ນັກໄຕກິລາສາວເກົາຫລີຂ້າຕົວຕາຍ ຫລັງຖືກຄູຝຶກທຸບຕີ ຮ້າຍດ່າ ລົງໂທດຢ່າງທາຮຸນເມື່ອຜົນງານບໍ່ດີ


ນີ້ຄືເຫດການສັ່ນສະເທືອນວົງການກິລາຂອງ ສ.ເກົາຫລີ ຫລາຍທີ່ສຸດໃນຮອບປີນີ້, ຮຸນແຮງຂະໜາດປະທານາທິບໍດີຕ້ອງອອກມາສັ່ງສືບສວນຄະດີ. ເລື່ອງລາວຈະເປັນແນວໃດ ນຳໄປສູ່ບົດສະຫລຸບຮູບແບບໃດ.
26 ມິຖຸນາ 2020, ນາງ ຊາເວ ຊຸກ-ຮອນ ນັກໄຕກິລາເຍົາວະຊົນທີມຊາດ ອາຍຸ 22 ປີ ໄດ້ສົ່ງຂໍ້ຄວາມອອກໄປ 2 ຂໍ້ຄວາມ, ຂໍ້ຄວາມທຳອິດ ນາງສົ່ງໃຫ້ໝູ່ຊະນິດທີ່ຢູ່ສູນໄຕກິລາວ່າ: ຝາກເບິ່ງແຍງໝາທີ່ນາງລ້ຽງແດ່ຕອນທີ່ນາງບໍ່ຢູ່. ຈາກນັ້ນນາງສົ່ງຂໍ້ຄວາມທີສອງ ເທື່ອນີ້ສົ່ງຫາແມ່ຂອງຕົນເອງ ໂດຍມີເນື້ອຫາວ່າ: “ແມ່ ລູກຮັກແມ່ຫລາຍເດີ້ ແລະ ແມ່ຕ້ອງສັນຍາວ່າ ທົ່ວໂລກຈະຕ້ອງໄດ້ຮູ້ວ່າພວກມັນເຮັດຫຍັງແດ່ກັບລູກ”.
ເມື່ອສົ່ງຂໍ້ຄວາມແລ້ວ, ນາງ ຊາເວ ຮອນ ຂ້າຕົວຕາຍຢູ່ຫ້ອງພັກຂອງຕົນເອງ. ຍິງສາວອາຍຸນ້ອຍທີ່ມີອະນາຄົດໄກ ເປັນຫຍັງຈຶ່ງຈົບຊີວິດຕົນເອງ. ນີ້ເປັນເລື່ອງທີ່ສັງຄົມມືນງົງ ເພາະໜ້າສາກນາງເບິ່ງປົກກະຕິດີ. ນັກກິລາ ຊາເວ ເຄີຍເປັນຕົວແທນທີມຊາດໄປແຂ່ງລາຍການເຍົາວະຊົນຊີງແຊ້ມອາຊີ ແລະ ໄດ້ຮັບຫລຽນທອງກັບມາ. ເບິ່ງຈາກເສັ້ນທາງແລ້ວ ນາງມີໂອກາດກ້າວໄປຕິດທີມຊາດຊຸດໃຫຍ່ ແລະ ໄປແຂ່ງໂອລິມປິກເກມໃນອະນາຄົດນຳອີກ.
ຫລັງຈາກນາງເສຍຊີວິດ, ແມ່ຂອງລາວໄດ້ນຳເອົາ “ປຶ້ມບັນທຶກ” ທີ່ ຊາເວ ຂຽນບັນທຶກໄວ້ ມາໃຫ້ເຈົ້າໜ້າທີ່ຕຳຫລວດ ພ້ອມວີດີໂອເຫດການບາງຢ່າງທີ່ນາງລັກຖ່າຍເກັບໄວ້ ມັນເປັນຫລັກຖານທີ່ເຮັດໃຫ້ໂລກຮູ້ວ່າ ໄລຍະ 4 ປີຜ່ານມາ ນາງຖືກກະທຳຫຍັງແດ່ ແລະ ນີ້ຄືເລື່ອງລາວທີ່ເປັນຄວາມສົນໃຈອັນດັບໜຶ່ງຂອງເກົາຫລີ ເຖິງຂະໜາດປະທານາທິບໍດີ ມຸນ ແຈອິນ ຕ້ອງອອກມາເວົ້າເຖິງບັນຫານີ້ ເຊິ່ງໃນເວລານີ້ ເລື່ອງທຸກຢ່າງເປີດເຜີຍອອກມາໝົດແລ້ວ.
ຊື່ສຽງຂອງ ຊາເວ ຊຸກ ຮອນ ເລີ່ມຮູ້ຈັກໃນວົງການກິລາເກົາຫລີນັບແຕ່ເມື່ອ 11 ປີກ່ອນ ໂດຍວັນທີ 9 ມິຖຸນາ 2009 ຊາເວ ຕອນນັ້ນອາຍຸ 11 ປີ ລົງແຂ່ງໄຕກິລາເຍົາວະຊົນແຫ່ງຊາດ ໂດຍລາຍການແຂ່ງນັ້ນ ນາງເລີ່ມຈາກລອຍນ້ຳ 400 ແມັດ ຈາກນັ້ນຂີ່ລົດຖີບ 10 ກິໂລແມັດ ກ່ອນລົງທ້າຍດ້ວຍການແລ່ນ 2,5 ກິໂລແມັດ ເຊິ່ງສຸດທ້າຍ ຊາເວ ເຂົ້າເສັ້ນໄຊເປັນອັນດັບ 1 ຄວ້າຫລຽນຄຳໄດ້ສຳເລັດ.


ຊາເວ ຖືກເອີ້ນວ່າເປັນ “Iron Girl” ຫລື ເດັກສາວຈອມພະລັງ. ວົງການກຣີທາເລີ່ມຈັບຕາເບິ່ງນາງນັບຈາກນັ້ນ.
