ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19

adb ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້  ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19 - 274 - ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້  ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19
adb ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້  ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19 - kitchen vibe - ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້  ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19

ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານພັດທະນາອາຊີ (ADB) ເພີ່ມມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການຕອບໂຕ້ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນປະເທດ. ພິທີລົງນາມເຊັນສັນຍາເງິນກູ້ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2020 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຢະຊູກິ ເນກິຊິ ຜູ້ຕາງໜ້າສຳນັກງານ ADB ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມເປັນສັກຂີພິຍານ.

ເງິນກູ້ດັ່ງກ່າວເປັນບ້ວງທຶນທີ່ສະໜອງເພີ່ມຕື່ມ ໃຫ້ກັບບ້ວງເງິນກູ້ ແລະ ທຶນຊ່ວຍເຫລືອລ້າ ມູນຄ່າ 12 ລ້ານໂດລາສະຫະລັດ ທີ່ໄດ້ສະໜອງໄປແລ້ວໃຫ້ແກ່ໂຄງການປະກັນສຸຂະພາບອານຸພາກພື້ນແມ່ນ້ຳຂອງທີ່ພວມຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ, ຈະຊ່ວຍກະຊວງສາທາລະນະສຸກໃນການຈັດຊື້ອຸປະກອນປ້ອງກັນໂຕຂອງບຸກຄະລາກອນການແພດ, ອຸປະກອນໃຊ້ໃນຫ້ອງທົດລອງ, ຊຸດເຄື່ອງກວດ, ອຸປະກອນການແພດ ແລະ ລົດຮັບສົ່ງຄົນເຈັບ. ພ້ອມກັນນີ້, ບ້ວງທຶນນີ້ຍັງຈະຊ່ວຍໃຫ້ລັດຖະບານໃນການສະໜອງອຸປະກອນເຄື່ອງມື ແລະ ການຝຶກອົບຮົມໃຫ້ແກ່ພະນັກງານທີ່ເຮັດວຽກແນວໜ້າຕົວຈິງ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ການທົດລອງໃນຫ້ອງທົດລອງ ແລະ ການປິ່ນປົວໃນໂຮງໝໍສຳລັບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19.

ນອກຈາກ, ນີ້ຍັງຈະຊ່ວຍຖົມຂຸມດ້ານລາຍຈ່າຍໃຫ້ແກ່ລັດຖະບານໃນການຕາມຫາຜູ້ທີ່ພົວພັນ ກັບກໍລະນີຜູ້ຕິດເຊື້ອພະຍາດ, ການສື່ສານທີ່ມີຄວາມສ່ຽງ ແລະ ການເຂົ້າຮ່ວມພົວພັນໃນດ້ານອື່ນໆ.

adb ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້  ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19 - 3 - ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້  ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!