ຜູ້ປະກອບການເປັນຫວ່ງສະພາບລັກລອບນໍາເຂົ້າສີນຄ້າມີແຜ່ຫລາຍ

- business 1 - ຜູ້ປະກອບການເປັນຫວ່ງສະພາບລັກລອບນໍາເຂົ້າສີນຄ້າມີແຜ່ຫລາຍ
- kitchen vibe - ຜູ້ປະກອບການເປັນຫວ່ງສະພາບລັກລອບນໍາເຂົ້າສີນຄ້າມີແຜ່ຫລາຍ

ສະພາບການລັກລອບນໍາເຂົ້າສີນຄ້າຫລົບຫລີກພາສີຜິດລະບຽບກົດໝາຍໃນປັດຈຸບັນແມ່ນມີແຜ່ຫລາຍ, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການດໍາເນີນທຸລະກິດຂອງບັນດາວິສາຫະກິດທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ທັງເປັນສິ່ງກົດໜ່ວງທ່ວງດຶງການພັດທະນາຂອງປະເທດ.

ທ່ານນາງ ນີລາວອນ ວິສອນນະວົງ ອໍານວຍການບໍລິສັດ ໄມໂກລອິນໂຟ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ມີທັດສະນະຕໍ່ນັກຂ່າວພວກເຮົາໃນກອງປະຊຸມສໍາມະນາກ່ຽວກັບເຕັກໂນໂລຊີຂອງຜະລິດຕະພັນໄອທີ ເຮັສພີ (HP) ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຜູ້ປະກອບການທຸລະກິດຫລາຍປະເພດພວມໄດ້ຮັບຜົນກະທົບຈາກສີນຄ້າລັກລອບນໍາເຂົ້າມາຈໍາໜ່າຍພາຍໃນປະເທດ, ໂດຍສະເພາະສີນຄ້າປະເພດໄອທີແມ່ນມີແຜ່ຫລາຍ, ຍ້ອນວ່າຍັງມີຜູ້ປະກອບການບາງລາຍເປັນເຈົ້າມືໃຫຍ່ໃນການຮັບຊື້ສີນຄ້າທີ່ຜິດກົດໝາຍເຫລົ່ານັ້ນ, ຊຶ່ງບັນຫາດັ່ງກ່າວໄດ້ເຮັດໃຫ້ຜູ້ບໍລິການສີນຄ້າທີ່ຖືກກົດໝາຍຕ້ອງຜະເຊິນຫລາຍບັນຫາໃນການດໍາເນີນທຸລະກິດເປັນທໍາຂອງຕົນ.

- Visit Laos Visit SALANA BOUTIQUE HOTEL - ຜູ້ປະກອບການເປັນຫວ່ງສະພາບລັກລອບນໍາເຂົ້າສີນຄ້າມີແຜ່ຫລາຍ

ອໍານວຍການບໍລິສັດດັ່ງກ່າວ ໃຫ້ຮູ້ວ່າ: ສີນຄ້າທີ່ນໍາເຂົ້າແບບຜິດກົດໝາຍສ່ວນຫລາຍລາຄາບໍ່ສູງເມື່ອທຽບກັບສີນຄ້າປະເພດດຽວກັນທີ່ນໍາເຂົ້າແບບຖືກລະບຽບຈາກປະເທດຕົ້ນທາງ, ແຕ່ຄຸນນະພາບຂອງມັນຈະບໍ່ສູງ, ເຮັດໃຫ້ຜູ້ຊົມໃຊ້ອັບປະໂຫຍດຍ້ອນສີນຄ້າບໍ່ໄດ້ມາດຕະຖານ, ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ, ກະທົບຕໍ່ຜູ້ປະກອບການພາຍໃນ ແລະ ສົ່ງຜົນເສຍຫາຍຕໍ່ເສດຖະກິດຂອງປະເທດ. ສະນັ້ນໃນຕໍ່ໜ້ານີ້ປະເທດເຮົາຍິ່ງຈະມີການສ້າງສາພັດທະນາຫລາຍຂຶ້ນ, ເສດຖະກິດຂອງຊາດຈະເຕີບໃຫຍ່ ແລະ ມີການເຊື່ອມໂຍງກັບສາກົນຫລາຍຂຶ້ນ, ວຽກງານໄອທີຍິ່ງມີບົດບາດສໍາຄັນໃນການນໍາໃຊ້ຢູ່ໃນທຸກຂົງເຂດວຽກງານ ແລະ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງມັນ, ທຸກພາກສ່ວນຈົ່ງເປັນເຈົ້າການຫັນມາສົ່ງເສີມ ແລະ ນໍາໃຊ້ຜະລິດຕະພັນທີ່ຖືກລະບຽບກົດໝາຍໃຫ້ຫລາຍຂຶ້ນ, ພ້ອມນັ້ນພາກສ່ວນກ່ຽວຂ້ອງກໍຕ້ອງໄດ້ເພີ່ມທະວີການກວດກາ ແລະ ສັດກັດກັ້ນການລັກລອບນໍາເຂົ້າສີນຄ້າຢ່າງເຄັ່ງຄັດ ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້, ສ້າງຄວາມເຂັ້ມແຂງດ້ານທຸລະກິດໃຫ້ແກ່ຜູ້ປະກອບການພາຍໃນ ແລະລະບົບເສດຖະກິດຂອງຊາດເຂັ້ມແຂງດີຂຶ້ນ.

ທ່ານນາງ ນີລາວອນ ກ່າວວ່າ: ບໍລິສັດຕົນສ້າງຕັ້ງຂຶ້ນມາໄດ້ຫລາຍປີເພື່ອໃຫ້ບໍລິການ ແລະ ເປັນຕົວແທນຈໍາໜ່າຍຜະລິດຕະພັນດ້ານໄອທີຫລາຍຍີຫໍ້ຢ່າງເປັນທາງການໃນລາວ ແລະ ໃນການສໍາມະນາຄັ້ງນີ້ໄດ້ນໍາສະເໜີຜະລິດຕະພັນໃໝ່ຂອງ HP ໃຫ້ບັນດາອົງການຈັດຕັ້ງລັດ ແລະ ບັນດາວິສາຫະກິດຮັບຮູ້ລະບົບການປ້ອງກັນຂໍ້ມູນທີ່ຖືກໂຈມຕີຈາກພາຍນອກຂອງເຄື່ອງຄອມພິວເຕີ ແລະ ເຄື່ອງພີມ, ແລ໋ບທອບທີ່ບາງທີ່ສຸດໃນປັດຈຸບັນ ແລະ ເຄື່ອງພີມທີ່ມີຄວາມໄວ ແລະ ມີຕົ້ນທຶນໃນການພີມຖືກທີ່ສຸດ.

- 5 - ຜູ້ປະກອບການເປັນຫວ່ງສະພາບລັກລອບນໍາເຂົ້າສີນຄ້າມີແຜ່ຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!