ຊາເວ ພັດທະນາຕົນເອງມາເລື້ອຍໆ ດ້ວຍການຝຶກຝົນຂອງສູນກຣີທາໃນໂຮງຮຽນ ເວລາຕໍ່ມາອີກ 6 ປີ ໃນປີ 2015 ນາງຖືກຄັດເລືອກໃຫ້ເປັນຕົວແທນທີມຊາດ ສ.ເກົາຫລີ ໄປແຂ່ງລາຍການເຍົາວະຊົນຊີງແຊ້ມອາຊີ ຢູ່ໄຕ້ຫວັນ ກ່ອນສຸດທ້າຍຈະຄວ້າຫລຽນທອງມາຄອງ.
“ຄວາມຝັນຂອງຂ້ອຍ ຄືຢາກລົງແຂ່ງຂັນ ລາຍການໄຕກິລາຊີງແຊ້ມໂລກ” ຊາເວ ຊຸກ-ຮອນ ໃນໄວ 17 ປີ ກ່າວເອົາໄວ້ດ້ວຍຄວາມສຸກ.
ເຮືອນຂອງ ຊາເວ ມີຖານະທຸກຍາກ, ພໍ່ແມ່ເປັນຊາວນາ. ດັ່ງນັ້ນ ນາງຈຶ່ງຕັ້ງໃຈວ່າ ຈະໃຊ້ການເປັນນັກກິລາໃນການສ້າງລາຍໄດ້ໃຫ້ຄອບຄົວ. ອະນາຄົດຖ້ານາງໄດ້ໄປແຂ່ງເອຊຽນເກມ ຫລື ໂອລິມປິກ ອາດເຮັດໃຫ້ພໍ່ແມ່ສະບາຍຫລາຍຂຶ້ນກວ່າເກົ່າ.
ຫລັງຈົບມັດທະຍົມປາຍໃນປີ 2017 ເພື່ອເປົ້າໝາຍໃນການເປັນນັກກິລາທີມຊາດ ນາງຈຶ່ງຕ້ອງຫາ “ສັງກັດ” ຢູ່ ເຊິ່ງໄດ້ແກ່ສະໂມສອນກຣີທາມືອາຊີບ.
ຢູ່ ສ.ເກົາຫລີ ຖ້າທ່ານຢາກຕິດທີມຊາດ ວິທີດີທີ່ສຸດຄືເຂົ້າໄປສັງກັດກັບສະໂມສອນໃຫຍ່ໆ ຄືຈະມາຝຶກເອງລຳພັງຄົນດຽວ ໂອກາດສ້າງສະຖິຕິໃຫ້ດີຂຶ້ນມັນກໍຍາກ, ຍິ່ງໄປກວ່ານັ້ນ ທ່ານອາດຕ້ອງເຮັດວຽກເສີມເພື່ອຫາລາຍໄດ້ລ້ຽງຕົນເອງໄປນຳລະຫວ່າງທີ່ຝຶກຊ້ອມກຣີທາ ຄືຊີວິດຈະລຳບາກຫລາຍ ແຕ່ຖ້າທ່ານຫາສັງກັດຢູ່ໄດ້ ນອກຈາກຈະມີອຸປະກອນການຝຶກຊ້ອມທີ່ຄົບຊຸດແລ້ວ ຄ່າໃຊ້ຈ່າຍຕ່າງໆ ສະໂມສອນກໍຈ່າຍໃຫ້ໝົດ ແລະ ຍັງມີເງິນເດືອນໃຫ້ນັກກິລາອີກຕ່າງຫາກ. ດັ່ງນັ້ນ ມັນຈະດີກວ່າ ຖ້າມີສະໂມສອນຄອຍສະໜັບສະໜູນ.
ຊາເວ ຈຶ່ງຕັດສິນໃຈເລືອກເຊັນສັນຍາກັບ ກວາງຈູ ຊິຕີ້ຮໍ ທີ່ເປັນສະໂມສອນທີ່ມີຊື່ສຽງແຖວໜ້າຂອງປະເທດ ໂດຍ ຈາງ ຢຸນ ຢອງ ນັກໄຕກິລາຍິງເຈົ້າຂອງຫລຽນທອງ ເອຊຽນເກມ 2010 ທີ່ກວາງໂຈ ເຊິ່ງເປັນນັກໄຕກິລາຄົນທຳອິດໃນປະຫວັດສາດເກົາຫລີ ທີ່ໄດ້ຫລຽນເອຊຽນເກມ ກໍຢູ່ສັງກັດນີ້ນຳ.
ເມື່ອຍ້າຍໄປຢູ່ ຊາເວ ຄາດຫວັງວ່າຈະໄດ້ຮັບຄຳແນະນຳທີ່ດີຈາກລຸ້ນເອື້ອຍ ການໄດ້ເຕັກນິກດີໆຈາກຄົນທີ່ເຄີຍໄດ້ຫລຽນເອຊຽນເກມມາແລ້ວ ອາດຈະເຮັດໃຫ້ນາງພັດທະນາຂຶ້ນ. ເຖິງຢ່າງໃດກໍຕາມ ສິ່ງທີ່ ຊາເວ ບໍ່ໄດ້ຄາດຄິດມາກ່ອນເລີຍ ຄືລຸ້ນເອື້ອຍຈາງ ບໍ່ໄດ້ຄິດວ່ານາງເປັນລຸ້ນນ້ອງ ແຕ່ພັດເບິ່ງວ່າເປັນ “ໄພຄຸກຄາມ”.
ຕອນຍ້າຍມາຢູ່ທີມກວາງຈູ, ຊາເວ ອາຍຸ 19 ປີ ນາງເຕັມໄປດ້ວຍພະລັງ ມີຄວາມສົດໃໝ່ ແລະ ພ້ອມຈະຂຶ້ນໄປເປັນຣາຊີນີຄົນຕໍ່ໄປຂອງວົງການໄຕກິລາ, ແຕ່ຖ້າເບິ່ງອີກມຸມໜຶ່ງ ນັ້ນແປວ່າ ຊາເວ ຕ້ອງໂຄ້ນຕຳແໜ່ງຈາກຣາຊິນີຄົນປັດຈຸບັນ ນັ້ນຄື ຈາງ ຢຸນ ຢອງ ເຊິ່ງ ຈາງ ຢຸນ ຢອງ ອາຍຸພຽງ 28 ປີ ນາງຍັງສາມາດເປັນອັນດັບໜຶ່ງຕໍ່ໄປໄດ້ອີກດົນ ແລະ ແນ່ນອນວ່ານາງຈະບໍ່ຍອມໃຫ້ໃຜມາຍາດຕຳແໜ່ງໄດ້.
