ສະຖານີລົດໄຟ ລາວ-ຈີນ ນະຄອນຫລວງວຽງຈັນເລີ່ມກໍ່ສ້າງແລ້ວ


ຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສະຖານີໃຫຍ່ທີ່ນະຄອນຫລວງວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງແລ້ວ ຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງພິທີເປີດໂຄງການກໍ່ສ້າງດັ່ງກ່າວໄດ້ມີຂຶ້ນໃນວັນທີ 3 ກໍລະກົດນີ້ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍປີ 2021.
ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີແຫ່ງນີ້ກວມເນື້ອທີ່ທັງໝົດ 150 ເຮັກຕາ, ໃນນັ້ນ ສະເພາະອາຄານສະຖານີກວ້າງ 14.500 ກວ່າຕາແມັດ, ສາມາດຮັບຮອງຜູ້ສານໄດ້ 2.500 ຄົນ ເຊິ່ງເປັນສະຖານີຂະໜາດໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟ ລາວ-ຈີນ ແລະ ມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າລົດໄຟທ່ານາແລ້ງ ແລະ ໃນອະນາຄົດຍັງຈະສ້າງເຊື່ອມຕໍ່ກັບເສັ້ນທາງລົດໄຟອື່ນໆອີກ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດທ້າຍເດືອນພຶດສະພານີ້ ປະຕິບັດສໍາເລັດແລ້ວ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟທັງໝົດ, ໃນນັ້ນ ຊີເຈາະອຸໂມງ 75 ແຫ່ງ, ໃນນີ້ເຈາະທະລຸແລ້ວ 65 ແຫ່ງ, ລົງມືກໍ່ສ້າງຂົວ 164 ແຫ່ງ, ໃນນີ້ສ້າງເສົາຂົວສໍາເລັດ 1.959 ເສົາ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ. ສໍາລັບວຽກງານວາງລາງລົດໄຟ ແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ສໍາເລັດແລ້ວ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.