ຊີວິດທີ່ດີ ແລະ ມີຄວາມສຸກຕ້ອງປະກອບໄປດ້ວຍ 6 ສິ່ງນີ້
June 12, 2020 - 3:23 PM


ຈຸດສູງສຸດຂອງຊີວິດບໍ່ແມ່ນເງິນເດືອນ, ບໍ່ແມ່ນລົດເບັ້ນ, ບໍ່ແມ່ນເງິນຫລາຍຮ້ອຍລ້ານກີບ ຫລື ຍອດເງິນໃນທະນາຄານ ຫລື ແມ່ນແຕ່ເຮືອນ, ແຕ່ມັນແມ່ນການມີຊີວິດທີ່ດີ. ທ່ານອາດເຄີຍຖາມຕົນເອງວ່າສຳລັບທ່ານນັ້ນແມ່ນຫຍັງຄືຊີວິດທີ່ດີ ? ລາຍການທີ່ໄດ້ກໍຄົງຍາວຈົນບໍ່ມີບ່ອນສິ້ນສຸດ ແລະ ລາຍການທີ່ວ່າກໍຄົງລວມໄປເຖິງເລື່ອງຂອງຈິນວິນຍານ, ເສດຖະສາດ, ສຸຂະພາບ, ຄວາມສຳພັນ ແລະ ຄວາມບັນເທີງ.
ແລ້ວສິ່ງໃດແມ່ນສິ່ງທີ່ເຮັດໃຫ້ເຮົາມີຊີວິດທີ່ດີ ແລະ ມີຄວາມສຸກໄດ້ ? ທ່ານ ຈິມ ໂຣນ ນັກເວົ້າ ແລະ ນັກສ້າງແຮງບັນດານໃຈຊາວອາເມລິກາ ໄດ້ເຮັດລາຍການມາ 6 ຂໍ້ສັ້ນໆ ໃນການເຮັດໃຫ້ຊີວິດເຮົາດີຂຶ້ນ ແລະ ມີຄວາມສຸກ ດັ່ງນີ້ :
- ຜົນຜະລິດຂອງສິ່ງທີ່ທ່ານເຮັດ : ທ່ານຈະບໍ່ມີຄວາມສຸກໄດ້ເລີຍ ຫາກທ່ານບໍ່ລອງສ້າງສັນ ຫລື ເຮັດຫຍັງຂຶ້ນມາ, ເກມຂອງຊີວິດນີ້ແມ່ນ “ຢ່າຢຸດພັກ” ອາດພັກໄດ້ແດ່ ແຕ່ຢ່າດົນ ເພື່ອໃຫ້ແຂງແກ່ນພໍທີ່ຈະກັບໄປສ້າງສັນສິ່ງໃໝ່ໆໃນຊີວິດໄດ້ອີກຄັ້ງ ບົດຝຶກຫັດຂອງຊີວິດຄົນເຮົາກໍແມ່ນ ການທີ່ໄດ້ຮູ້ວ່າທ່ານສາມາດເຮັດຫຍັງກັບມັນໄດ້ແດ່ ແລະ ການລົງມືເຮັດຫຍັງດ້ວຍກຳລັງທີ່ທ່ານມີຈົນມັນອອກດອກຜົນງົດງາມ ແລະ ສ້າງຄວາມສຸກໃຫ້ກັບທ່ານໃນທ້າຍທີ່ສຸດ.