ຄົນທົ່ວໄປ ຖ້າຢາກຢຶດມືໜຶ່ງຕໍ່ໄປດົນໆ ຄົງເລືອກໃຊ້ວິທີພັດທະນາຕົນເອງໃຫ້ເກັ່ງຂຶ້ນໄປອີກ, ແຕ່ວິທີທີ່ລຸ້ນເອື້ອຍຈາງ ເລືອກຈະເຮັດຄືກົດ ຊາເວ ລົງມາບໍ່ໃຫ້ເງີຍຫົວໄດ້ດ້ວຍ “ພຶດຕິກຳທີ່ຮຸນແຮງ”.
ລຸ້ນເອື້ອຍຈາງ ແກ້ງ ຊາເວ ເປັນເວລາ 1 ປີ ທັງທາງຮ່າງກາຍ ແລະ ທາງວາຈາ. ຢູ່ ສ.ເກົາຫລີ ເລື່ອງຄວາມເຄົາລົບລຸ້ນເອື້ອຍລຸ້ນນ້ອງຍັງໜຽວແໜ້ນ. ດັ່ງນັ້ນ ຊາເວ ຕ້ອງກົ້ມໜ້າກົ້ມຕາຖືກກະທຳ ຈະມາເຮັດຕົວອ່ອນແອໃຫ້ເຫັນບໍ່ໄດ້ເດັດຂາດ.
ຄັ້ງໜຶ່ງ ລຸ້ນເອື້ອຍຈາງ ເອີ້ນ ຊາເວ ມາແລ້ວຊີ້ໃສ່ຕົ້ນຂາ ພ້ອມຮ້ອງແຮງໆກັບຄົນໃນທີມວ່າ “ຮ່າງກາຍແບບນີ້ຖາມແທ້ໆເຈົ້າເປັນຜູ້ຊາຍແປງເພດມາ ຫລື ບໍ່”, ສ່ວນອີກຄັ້ງໜຶ່ງນາງບອກວ່າ “ເຈົ້າເປັນກະເທີຍທີ່ນັດຜູ້ຊາຍບໍ່ເລືອກໜ້າ ຫລື ບໍ່ນິ”. ລຸ້ນເອື້ອຍຈາງ ຍ່າງຢູ່ດີໆເອົາມືມາຕົບຫົວນາງ ແລ້ວກໍຫົວຂວັນ. ບາງເທື່ອກໍຕີ, ຊຸກ ແລະ ທຸກຄົນໃນທີມກໍຄິດວ່າເປັນເລື່ອງມ່ວນຊື່ນ, ນາງຖືກແກ້ງແລ້ວແກ້ງອີກຫລາຍປີຕິດຕໍ່ກັນ ຕອນທຳອິດນາງກໍອົດທົນໄດ້ ແຕ່ເມື່ອຖືກກະທຳຊ້ຳໆມາ 1 ປີ ໃນທີ່ສຸດນາງທົນບໍ່ໄຫວເອົາເລື່ອງນີ້ໄປຟ້ອງຄູຝຶກຂອງທີມ ທີ່ຊື່ ຄິມ ຄາໂຢ-ບອງ ປາກົດວ່າຄູຝຶກເອີ້ນທັງສອງມາ ແລ້ວສັ່ງໃຫ້ ຊາເວ ຄຸກເຂົ່າລົງຂໍໂທດລຸ້ນເອື້ອຍຈາງ ບໍ່ມີການປົກປ້ອງໃດໆເກີດຂຶ້ນ.
ໄປໆມາໆ ການໃຊ້ກຳລັງບໍ່ໄດ້ມີພຽງລຸ້ນເອື້ອຍຈາງເທົ່ານັ້ນ ແຕ່ຄູຝຶກຄິມ ກໍຮ່ວມວົງນຳ. ຊາເວ ໄດ້ບັນທຶກໄວ້ໃນປຶ້ມບັນທຶກ ໂດຍລະບຸວ່າ: ຄັ້ງໜຶ່ງທີ່ທີມໄປເກັບຕົວຢູ່ນິວຊີແລນ ທີມງານສັ່ງໃຫ້ນັກກິລາອົດອາຫານ ແຕ່ ຊາເວ ຫລົງໄປກິນລູກພືດ 2 ອັນ ປາກົດວ່າຄູຝຶກຄິມ ເອົາກີບມາຕົບໜ້ານາງ. ຈາກນັ້ນບອກວ່າຢາກກິນຫລາຍແມ່ນບໍ່ ໄດ້ ຄູຝຶກຄິມໄປຊື້ເຂົ້າໜົມປັງຢູ່ຮ້ານຄ້າ ມູນຄ່າ 2 ແສນວອນ ແລ້ວສັ່ງໃຫ້ ຊາເວ ກິນເຂົ້າໄປເລື້ອຍໆ ກິນຢ່າຢຸດ ພໍນາງກິນບໍ່ໄຫວຮາກອອກມາ ກໍບັງຄັບໃຫ້ກິນຕໍ່ຈົນຮາກອີກຮອບສອງ ຈົນຮອດເຊົ້າ.
ສິ່ງທີ່ເກີດຂຶ້ນຄື ຊາເວ ໂດດດ່ຽວເກີນໄປ ນາງເປັນເປົ້າໝາຍການຫລິ້ນງານຂອງດາວດັງໃນທີມ ແລະ ຄູຝຶກ ເຊິ່ງເພື່ອນຮ່ວມທີມຄົນອື່ນກໍເຫັນເຫດການ ແຕ່ບໍ່ມີໃຜກ້າທີ່ຈະເຮັດຫຍັງ ທຸກຄົນຢ້ານວ່າຕົນເອງອາດຖືກລູກຫລົງໄປນຳ. ດັ່ງນັ້ນ ຈຶ່ງງຽບໄວ້ ແລະ ເບິ່ງ ຊາເວ ຖືກກະທຳຊ້ຳໆເປັນປີ.
