ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ

ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ - Time fo an Adventure 97 - ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ
ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ - kitchen vibe - ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ

ໃນວັນທີ 9 ກໍລະກົດປີ 2020, ເວັບໄຊທ໌ Daily Mail ໄດ້ລາຍງານວ່າທ້າວ Xiao Bin, ເດັກຊາຍຈີນອາຍຸ 15 ປີ, ຕິດເກມຄອມຢ່າງນັກ ລາວຫລິ້ນເກມຢ່າງຕໍ່ເນື່ອງໃຊ້ເວລາ 22ຊົ່ວໂມງ ຕໍ່ມື້ ນອນພັກແຕ່ 2 ຊົ່ວໂມງ ເປັນເວລາ 1 ເດືອນ ຈົນສຸດທ້າຍ ຮ່າງກາຍບໍ່ສາມາດທົນໄດ້ ຈຶ່ງລົ້ມລົງຫມົດສະຕິໃນທີ່ສຸດ

ແມ່ຂອງທ້າວ Xiao Bin. ຮີບຟ້າວ ນຳເອົາລູກຊາຍຂອງນາງໄປໂຮງ ໝໍ ເມືອງ ໜານໜິງ ນາງເປີດເຜີຍວ່າໃນເວລາກັກໂຕ Covid 19 ໂຮງຮຽນປິດ ລູກຊາຍໃຊ້ເວລາສ່ວນໃຫຍ່ຢູ່ໃນຫ້ອງນອນ ປິດປະຕູ, ປ່ອງຢ້ຽມ, ບໍ່ໃຫ້ພໍ່ແມ່ເຂົ້າ. ທຳອິດລາວບໍ່ຮູ້ວ່າລູກ ກຳລັງເຮັດຫຍັງຢູ່. ເມື່ອຖາມລູກ, ລູກບອກວ່າ ກຳລັງຮຽນຫນັງສືທາງ online ກ່ອນຈະມາຮູ້ຈັກຄວາມຈິງໃນພາຍຫລັງ ລາວໃຊ້ເວລາຫຼີ້ນເກມຄອມພິວເຕີ.

ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ - Visit Laos Visit SALANA BOUTIQUE HOTEL - ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ

ຫລັງຈາກ CT ສະແກນ ພົບວ່າ ທ້າວ Xiao Bin ມີອາການເສັ້ນເລືອດຕັນ. ສົ່ງຜົນໃຫ້ເກີດການສູນເສຍຄວາມຮູ້ສຶກຢູ່ແຂນແລະມືຊ້າຍ ທ່ານໝໍ Lee ລະບົບປະສາດສາດກ່າວວ່າອາການດັ່ງກ່າວເປັນຜົນມາຈາກການ ດຳລົງຊີວິດທີ່ຜິດປົກກະຕິ. ທັງພຶດຕິກຳ ຕິດເກມ ລວມທັງການກິນແລະການນອນທີ່ເປັນອັນຕະລາຍຕໍ່ສຸຂະພາບໂດຍກົງ ຂາດສານອາຫານແລະຂາດການພັກຜ່ອນ ຫຼຸດຜ່ອນ ເຮັດເລືອດແລະອົກຊີໃນສະໝອງຫລຸດ ເລືອດບໍ່ສາມາດໄຫຼເຂົ້າໄປໃນສະ ໝອງ ໄດ້.

ຫລັງຈາກເກີດເຫດ ທ້າວ Xiao Bin ກຳລັງຮັບການປິ່ນປົວຢູ່ໃນໂຮງ ໝໍ ແລະການປິ່ນປົວທາງຮ່າງກາຍຢ່າງຕໍ່ເນື່ອງ ມັນຍາກທີ່ຈະສາມາດບອກໄດ້ວ່າ ລາວຈະສາມາດກັບຄືນສູ່ສະພາບປົກກະຕິຄືເກົ່າບໍ?

ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ - 4 - ເດັກຊາຍອາຍຸ 15 ປີ ຫລິ້ນເກມ 22ຊົ່ວໂມງຕໍ່ມື້ ກາຍເປັນອຳມະພາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!