- ໝູ່ທີ່ດີ : ມິດຕະພາບແມ່ນກຳລັງໃຈທີ່ຍິ່ງໃຫຍ່ໃນໂລກ. ດັ່ງນັ້ນ, ຢ່າປະຕິເສດການພັດທະນາມັນເລີຍ ເພາະບໍ່ມີສິ່ງໃດທີ່ຈະທຽບເທົ່າກັບມິດຕະພາບໄດ້ອີກແລ້ວ. ໝູ່ແມ່ນຄົນທີ່ຮູ້ຈັກທ່ານຫລາຍທີ່ສຸດ ແລະ ຍັງຄົງຮັກທ່ານ. ຈິມ ໂຣນ ກ່າວວ່າ : ລາວເຄີຍສູນເສຍໝູ່ຮັກໄປດ້ວຍໄວ 53 ປີ ຍ້ອນພະຍາດຫົວໃຈວາຍ ເນື່ອງຈາກໝູ່ຂອງລາວແມ່ນໜຶ່ງໃນໝູ່ຄົນພິເສດທີ່ສຸດໃນຊີວິດ ລາວຈຶ່ງເຄີຍກ່າວວ່າ ຫາກລາວຕິດຄຸກໃນຕ່າງປະເທດຈັກແຫ່ງໜຶ່ງຢ່າງບໍ່ເປັນທຳ ແລະ ໄດ້ຮັບອະນຸຍາດໃຫ້ໂທຫາໃຜໄດ້ໜຶ່ງຄົນ ໝູ່ຄົນນີ້ຈະເປັນຜູ້ທີ່ລາວເລືອກຈະໂທຫາເປັນຄົນທຳອິດ ເຫດຜົນກໍຄື ເພາະລາວເຊື່ອວ່າໝູ່ຄົນນັ້ນແນວໃດກໍຕ້ອງມາຊ່ວຍຢ່າງແນ່ນອນ ແລະ ນີ້ແມ່ນສິ່ງທີ່ໝູ່ແທ້ຈະເຮັດໃຫ້ກັນໄດ້. ນອກຈາກນີ້, ເຮົາທຸກຄົນລ້ວນມີໝູ່ທົ່ວໆໄປເຊັ່ນກັນ, ໝູ່ທີ່ທ່ານຈະໂທຫາເຂົາ ແລ້ວຕອບວ່າ “ຖ້າກັບມາກໍໂທມາເດີ້ ແລ້ວໄປຫາຫຍັງກິນນຳກັນ” ເຊິ່ງທ່ານຈຶ່ງຄວນມີທັງໝູ່ປະເພດນີ້ ແລະ ໝູ່ແທ້ໃນຊີວິດໄວ້ນຳ.
- ວັດທະນະທຳທີ່ທ່ານຍຶດຖື : ພາສາ, ດົນຕີ, ຮີດຄອງປະເພດນີ, ເຄື່ອງແຕ່ງກາຍ ສິ່ງເຫລົ່ານີ້ແມ່ນສິ່ງສຳຄັນຍິ່ງທີ່ທ່ານຕ້ອງຮັກສາມັນເອົາໄວ້, ຄວາມເປັນເອກະລັກຂອງພວກເຮົາທຸກຄົນທີ່ເມື່ອຖືກຫລອມເຂົ້າດ້ວຍກັນສາມາດນຳມາເຊິ່ງພະລັງ, ອຳນາດ, ຄວາມສຸກ ແລະ ຄວາມຊອບທຳແກ່ໂລກໜ່ວຍນີ້.
- ການມີປັນຍາ : ການມີປັນຍາຈະຊ່ວຍສ້າງຮາກຖານແກ່ຄອບຄົວ ເຊິ່ງຈະເປັນຮາກຖານໃນການສ້າງຊາດຕໍ່ໄປ, ຢ່າລືມທີ່ຈະຮຽນຮູ້, ຝຶກຝົນ ແລະ ໃຫ້ຄວາມຮູ້ແກ່ຜູ້ອື່ນຢູ່ສະເໝີ, ຢ່າລະເລີຍປັນຍາທີ່ເປັນສ່ວນໜຶ່ງຂອງໂຕຕົນທ່ານ ເພາະມັນແມ່ນສິ່ງທີ່ເຮັດໃຫ້ເຮົາເປັນເຮົາ ເຮັດໃຫ້ເຮົາຕ່າງຈາກສັດທັງຫລາຍ.