ຈາກສະພາບຈິດໃຈບໍ່ດີ ເຮັດໃຫ້ນາງຟອມຕົກແບບໜ້າໃຈຫາຍ ກ່ອນຈະຂໍພັກການຫລິ້ນກິລາໄປກ່ອນ 1 ປີ ເພື່ອພັກໃຈຢູ່ບ້ານເກີດ.
ມັນເປັນບັນຫາທີ່ນາງບໍ່ຮູ້ຈະແກ້ໄຂແນວໃດ ເພາະວັດທະນະທຳການຝຶກຊ້ອມກິລາຢູ່ເກົາຫລີມັນເປັນແບບນີ້ມາຕະຫລອດ ຄືຄູຝຶກດ່າ, ໂຫດ ແລະ ນັກກິລາຕ້ອງປະຕິບັດຕາມທຸກຢ່າງທີ່ຄູຝຶກສັ່ງຢ່າງເຂັ້ມງວດ. ນັກກິລາທີ່ປະສົບຜົນສຳເລັດສ່ວນຫລາຍຕ້ອງຂ້າມຂີດຈຳກັດຂອງຕົນເອງທັງໝົດ. ທາງເລືອກອື່ນກໍມີ ນັ້ນຄືນາງສາມາດຍ້າຍໄປຢູ່ສະໂມສອນອື່ນໄດ້ ແຕ່ຄຸນນະພາບຂອງອຸປະກອນການຝຶກຊ້ອມ ແລະ ສະຫວັດດີການຕ່າງໆຈະບໍ່ດີເທົ່າກວາງຈູ ຊິຕີ້ຕໍ ທີ່ຖືເປັນທີມໃຫຍ່ ແລະ ອີກຢ່າງໜຶ່ງ ຖ້ານາງຍ້າຍທີມສາຍຕາຄົນນອກຈະເບິ່ງແນວໃດ ຈະເບິ່ງວ່ານາງເປັນພວກບໍ່ມີນ້ຳອົດນ້ຳທົນ ຫລື ບໍ່ ເຊິ່ງຖ້າເປັນແບບນັ້ນ ໃຜຈະຢາກຮ່ວມວຽກນຳ ໃນມຸມມອງ ຊາເວ ນາງສັບສົນວ່າມັນເປັນພຶດຕິກຳຮຸນແຮງ ຫລື ເປັນເລື່ອງປົກກະຕິທີ່ນັກກິລາຕ້ອງຖືກທຸກຄົນ.
ໃນໄລຍະ 1 ປີທີ່ ຊາເວ ຫາຍໄປ ລຸ້ນເອື້ອຍຈາງ ບໍ່ມີຄູ່ແຂ່ງ ນາງກວາດຫລຽນແຊ້ມທຸກລາຍການໃນປະເທດ ກ່ອນຈະໄດ້ເປັນຕົວແທນທີມຊາດອີກຄັ້ງ ໄປແຂ່ງເອຊຽນເກມ 2018 ທີ່ອິນໂດເນເຊຍ ແລະ ຄວ້າຫລຽນເງິນມາຄອງໄດ້ສຳເລັດ.
ສະຖານະຂອງ ຈາງ ຈຸນ ຢອງ ໃນສະໂມສອນກວາງຈູ ຊິຕີ້ຮໍ ບໍ່ມີໃຜແຕະຕ້ອງໄດ້ຈາກຜົນງານທີ່ເຫັນແບບນັ້ນ.
1 ປີຜ່ານມາ ຊາເວ ຊຸກ ຮອນ ຮວບຮວມຄວາມກ້າ ແລະ ກັບມາສະໂມສອນກວາງຈູ ຊິຕີ້ຮໍ ອີກ. ນາງ ອາຍຸ 21 ປີ ຍັງຢູ່ໃນວົງການນີ້ໄດ້ດົນ ຕອນນີ້ນາງຄິດວ່າຈິດໃຈແຂງແຮງແລ້ວ ແລະ ຫລັງຈາກເວັ້ນວ່າງໄປ 1 ປີ ທຸກຢ່າງມັນອາດຈະດີຂຶ້ນ.
ເດືອນມັງກອນ 2019 ນາງຂຽນຂໍ້ຄວາມໃນປຶ້ມບັນທຶກວ່າ: “ເອົາລະ ນີ້ຄືການເລີ່ມຕົ້ນໃໝ່ ຂ້ອຍສາມາດກັບຄືນສູ່ຟອມສຸດຍອດອີກຄັ້ງໄດ້ ຂ້ອຍເຮັດໄດ້ ! ລຸຍເລີຍ !”
ຊາເວ ເດີນທາງໄປນິວຊີແລນເພື່ອເກັບຕົວກັບທີມອີກ ໂດຍຕອນນີ້ໃກ້ໄດ້ເວລາຄັດຕົວແທນທີມຊາດໄປແຂ່ງໂອລິມປິກ 2020 ຢູ່ນະຄອນຫລວງໂຕກຽວແລ້ວ ຖ້ານາງມີຟອມດີ ອາດສ້າງປະຫວັດສາດຕິດທີມຊາດໄດ້.
ເຖິງຢ່າງໃດກໍຕາມ, ເຖິງວ່າ ຊາເວ ຈະເບິ່ງໂລກໃນແງ່ດີ ແຕ່ຄວາມຈິງຄືນາງຍັງຖືກແກ້ງຕໍ່ ແລະ ເທື່ອນີ້ບໍ່ແມ່ນພຽງລຸ້ນເອື້ອຍຈາງ ແລະ ຄູຝຶກເທົ່ານັ້ນ ແຕ່ຍັງມີແພດປະຈຳທີມ ອານ ຈູຢຸນ ແລະ ລຸ້ນອ້າຍ ຄິມ ໂຄວານ ຮ່ວມວົງໃນການທໍາຮ້າຍນາງນຳອີກ.
