ຮົງກົງກຽມເຂັ້ມງວດທາງສັງຄົມອີກ ກັງວົນໂຄວິດ-19 ລະບາດຮອບ 3 Hong Kong Disneyland ສັ່ງປິດຊົ່ວຄາວແລ້ວ


ວັນທີ 14 ກໍລະກົດ, ທາງການຮົງກົງກຽມດຳເນີນມາດຕະການເຂັ້ມງວດທາງສັງຄົມອີກເທື່ອໜຶ່ງ ນັບແຕ່ທ່ຽງຄືນມື້ນີ້ເປັນຕົ້ນໄປ ກັງວົນໂຄວິດ-19 ລະບາດຮອບ 3 ຫລັງພົບຜູ້ຕິດເຊື້ອໃໝ່ເພີ່ມສູງເຖິງ 52 ຄົນໃນວັນທີ 13 ກໍລະກົດ ເປັນການຕິດເຊື້ອໃນພື້ນທີ່ສູງເຖິງ 41 ຄົນ ຫລັງຈາກເຄີຍຄວບຄຸມສະຖານະການການແຜ່ລະບາດຮອບ 2 ໃນເດືອນມີນາຜ່ານມາໄດ້ແລ້ວ.
ໂດຍພົນລະເມືອງ ແລະ ຜູ້ມີຖິ່ນອາໄສຢູ່ຮົງກົງຈະຕ້ອງໃສ່ຜ້າປິດປາກ-ດັງໃນເວລາໃຊ້ບໍລິການຂົນສົ່ງສາທາລະນະ ຜູ້ໃດຝ່າຝືນອາດມີຖືກປັບໄໝ 5.000 ໂດລາຮົງກົງ, ສ່ວນຮ້ານອາຫານຕ່າງໆ ຈະເປີດໃຫ້ບໍລິການສະເພາະຊື້ເມືອເຮືອນເທົ່ານັ້ນ ໂຈະການນັ່ງກິນຢູ່ຮ້ານນັບແຕ່ເວລາ 18:00 ໂມງເປັນຕົ້ນໄປ.
ນອກຈາກນີ້ ທາງການຮົງກົງຍັງໄດ້ຫລຸດຈຳນວນຂອງກຸ່ມຄົນທີ່ຈະສາມາດລວມຕົວກັນໄດ້ໃນພື້ນທີ່ສາທາລະນະ ຈາກ 50 ຄົນມາຢູ່ 4 ຄົນເທົ່ານັ້ນ ເພື່ອຫລຸດໂອກາດການແຜ່ກະຈາຍ ແລະ ຕິດພະຍາດໂຄວິດ-19. ຂະນະທີ່ສະຖານທີ່ບໍລິການທີ່ເອື້ອໃຫ້ມີການຊຸມນຸມ ຫລື ລວມຕົວກັນເຊັ່ນ: ສູນອອກກຳລັງກາຍ, ສະໜາມກິລາ ຫລື ສວນເຄື່ອງຫລິ້ນ ຈະປິດໃຫ້ບໍລິການຊົ່ວຄາວຢ່າງໜ້ອຍ 1 ອາທິດ.
ໂດຍ Hong Kong Disneyland ໄດ້ປະກາດສັ່ງປິດໃຫ້ບໍລິການຊົ່ວຄາວໃນສ່ວນຂອງທີມພາກແລ້ວ ນັບແຕ່ວັນທີ 15 ກໍລະກົດເປັນຕົ້ນໄປ ຫລັງຈາກກັບມາເປີດໃຫ້ບໍລິການອີກເມື່ອເດືອນມິຖຸນາຜ່ານມາ. ຂະນະທີ່ Hong Kong Disneyland Resort ຈະຍັງເປີດໃຫ້ບໍລິການຕໍ່ໄປ ໂດຍເພີ່ມມາດຕະການທາງດ້ານສາທາລະນະສຸກ ແລະ ຄວາມປອດໄພໃຫ້ແກ່ພະນັກງານ ແລະ ແຂກຜູ້ເຂົ້າພັກ.
ຫລ້າສຸດຮົງກົງມີຜູ້ຕິດເຊື້ອສະສົມ 1.522 ຄົນ, ປິ່ນປົວຫາຍດີແລ້ວ 1.217 ຄົນ ແລະ ເສຍຊີວິດພຽງ 8 ຄົນ ຫລັງການແຜ່ລະບາດກຳລັງກ້າວເຂົ້າສູ່ເດືອນທີ 7 ໂດຍກວດຫາການຕິດເຊື້ອໄປແລ້ວຫລາຍກວ່າ 3,76 ແສນຕົວຢ່າງ.