2 ມະຫາວິທະຍາໄລດັງ ຟ້ອງລັດຖະບານ ‘ທຣຳ” ກຽມໄລ່ ‘ນັກສຶກສາຕ່າງປະເທດ’


ມະຫາວິທະຍາໄລຮາວາດ ແລະ ສະຖາບັນເຕັກໂນໂລຊີແມສຊາຊູເຊັດ ຫລື MIT ເຊິ່ງເປັນ 2 ສະຖາບັນການສຶກສາຊັ້ນນຳຂອງອາເມລິກາ ຍື່ນຟ້ອງສານໃຫ້ໂຈະຄຳສັ່ງຂອງລັດຖະບານວໍຊິງຕັນ ທີ່ຂູ່ຍົກເລີກວີຊານັກສຶກສາຕ່າງປະເທດທີ່ຕ້ອງປ່ຽນມາຮຽນແບບອອນລາຍ ຊ່ວງໂຄວິດ-19 ລະບາດ.
ໃນເອກະສານຄຳຟ້ອງຂອງມະຫາວິທະຍາໄລຮາວາດ ແລະ MIT ທີ່ຍື່ນຕໍ່ສານເມືອງບອສຕັນ ລັດແມສຊາຊູເຊັດ ຂອງອາເມລິກາ ໃນວັນທີ 8 ກໍລະກົດ ລະບຸຊື່ຈຳເລີຍຮ່ວມເປັນ “ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ” ແລະ “ສຳນັກງານກວດຄົນເຂົ້າເມືອງ ແລະ ອາກອນ” ຫລື ICED
“ເຮົາຈະຟ້ອງຄະດີນີ້ໃຫ້ເຖິງທີ່ສຸດ ເພື່ອໃຫ້ນັກສຶກສາຕ່າງປະເທດຂອງເຮົາທີ່ຢູ່ໃນສະຖາບັນຕ່າງໆທົ່ວອາເມລິກາສາມາດສຶກສາຕໍ່ໄປໂດຍບໍ່ຕ້ອງກັງວົນຄຳຂູ່ວ່າຈະຖືກຂັບໄລ່ອອກຈາກປະເທດ” ທ່ານ ລໍເຣນ ບາໂຄ ປະທານມະຫາວິທະຍາໄລຮາວາດ ເຜີຍ “ຄຳສັ່ງນີ້ອອກມາໂດຍບໍ່ມີການແຈ້ງລ່ວງໜ້າ ມັນໂຫດຮ້າຍເກີນກວ່າຈະເອີ້ນວ່າຄວາມລະເຫລີງ”.
ປັດຈຸບັນ ປະທານາທິບໍດີ ໂດນັລ ທຣຳ ພະຍາຍາມຊຸກດັນໃຫ້ມະຫາວິທະຍາໄລ ແລະ ໂຮງຮຽນຕ່າງໆ ເປີດຮຽນຢ່າງເຕັມຕົວເມື່ອເປີດປີການສຶກສາໃໝ່ໃນເດືອນກໍລະກົດນີ້ ເຖິງວ່າອາເມລິກາມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນປະຫວັດສາດກໍຕາມ.
ນອກຈາກນີ້ ປະທານມະຫາວິທະຍາໄລຮາວາດ ກ່າວອີກວ່າ: ຄຳສັ່ງດັ່ງກ່າວບໍ່ໄດ້ຄຳນຶງເຖິງສຸຂະພາບ ແລະ ຄວາມປອດໄພຂອງນັກຮຽນ, ອາຈານ ແລະ ບຸກຄະລາກອນອື່ນໆ ແລະ ອາດຈະສົ່ງຜົນຮ້າຍແຮງຕໍ່ນັກສຶກສາ ທັງດ້ານຊີວິດສ່ວນຕົວ ແລະ ການເງິນ.
ການຟ້ອງຮ້ອງດັ່ງກ່າວມີຂຶ້ນຫລັງ ICE ປະກາດໃນວັນທີ 7 ກໍລະກົດວ່າ: ອາເມລິກາອາດບໍ່ອະນຸຍາດໃຫ້ຜູ້ຖືວີຊານັກຮຽນອາໄສຢູ່ໃນປະເທດ ຖ້າສະຖານບັນການສຶກສາມີການຮຽນການສອນອອນລາຍຢ່າງເຕັມຮູບແບບໃນຂະແໜງການສຶກສາລະດູໃບໄມ້ຫລົ່ນນີ້ ແລະ ນັກຮຽນກຸ່ມນີ້ຕ້ອງຍ້າຍມະຫາວິທະຍາໄລ ຫລື ອອກຈາກປະເທດ ຖ້າບໍ່ປະຕິບັດຕາມກົດລະບຽບດັ່ງກ່າວ, ທາງການອາເມລິກາອາດສົ່ງຕົວນັກຮຽນກຸ່ມນີ້ກັບປະເທດ.
ເຖິງຢ່າງໃດກໍຕາມ, ມີຂໍ້ຍົກເວັ້ນວ່າ: ຖ້າມະຫາວິທະຍາໄລໃດໃຊ້ຮູບແບບການຮຽນການສອນແບບປະສົມທີ່ໃຫ້ຮຽນອອນລາຍສະຫລັບກັບເຂົ້າຫ້ອງຮຽນ, ນັກສຶກສາຕ່າງປະເທດໃນມະຫາວິທະຍາໄລນັ້ນໆ ຈະສາມາດຢູ່ໃນປະເທດຕໍ່ໄປໄດ້.
ຂໍ້ມູນຈາກສະຖາບັນການສຶກສາສາກົນ (IIE) ລະບຸວ່າ: ມີນັກຮຽນຕ່າງປະເທດຫລາຍກວ່າ 1 ລ້ານຄົນຢູ່ອາເມລິກາ ສຳລັບປີການສຶກສາ 2018-2019.