“ເຮົາເຫັນ ຊາເວ ຖືກທຳຮ້າຍຕອນຊ້ອມຢ່າງໜ້ອຍເດືອນລະ 3-4 ຄັ້ງ” ເພື່ອນຮ່ວມທີມຄົນໜຶ່ງກ່າວ. “ທີມຂອງເຮົາເຄັ່ງຂັດເລື່ອງກົດລຸ້ນເອື້ອຍລຸ້ນນ້ອງ ແລະ ເບິ່ງເປັນປົກກະຕິທີ່ລຸ້ນເອື້ອຍຈະຕີລຸ້ນນ້ອງໃນທີມ”.
ເລື່ອງການທຳຮ້າຍຮ່າງກາຍ ແລະ ພຶດຕິກຳຮຸນແຮງເປັນເລື່ອງແປກ ນັ້ນຄືຄົນທີ່ມັກມີພຶດຕິກຳຮຸນແຮງທຳຮ້າຍຄົນອື່ນ ຈະເຮັດໄປເລື້ອຍໆແບບບໍ່ມີຂີດຈຳກັດ ບໍ່ຈົບງ່າຍໆ ເວລາທີ່ ຊາເວ ພະຍາຍາມລຸກຂຶ້ນສູ້ ນາງພັດຍິ່ງຖືກທຳຮ້າຍໜັກກວ່າເກົ່າ ຈົນຕ້ອງລົ້ມລົງໄປອີກ.
ນາງຖືກຕົບ, ຖືກເຕະ, ຖືກຖີບ ສາລະພັດຈະທຳຮ້າຍຮ່າງກາຍ ແລະ ແນ່ນອນ ເມື່ອຖືກທຳຮ້າຍແບບນີ້ຈະເອົາສະມາທິໃດໄປຝຶກຊ້ອມ ຜົນງານຂອງນາງຫ່າງໄກກັບການຕິດທີມຊາດ.
“ຄູຝຶກ ແລະ ແພດປະຈຳທີມບອກວ່າ ຊາເວ ເປັນຜູ້ຍິງໂຣກຈິດ ແລະ ມັກມີບັນຫາ” ເພື່ອນຮ່ວມທີມຄົນໜຶ່ງກ່າວ. ຄືນອກຈາກທຳຮ້າຍຮ່າງກາຍແລ້ວ ຍັງສ້າງພາບພົດເປັນແງ່ລົບໃຫ້ກັບ ຊາເວ ນຳອີກ.


ໃນທີ່ສຸດ ຊາເວ ກໍຟິວຂາດ ນາງທົນບໍ່ໄຫວແລ້ວ ຈຶ່ງສົ່ງເລື່ອງໄປແຈ້ງທຸກຝ່າຍທີ່ກ່ຽວຂ້ອງ ບໍ່ວ່າຈະເປັນສະມາຄົມໄຕກິລາຂອງ ສ.ເກົາຫລີ ລວມທັງສະຖານີຕຳຫລວດກວາງຈູ ເພາະການກະທຳແບບນີ້ມັນຄືການທຳຮ້າຍຮ່າງກາຍ ມັນໄປໄກກວ່າການຝຶກຊ້ອມແລ້ວ.
ເຖິງຢ່າງໃດກໍຕາມ, ເລື່ອງທີ່ນາງໄປແຈ້ງຕໍ່ສະມາຄົມສຸດທ້າຍກໍງຽບຫາຍໄປ ບໍ່ມີການຕອບຮັບແນວໃດເລີຍ. ຂະນະທີ່ຕອນນາງໄປແຈ້ງຄວາມ ຕຳຫລວດລະບຸວ່າ: “ເຈົ້າສິເອົາຫຍັງໄປຟ້ອງກັບການຝຶກຊ້ອມກິລາ ສ່ວນຫລາຍກໍປັບໄໝ 200.000-300.000 ວອນ ເທົ່ານັ້ນ” ຕຳຫລວດບໍ່ໄດ້ສົນໃຈຢ່າງຈິງຈັງ ເປັນພຽງເລື່ອງປົກກະຕິຂອງການຝຶກຊ້ອມກິລາ ໃຜໆກໍຝຶກຊ້ອມໜັກແບບນີ້.
ນັ້ນຄືຈຸດເລີ່ມຕົ້ນທີ່ ຊາເວ ຕັດສິນໃຈວ່ານາງຕ້ອງມີຫລັກຖານໃນມື ໂດຍນອກຈາກປຶ້ມບັນທຶກທີ່ນາງຂຽນເປັນປະຈຳແລ້ວ ນາງຍັງມີການລັກລອບບັນທຶກສຽງເຫດການເອົາໄວ້ຕອນທີ່ນາງຖືກທຳຮ້າຍ.
ເດືອນມີນາ 2019 ຊາເວ ບັນທຶກສຽງໃນມືຖື ເປັນເຫດການທີ່ນາງຖືກແພດປະຈຳທີມກັບຄູຝຶກ ກຳລັງລົງໂທດຫລັງຈາກນາງບໍ່ສາມາດຫລຸດນ້ຳໜັກໄດ້ຕາມເກນທີ່ສະໂມສອນວາງໄວ້ “ມັນຄືຄວາມຜິດຂອງເຈົ້າ, ເຈົ້າຕ້ອງໄປອົດອາຫານສາມວັນ” ສຽງຂອງແພດປະຈຳທີມເວົ້າ “ຖ້າເຈົ້າບໍ່ສາມາດເຮັດຕາມຄຳສັ່ງໄດ້ ເຈົ້າຕ້ອງອົດອາຫານ ຈົ່ງຮັບຜິດຊອບຕໍ່ສິ່ງທີ່ຕົນເອງເຮັດ” ຈາກນັ້ນກໍເປັນສຽງຕົບໜ້າດັງຜົວະ ດັງຂຶ້ນມາຈາກໃນຄລິບສຽງ. ຊາເວ ຖືກຕົບໜ້າຢ່າງຮຸນແຮງ ຕໍ່ມາແມ່ນສຽງການຖືກຕີອີກນັບບໍ່ຖ້ວນ.