- ການບໍ່ພາດໂອກາດດີໆ : ພໍ່ແມ່ຂອງ ຈິມ ໂຣນ ມັກສອນສະເໝີວ່າຈົ່ງຢ່າພາດໂອກາດໃດໆກໍຕາມ ບໍ່ວ່າຈະເປັນເກມ, ການສະແດງ, ຮູບເງົາ ຫລື ການເຕັ້ນ, ຈົ່ງໄປທຸກບ່ອນທີ່ທ່ານຈະໄປໄດ້, ຄອນເສີດ, ເຊຍກິລາບານເຕະ ຫລື ເຂົ້າໂບດ ຫລືບໍ່ກໍໄປໃສຈັກບ່ອນ ອອກໄປພົບໂລກ, ສຳຜັດປະສົບການໃໝ່ໆ ໃນຂະນະທີ່ທ່ານຍັງເຮັດໄດ້ ແລະ ຈົ່ງມີສຸຂະພາບຮ່າງກາຍແຂງແຮງ ຫາກທ່ານກິນດີຢູ່ດີ ທ່ານກໍຈະໄດ້ຮັບສິ່ງທີ່ດີ ສິ່ງດີໆຈະສະແດງອອກມາທາງໃບໜ້າ ແລະ ນຳ້ສຽງຂອງທ່ານ ທັງຍັງສົ່ງຜົນດີຕໍ່ຊີວິດສ່ວນໂຕ ແລະ ຊີວິດການເຮັດວຽກຂອງທ່ານ ເປັນພະລັງຊີວິດຢ່າງທີ່ບໍ່ມີສິ່ງໃດສາມາດໃຫ້ໄດ້.
- ການໃຫ້ຄວາມສຳຄັນກັບຄອບຄົວ ແລະ ຄົນໃກ້ຊິດ : ຈົ່ງລົງທຶນລົງແຮງ ແລະ ໃຫ້ໃຈກັບພວກເຂົາ ແລ້ວພວກເຂົາຈະລົງທຶນລົງແຮງ ແລະ ໃຫ້ໃຈກັບມາ, ຈົ່ງຈຸດປະກາຍພວກເຂົາ ແລ້ວພວກເຂົາກໍຈະຈຸດປະກາຍໃຫ້ກັບທ່ານຄືນຄືກັນ. ຈົ່ງໃສ່ໃຈກັບທຸກເລື່ອງລາວ ບໍ່ວ່າຈະເປັນເລື່ອງເລັກໆນ້ອຍໃນພາຍໃນຄອບຄົວ ເພາະມັນຈະເຮັດໃຫ້ມື້ນັ້ນກາຍເປັນມື້ພິເສດຂອງຄອບຄົວໄດ້ແລ້ວ, ການແບ່ງປັນ, ການສະໜັບສະໜູນ, ການສະແດງຄວາມເປັນຫ່ວງເປັນໄຍຕໍ່ກັນຢ່າງສະໝໍ່າສະເໝີ ຈະກາຍເປັນຄຸນງາມຄວາມດີ ແລະ ສິ່ງມີຄຸນຄ່ານັ້ນມີຫລວງຫລາຍ ແຕ່ສິ່ງທີ່ຍິ່ງໃຫຍ່ທີ່ສຸດແມ່ນການທີ່ເຮົາເອົາໃຈໃສ່ຕໍ່ຜູ້ອື່ນ ແລະ ບໍ່ມີສິ່ງໃດແລ້ວທີ່ມີຄ່າຫລາຍກ່ວາຄວາມຮັກ. ດັ່ງນັ້ນ, ຈົ່ງຄຳນຶງຢູ່ສະເໝີເຖິງເປົ້າໝາຍທີ່ແທ້ຈິງ ແລະ ເຫດຜົນວ່າເປັນຫຍັງທ່ານຈຶ່ງເຮັດສິ່ງນີ້ຢູ່, ສຸດທ້າຍນີ້ ຫວັງວ່າທ່ານຈະມີຊີວິດທີ່ດີ ຊີວິດທີ່ມີຄວາມສຸກ ຊີວິດທີ່ນຳມາເຊິ່ງຜົນຜະລິດ ແລະ ລາງວັນດັ່ງທີ່ທ່ານປາຖະໜາ.