ປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດ ມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ


ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເນັ້ນໃຫ້ອຳນາດການປົກຄອງແຂວງອັດຕະປື ກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການປຸກສ້າງເຮືອນຖາວອນ ໃຫ້ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດໂດຍໄວ.
ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃນອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກ່າວວ່າ: ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນ ແມ່ນຍັງບໍ່ທັນສາມາດ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃຫ້ພໍ່ແມ່ປະຊາຊົນ ເນື່ອງຈາກວ່າ ພື້ນທີ່ຈັດສັນສຳລັບປຸກເຮືອນຖາວອນນັ້ນ ຍັງມີບ່ອນຫລຸບບ່ອນໂນນ ເຮັດໃຫ້ຜູ້ທີ່ໄດ້ບ່ອນຫລຸບ ບໍ່ທັນມີຄວາມເພິ່ງພໍໃຈເທົ່າທີ່ຄວນ. ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນໃຫ້ພໍ່ແມ່ປະຊາຊົນ ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ເຊິ່ງມີທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນ 102 ຫລັງແມ່ນໄດ້ຮັບທຶນຊ່ວຍເຫລືອລ້າ ຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນ ຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ.
ການກໍ່ສ້າງມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບໜຶ່ງ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ. ເຖິງແນວໃນກໍດີ, ຄະ ນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກໍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ເມືອງ, ແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ, ປະສານງານກັນຢ່າງຕໍ່ເນື່ອງ ເພື່ອເລັ່ງແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນສຳເລັດຕາມຄາດໝາຍທີ່ວາງໄວ້.