ໃນເຫດການນັ້ນ ຊາເວ ບັນທຶກໃນປຶ້ມວ່າ ນາງຖືກຕົບ, ຖືກຕີ ແລະ ເຕະຫລາຍກວ່າ 20 ຄັ້ງ ຈົນກະດູກຂ້າງລ້າວ ແລະ ຂໍ້ຄວາມສະເທືອນໃຈວ່າ “ຂ້ອຍຢາກຕາຍ ຈະຖືກລົດຕຳ ຖືກໂຈນເອົາມີດແທງ ຫລື ອັນໃດກະໄດ້ ຂ້ອຍບໍ່ຢາກຢູ່ໃນໂລກນີ້ແລ້ວ”
ຈຸດແຕກຫັກທີ່ສຳຄັນທີ່ສຸດເກີດຂຶ້ນ ຕອນທີນາງອອກຈາກສູນເກັບຕົວຂອງສະໂມສອນຢູ່ແຂວງຢອງຊັງ ເພື່ອໄປວຽກຢູ່ເຮືອນ ເຊິ່ງຖ້ານາງຂໍຄູຝຶກ ອາດບໍ່ສາມາດໄປໄດ້ ນາງຈຶ່ງລັກຫລົບອອກມາ ແລະ ປາກົດວ່າຖືກຈັບໄດ້.
ໃນວັນນັ້ນຄູຝຶກຄິມໂທຫາພໍ່ແມ່ຂອງຊາເວ ໃຫ້ມາຫາຢູ່ສູນຝຶກແຂວງຢອງຊັງ ເມື່ອພົບໜ້າກັນ ຄູຝຶກບອກວ່າ “ລູກສາວຂອງພວກເຈົ້າສ້າງເລື່ອງຮຸນແຮງ ແລະ ເຈົ້າໃນຖານະແມ່ຕ້ອງລົງໂທດນາງ ຕົບໜ້ານາງແຮງໆໃຫ້ຂ້ອຍເຫັນຕອນນີ້”
ແມ່ຂອງຊາເວ ບໍ່ຍອມທຳຮ້າຍລູກສາວຕົນເອງ. ດັ່ງນັ້ນ ຄູຝຶກຄິມ ຈຶ່ງຕົບໜ້າຊາເວໜຶ່ງບາດ ແລະ ສັ່ງໃຫ້ແມ່ຕົບຊາເວດຽວນີ້ ບໍ່ສະນັ້ນລາວຈະໄລ່ອອກຈາກທີມ ເຊິ່ງ ຊາເວ ຈຶ່ງບອກແມ່ວ່າບໍ່ເປັນຫຍັງ ຕົບໂລດ ລູກທົນໄດ້ ສຸດທ້າຍແມ່ຕ້ອງຍອມຕົບໜ້າລູກຕໍ່ໜ້າຄູຝຶກ ເຊິ່ງທັງແມ່ ແລະ ລູກສາວຕ້ອງຮ້ອງໄຫ້ໄປພ້ອມກັນ.


“ເຈົ້າກ້າດີແນວໃດ ຈຶ່ງໜີອອກໄປຈາກສູນເກັບຕົວຂອງຂ້ອຍ” ຄູຝຶກຄິມກ່າວຢ່າງໂກດແຄ້ນ. ໃນຄັ້ງນັ້ນ ຊາເວ ຍັງຢູ່ກັບທີມຕໍ່. ໄຕກິລາຄືຄວາມຝັນດຽວຂອງນາງ ເປັນຫົນທາງດຽວທີ່ຈະເຮັດໃຫ້ຄອບຄົວມືນຕາອ້າປາກໄດ້. ເຖິງຢ່າງໃດກໍຕາມ ຟາງເສັ້ນສຸດທ້າຍກຳລັງຈະເຮັດໃຫ້ນາງຫລັງຫັກແລ້ວ ແລະ ສຸດທ້າຍນາງກໍບໍ່ໄຫວແທ້ໆ ໃນທ້າຍປີ 2019 ນາງຖືກຕີອີກ ເທື່ອນີ້ ຊາເວ ຖືກແພດຂອງທີມຮ້ອງໃສ່ວ່າ “ຄວາມຈິງແລ້ວນາງກໍມີຝີມືດີ ແຕ່ນາງມັນພວກໜອນບ່ອນໄສ້ ນາງເອົາເລື່ອງເຮົາໄປບອກຕຳຫລວດແມ່ນບໍ່ ນາງຄິດດີລະຫວາຈະມີໃຜສົນໃຈ ເລື່ອງຄູຝຶກກັບນັກກິລາແບບນີ້”.
ເຖິງຈຸດນັ້ນ ຊາເວ ຈຶ່ງໝົດຄວາມອົດທົນ ເພາະນາງຮູ້ວ່າຢູ່ກັບທີມນີ້ໄປ ນາງບໍ່ໄດ້ໂອກາດຫຍັງ ອະນາຄົດກໍບໍ່ມີ ແລະ ຍັງເຈັບຕົວອີກ ເປັນຫຍັງນາງຕ້ອງມາທົນກັບຊີວິດແບບນີ້. ຊາເວ ຈຶ່ງຂໍລາອອກຈາກທີມກວາງຈູ ຊິຕີ້ຮໍ ໃນທີ່ສຸດ.
ຫລັງຈາກລາອອກຈາກທີມ ກໍເປັນແບບທີ່ນາງຄິດ ຄືຢູ່ເກົາຫລີຈະມີຄວາມເຊື່ອວ່າ ຄົນທີ່ລາອອກຈາກທີມເປັນພວກບໍ່ມີນ້ຳອົດນ້ຳທົນ ບໍ່ມີທາງຈະປັ້ນຂຶ້ນ ເຮັດໃຫ້ບໍ່ມີທີມໃຫຍ່ກ້າຮັບນາງໄປຢູ່ນຳ. ສຸດທ້າຍນາງໄດ້ມາຢູ່ກັບທີມກຣີທານ້ອຍໆໃນເມືອງປູຊານ ເຊິ່ງບໍ່ມີປະສິດທິພາບພຽງພໍຈະສົ່ງນາງກັບໄປຕິດທີມຊາດ.
