ເກີດເຫດໄຟໄໝ້ທໍ່ສົ່ງນ້ຳມັນດິບເອຢິບ ບາດເຈັບ 12 ຄົນ ບໍ່ມີຜູ້ເສຍຊີວິດ


ກະຊວງສາທາລະນະສຸກເອຢິບ ລາຍງານເຫດໄຟໄໝ້ທໍ່ສົ່ງນ້ຳມັນດິບຢູ່ນະຄອນຫລວງໄຄໂຣ ເມືອງຫລວງຂອງປະເທດ ເຊິ່ງເກີດຂຶ້ນໃນວັນທີ 14 ກໍລະກົດ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 12 ຄົນ.
ກະຊວງລະບຸໃນຖະແຫລງການວ່າ: ບໍ່ມີຜູ້ເສຍຊີວິດໃນເຫດການຄັ້ງນີ້ ສ່ວນຜູ້ໄດ້ຮັບບາດເຈັບໄດ້ຖືກນຳສົ່ງໄປໂຮງໝໍອໍ-ຊາລຳ (Al-Salam) ໃນໄຄໂຣແລ້ວ.
ທາງກະຊວງລາຍງານວ່າ: ຜູ້ບາດເຈັບມີບາດແຜຈາກໄຟໄໝ້ໃນລະດັບແຕກຕ່າງກັນໄປ ລວມທັງມີການສະໝັກຄວັນ ໂດຍຜູ້ເຄາະຮ້າຍທັງໝົດໄດ້ຮັບການປິ່ນປົວຢູ່ໂຮງໝໍແລ້ວ.
ທ່ານ ອີມັດ ອັບເດລ-ກໍເດີ ປະທານບໍລິສັດ Petroleum Pipelines Company ເຊິ່ງບໍລິຫານໂດຍລັດຖະບານ ລະບຸໃນຖະແຫລງການວ່າ: ເຈົ້າໜ້າທີ່ມອດໄຟບໍລິເວນທໍ່ສົ່ງນ້ຳມັນຊູກໍອີ-ໂມສໂຕໂຣດ (Shugair-Mostorod) ໃກ້ກັບຖະໜົນໄຄໂຣ-ອິສເມເລຍ ເດສເຊິດ (Cairo-Ismailia Desert) ສຳເລັດແລ້ວ.
ທ່ານ ອັບເດລ-ກໍເດີ ເຊື່ອວ່າເຫດໄຟໄໝ້ຄັ້ງນີ້ເກີດຈາກທໍ່ນ້ຳມັນມີຮອຍແຕກ ບວກກັບປະກາຍໄຟຈາກລົດຍົນຫລາຍຄັນທີ່ສັນຈອນຢູ່ຕາມຖະໜົນຢ່າງໜາແໜ້ນ ໂດຍຫລັງເກີດເຫດບໍລິສັດໄດ້ປິດວາວທໍ່ນ້ຳມັນທັນທີ.
ນອກຈາກນີ້, ເຈົ້າໜ້າທີ່ເປີດເຜີຍວ່າ: ໄດ້ມີການຈັດຕັ້ງຄະນະກຳມະການດ້ານເຕັກນິກ ເພື່ອຫາສາເຫດຂອງອຸປະຕິເຫດຄັ້ງນີ້ ພ້ອມກ່າວອີກວ່າ: ຜົນການກວດສອບຈະຖືກສົ່ງຕໍ່ຫາໜ່ວຍງານດ້ານຄວາມປອດໄພ.