ວິຕາມິນ C ມີປະໂຫຍດຈຳເປັນຕໍ່ຮ່າງກາຍຢ່າງຂາດບໍ່ໄດ້


ວິຕາມິນ C ດູແລສຸຂະພາບຂອງທ່ານໄດ້ໝົດມື້ ເຊິ່ງເປັນວິຕາມິນທີ່ລະລາຍນຳ້ ແລະ ຮ່າງກາຍບໍ່ສາມາດສ້າງເອງໄດ້, ແຕ່ມີຄວາມຈຳເປັນຕໍ່ຮ່າງກາຍ ຈຶ່ງຈຳເປັນຕ້ອງໄດ້ຮັບຈາກການບໍລິໂພກອາຫານ. ວິຕາມິນ C ມີປະໂຫຍດຫລວງຫລາຍຕໍ່ສຸຂະພາບ ສິ່ງສຳຄັນຊ່ວຍເສີມສ້າງພູມຕ້ານທານ, ຫລຸດອາການພູມແພ້ ແລະ ຕ້ານເຊື້ອພະຍາດຕ່າງໆ, ຕ້ານອະນຸມູນອິດສະລະ ແລະ ຕ້ານຄວາມເສື່ອມຂອງແຊນ, ຊ່ວຍສ້າງຄໍລາເຈັັນໃຫ້ຜິວ, ຫລຸດຮອຍຫ່ຽວ ແລະ ເຮັດໃຫ້ຜິວສົດໃສ.
ຄວາມຕ້ອງການວິຕາມິນ C ໃນ 1 ມື້ແມ່ນຄວນໄດ້ຮັບ 500 ມິນລີກຣາມ ຕາມຄວາມຕ້ອງການຂອງຮ່າງກາຍ, ການບໍລິໂພກວິຕາມິນ C ໃຫ້ໄດ້ 500 ມິນລີກຣາມນັ້ນເທົ່າກັບວ່າເຮົາຕ້ອງກິນໝາກກ້ຽງທີ່ມີຄຸນນະພາບໃຫ້ໄດ້ເຖິງມື້ລະ 7 ໜ່ວຍ. ດັ່ງນັ້ນ, ຈຶ່ງເກີດການຄິດຄົ້ນ ແລະ ພັດທະນາວິຕາມິນ C ໃຫ້ຢູ່ໃນຮູບແບບຂອງເມັດຢາ ເພື່ອງ່າຍຕໍ່ການບໍລິໂພກ ເຊິ່ງປັດຈຸບັນຜະລິດຕະພັນວິຕາມິນ C ມີຢູ່ 2 ຊະນິດ ຄື : ຊະນິດອອກລິດສັ້ນ ແລະ ຊະນິດອອກລິດຍາວນານ. ວິຕາມິນ C ຊະນິດອອກລິດສັ້ນ ສານສຳຄັນຈະຖືກປ່ອຍໃນປະລິມານສູງທັນທີ ແລະ ຄົງຢູ່ໃນຮ່າງກາຍພຽງ 2 ຊົ່ວໂມງເທົ່ານັ້ນ. ໃນຂະນະທີ່ວິຕາມິນ C ຊະນິດອອກລິດຍາວນານ ສານສຳຄັນຈະຖືກປ່ອຍອອກມາຊ້າໆ ແລະ ຄົງທີ່ດົນເຖິງ 8 ຊົ່ວໂມງ. ຊະນິດອອກລິດສັ້ນ ຮ່າງກາຍຈະໄລ່ອອກມາທາງນຳ້ຍ່ຽວ 75%, ນັ້ນແມ່ນຮ່າງກາຍຈະເອົາໄປໃຊ້ໄດ້ພຽງແຕ່ 25% ເທົ່ານັ້ນ. ສ່ວນຊະນິດອອກລິດຍາວນານ ຮ່າງກາຍຈະດູດຊຶມ ແລະ ເອົາໄປໃຊ້ໄດ້ເຖິງ 73% ໂດຍໄລ່ອອກທາງນຳ້ຍ່ຽວພຽງເລັກໜ້ອຍ ຈຶ່ງຊ່ວຍຫລຸດການສູນເສຍວິຕາມິນ ທັງຍັງປອດໄພ ເນື່ອງຈາກການຮັບວິຕາມິນ C ໃນປະລິມານຄົງທີ່ຢ່າງຊ້າໆ ຊ່ວຍເຮັດໃຫ້ບໍ່ລະຄາຍເຄືອງກະເພາະອາຫານນຳອີກ.
ຂໍ້ເສຍສຳລັບຄົນທີ່ຂາດວິຕາມິນ C ແມ່ນຈະເຮັດໃຫ້ຮ່າງກາຍບໍ່ສົດຊື່ນ, ອ່ອນເພຍຊຳ້ເຮື້ອ, ປວດຕາມຈຸດຕ່າງໆຂອງຮ່າງກາຍ, ມີເລືອດອອກໃນຜົ້ງປາກ ຫລື ຕາມເຟັນແຂ້ວ ແລະ ເຮັດໃຫ້ຮ່າງກາຍຂາດພູມຕ້ານທານຕໍ່ພະຍາດຕ່າງໆ ພ້ອມບັນຫາສຸຂະພາບຫລາຍຢ່າງຕາມມາ ເພາະສະນັ້ນແລ້ວ ເຮົາຄວນກິນວິຕາມິນໃຫ້ເໝາະສົມຕາມຄວາມຕ້ອງການຂອງແຕ່ລະຄົນໃຫ້ພຽງພໍໃນແຕ່ລະມື້ ເພື່ອສຸຂະພາບທີ່ດີຂອງເຮົາ.