ເມື່ອຄວາມຫວັງທັງໝົດພັງທະລາຍ ນາງຄິດຮອດອະດີດອັນງົດງາມ ນາງເຄີຍເປັນດາວຮຸ່ງຂອງປະເທດ ມີຄວາມຫວັງ ມີຄວາມຝັນ ຜູ້ຄົນບອກວ່ານາງມີໂອກາດໄດ້ໄປໂອລິມປິກ ແຕ່ໄລຍະເວລາ 4 ປີຜ່ານມາ ດ້ວຍຄວາມທີ່ຕ້ອງໃຊ້ຊີວິດຢ່າງຢ້ານກົວໃນທຸກວັນ ເຮັດໃຫ້ນາງຢຸດພັດທະນາຕົນເອງໄປແລ້ວ ໃນການແຂ່ງຄັ້ງຫລ້າສຸດ ນາງເຮັດເວລາຈົບອັນດັບ 14 ຂອງປະເທດ ເວລາບໍ່ດີແບບນີ້ຢ່າຝັນເລີຍວ່າຈະໄດ້ຕິດທີມຊາດ ຟອມແບບນີ້ບໍ່ມີວັນຊະຈະໃຜໄດ້.
ຊາເວ ຊຸກ ຮອນ ຢູ່ໃນຄວາມທຸກ ນາງເອງບໍ່ຄິດວ່າຕົນເອງຈະກັບໄປເກັ່ງຄືຕອນຢູ່ມັດທະຍົມໄດ້ອີກ. ໃນຫົວນາງມີແຕ່ຄວາມຄຽດ ຈາກນີ້ໄປນາງເຮັດຫຍັງ ນາງຮຽນຈົບພຽງ ມ.6 ຖ້າເອົາດີທາງກິລາບໍ່ໄດ້ ຈະເປັນພາລະໃຫ້ຄອບຄົວ ນາງເຮັດໃຫ້ຄອບຄົວຜິດຫວັງ ນາງເສຍໃຈທີ່ສຸດທ້າຍຄົນທີ່ທຳຮ້າຍນາງ ຕ່າງມີຊີວິດຢ່າງປົກກະຕິສຸກທຸກຄົນ ມີແຕ່ນາງທີ່ຕ້ອງທໍລະມານຢູ່ຄົນດຽວ. ດັ່ງນັ້ນ ວັນທີ 26 ມິຖຸນາ 2020 ຊາເວ ຈຶ່ງຕັດສິນໃຈເດັດຂາດທີ່ຈະຈົບຊີວິດຕົນເອງ ແລະ ຫວັງວ່າຄວາມຕາຍຂອງນາງ ຈະຊ່ວຍລ້າງແຄ້ນໃຫ້ນາງໄດ້ ໂດຍນາງຝາກປຶ້ມບັນທຶກ ແລະ ຄລິບສຽງທັງໝົດໄວ້ກັບແມ່ ແລະ ຊ່ວຍແກ້ໄຂເລື່ອງນີ້ຕໍ່ຫລັງຈາກນາງບໍ່ຢູ່ໃນໂລກແລ້ວ. ໃນມຸມມອງຂອງ ຊາເວ ຄວາມຕາຍຈະແລກມາດ້ວຍຄວາມສົນໃຈຈາກສື່ມວນຊົນ ມັນເປັນວິທີດຽວເທົ່ານັ້ນທີ່ນາງຄິດໄດ້ໃນເວລານັ້ນ.


ທ່ານ ມຸນ ແຈອິນ ສັ່ງໃຫ້ມີການສືບສວນຢ່າງຮີບດ່ວນທັນທີ ນັ້ນເຮັດໃຫ້ຕຳຫລວດ ແລະ ສະມາຄົມກິລາຢູ່ກັບບໍ່ເປັນສຸກ ຟ້າວຈັດຫາຫລັກຖານມາສືບຄະດີທີ່ເກີດຂຶ້ນ ເຊິ່ງແນ່ນອນ ພວກເຂົາເຫັນຫລັກຖານງ່າຍຫລາຍ ເພາະ ຊາເວ ເກັບທຸກຢ່າງເອົາໄວ້ໝົດ ນາງພະຍາຍາມຈະບອກມາແຕ່ດົນແລ້ວ ວ່ານາງຖືກກະທຳຫຍັງແດ່ ແຕ່ໃນຄັ້ງນັ້ນບໍ່ມີໃຜຟັງ.
ຕຳຫລວດເອີ້ນ ຄູຝຶກຄິມ ໂຢບອງ, ແພດສະໂມສອນ ອານ ຈູຢຸນ, ລຸ້ນເອື້ອຍຈາງ ຈຸນຢອງ ແລະ ລຸ້ນອ້າຍ ຄູມ ໂດຮວານ ເຂົ້າມາສອບປາກຄຳ ແລະ ຈາກການເຈລະຈາກັນ 7 ຊົ່ວໂມງ ກໍໄດ້ຂໍ້ສະຫລຸບວ່າ ທັງໝົດຄືເລື່ອງຈິງ ມີການທຳຮ້າຍທາງວາຈາ ແລະ ຈິດໃຈມາດົນຫລາຍປີ.
ຄະນະກຳມະການໂອລິມປິກ ສ.ເກົາຫລີ ແລະ ສະມາຄົມໄຕກິລາແຫ່ງຊາດ ສັ່ງຫ້າມ ຄິມ ໂຢບອງ ຕະຫລອດຊີວິດ ເຊັ່ນດຽວກັບລຸ້ນເອື້ອຍຈາງ ຢຸນຢອງ ທີ່ເປັນຄົນເລີ່ມກ່ອນ ເຖິງວ່າຈະມີກຽດປະຫວັດເຄີຍຄວ້າຫລຽນເງິນເອຊຽນເກມໃຫ້ປະເທດມາແລ້ວ ກໍຖືກຫ້າມຕະຫລອດຊີວິດເຊັ່ນດຽວກັນ.
