

ຄະນະກໍາມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງການຊ່ວຍເຫລືອດ້ານເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກ ໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງປະຊຸມໃຫຍ່ຂອງຄະນະກໍາມາທິການເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76 ນີ້ ເປັນຄັ້ງທໍາອິດທີ່ມີການຈັດກອງປະຊຸມແບບທາງໄກ ແລະ ໄດ້ຫລຸດເວລາລົງໃຫ້ເຫລືອແຕ່ 1 ວັນ ຍ້ອນການແພ່ລະບາດຂອງພະຍາດໂຄວິດ-19.

ເຖິງຢ່າງໃດກໍຕາມ, ກອງປະຊຸມແມ່ນສາມາດດໍາເນີນໄປພາຍໃຕ້ບັນຍາກາດທີ່ສ້າງສັນ ຊຶ່ງຖືເປັນຂີດໝາຍອັນດີໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືແບບຫລາຍຝ່າຍຂອງບັນດາປະເທດໃນຂົງເຂດອາຊີ-ປາຊີຟິກໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ທັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດຕ່າງໆໃນພາກພື້ນເພື່ອແລກປ່ຽນບົດຮຽນ ແລະ ຮ່ວມມືກັນເພື່ອຮັບມືກັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19.

ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ - 4 - ລາວ ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!