ລຸ້ນອ້າຍ ຄິມ ໂດຮວານ ທີ່ມີສ່ວນຊ່ວຍເຫລືອຖືກຫ້າມຈາກການແຂ່ງຂັນກິລາ 10 ປີ. ຂະນະທີ່ ແພດອານ ຈູຢຸນ ມີການໄປສືບຄົ້ນປາກົດວ່າບໍ່ມີຊື່ລົງທະບຽນໃນສະມາຄົມໄຕກິລາ ຍິ່ງໄປກວ່ານັ້ນ ຍັງບໍ່ມີໃບປະກອບໂຣກສິນອີກ ເປັນແພດປອມທີ່ມາເຮັດວຽກຢູ່ຫລາຍປີ ໂດຍບໍ່ມີໃຜຈັບໄດ້.
ຂະບວນການຫ້າມເກີດຂຶ້ນແລ້ວຈາກສະມາຄົມໄຕກິລາ ຂັ້ນຕອນຕໍ່ໄປ ເຈົ້າໜ້າທີ່ຕຳຫລວດເດີນໜ້າສືບສວນຕໍ່ ເພື່ອຫາບົດສະຫລຸບວ່າຜູ້ກ່ຽວຂ້ອງກັບການທຳຮ້າຍທັງ 4 ຄົນ ຕ້ອງມີໂທດເຖິງຂັ້ນຈຳຄຸກ ຫລື ບໍ່.
ຄວາມຕາຍຂອງ ຊາເວ ຊຸກຮອນ ເຮັດໃຫ້ສັງຄົມເກົາຫລີຕ້ອງກັບມາທົບທວນເລື່ອງຄວາມຮຸນແຮງໃນວົງການກິລາວ່າມັນຄວນໂຫດໄດ້ພຽງໃດ. ວັດທະນະທຳເລື່ອງການຝຶກຊ້ອມໂຫດຂອງເກົາຫລີມີຊື່ສຽງ ສ່ວນໜຶ່ງຕ້ອງຍອມຮັບວ່າ ຜ່ານມາມັນໃຊ້ໄດ້ຜົນ ການຝຶກຊ້ອມເກີນຂີດຈຳກັດເຮັດໃຫ້ນັກກິລາຫລາຍຄົນພັດທະນາຢ່າງກ້າວກະໂດດ ແລະ ການທີ່ ສ.ເກົາຫລີ ສາມາດປັ້ນນັກກິລາລະດັບຫລຽນທອງເອຊຽນເກມ ຫລື ໂອລິມປິກໄດ້ຢ່າງຫລວງຫລາຍ ມີຈຸດເລີ່ມຕົ້ນຈາກແນວຄິດນີ້. ເມື່ອໃຊ້ໄດ້ຜົນ ແລະ ມີຫລຽນລາງວັນແບບຈັບບ່າຍໄດ້ ຍິ່ງເນັ້ນຄວາມເຊື່ອລົງໄປຊ້ຳໆ ວ່າມັນຄືວິທີທີ່ຖືກຕ້ອງ ສາຍຕາຄົນນອກຄິດເຊັ່ນກັນວ່າ ຖ້າເປັນນັກກິລາຕ້ອງທົນໄດ້ ເຖິງວ່າຕົວນັກກິລາເອງຕ້ອງຍອມຮັບການຖືກທຳຮ້າຍທັງກາຍ ແລະ ໃຈໄປໂດຍປະລິຍາຍ.
ເຖິງຢ່າງໃດກໍຕາມ, ຄຳຖາມຄື ການຊ້ອມສຸດໂຫດມັນເປັນວິທີດຽວທີ່ຈະເຮັດໃຫ້ວົງການກິລາປະສົບຜົນສຳເລັດ ຫລື ບໍ່ ເພາະຕົວຢ່າງອາເມລິກາ ຫລື ປະເທດໃນເອີຣົບ ບໍ່ໄດ້ຊ້ອມກັນເກີນຂີດຈຳກັດ ແຕ່ນັກກິລາກໍສາມາດປະສົບຜົນສຳເລັດໄດ້ເຊັ່ນກັນ.
ຈາກນີ້ໄປ ວົງການກິລາເກົາຫລີ ຕ້ອງເກີດການປ່ຽນແປງຄັ້ງສຳຄັນແນ່ນອນ ແລະ ຄູຝຶກກໍອາດບໍ່ແມ່ນພະເຈົ້າຄືເກົ່າແລ້ວ.
ສຳລັບ ຊາເວ ຊຸກຮອນ ໜຶ່ງຊີວິດທີ່ນາງຈົບລົງໄປ ນາງອາດບໍ່ໄດ້ຄາດຫວັງວ່າມັນຈະສົ່ງຜົນກະທົບ ຕໍ່ວົງການຂະໜາດນີ້ ນາງພຽງຕັ້ງໃຈຈະແລກຊີວິດ ກັບຄວາມຍຸຕິທຳທີ່ນາງຫວັງຈະໄດ້ມັນມາຕະຫລອດ ເທົ່ານັ້ນ ເຊິ່ງໃນເວລານີ້ ຄົນທີ່ມີພຶດຕິກຳທຳຮ້າຍຄົນອື່ນກໍໝົດຫົນທາງໃນການໄປທຳຮ້າຍຄົນອື່ນຕໍ່ແລ້ວ. ເຖິງຢ່າງໃດກໍຕາມ ທີ່ໜ້າເສຍໃຈກໍຄື ເລື່ອງນີ້ບໍ່ຄວນຈົບລົງທີ່ຄວາມຕາຍຂອງ ຊາເວ ເພາະຖ້າມີຄົນ “ຟັງນາງ” ແຕ່ຫົວທີ ແລະ ເບິ່ງເຫັນວ່າການທຳຮ້າຍມັນບໍ່ແມ່ນເລື່ອງປົກກະຕິ ຄວາມຍຸຕິທຳກໍອາດໄດ້ມາ ໂດຍທີ່ນາງຍັງມີຊີວິດຢູ່. ສຸດທ້າຍແລ້ວ ຄວາມຍຸຕິທຳກໍເກີດຂຶ້ນແທ້ ພຽງແຕ່ໜ້າເສຍດາຍທີ່ນາງບໍ່ມີໂອ ກາດໄດ້ເຫັນດ້ວຍຕົນເອງ.