ໂຕກຽວປະກາດເຕືອນໄພລະດັບສູງສຸດ ຫລັງພົບຜູ້ຕິດໂຄວິດ-19 ເພີ່ມຫລັກຮ້ອຍຄົນຕໍ່ວັນຕິດຕໍ່ກັນເປັນມື້ທີ 7


ວັນທີ 15 ກໍລະກົດ, ທາງການນະຄອນຫລວງໂຕກຽວຂອງຍີ່ປຸ່ນປະກາດເຕືອນໄພລະດັບສູງສຸດ ຫລັງຜູ້ຕິດໂຄວິດ-19 ໃໝ່ເພີ່ມ 165 ຄົນ ເປັນການພົບຜູ້ຕິດເຊື້ອໃໝ່ໃນລະດັບຫລັກຮ້ອຍຄົນໃນມື້ດຽວຕິດຕໍ່ກັນເປັນມື້ທີ 7 ແລ້ວ. ປັດຈຸບັນໂຕກຽວຖືເປັນພື້ນທີ່ທີ່ມີຜູ້ຕິດເຊື້ອສະສົມສູງທີ່ສຸດໃນຍີ່ປຸ່ນເຖິງ 8.364 ຄົນ ແລະ ມີຜູ້ເສຍຊີວິດຈາກພະຍາດລະບາດນີ້ໃນໂຕກຽວແລ້ວ 325 ຄົນ.
ການຕັດສິນໃຈປະກາດເຕືອນໄພນີ້ເກີດຂຶ້ນຫລັງຈາກທາງການໂຕກຽວປະກາດຍົກເລີກສະຖານະການສຸກເສີນທີ່ລັດຖະບານຍີ່ປຸ່ນເຄີຍປະກາດໃຊ້ ເພື່ອຮັບມືສະຖານະການການແຜ່ລະບາດຂອງໂຄວິດ-19 ພາຍໃນປະເທດເມື່ອເດືອນພຶດສະພາຜ່ານມາ.
ທ່ານ ຢູຣິໂກະ ໂຄອິເກະ ເຈົ້າຄອງນະຄອນຫລວງໂຕກຽວ ແນະນຳໃຫ້ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ຫລີກລ່ຽງການອອກຈາກທີ່ພັກອາໄສໂດຍບໍ່ຈຳເປັນ, ພ້ອມຮຽກຮ້ອງໃຫ້ປະຊາຊົນ ແລະ ຂະແໜງທຸລະກິດຊ່ວຍກັນຮັກສາມາດຕະການຮັບມືໂຄວິດ-19, ເວັ້ນໄລຍະຫ່າງທາງສັງຄົມ ແລະ ໃສ່ຜ້າປິດປາກ-ດັງ ເພື່ອຫລຸດໂອກາດການຕິດເຊື້ອ ແລະ ແຜ່ກະຈາຍເຊື້ອ.
ໂດຍເຈົ້າຄອງນະຄອນຫລວງໂຕກຽວຈະຫາລືກັບລັດຖະບານອີກ ເຖິງບັນຫາໂຄງການ Go To Travel ທີ່ກຽມເປີດໃນວັນທີ 22 ກໍລະກົດນີ້ ທີ່ລັດຖະບານສະໜັບສະໜູນເພື່ອກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງປະເທດ ຫລັງຂະຫຍາຍຕົວຊ້າລົງເພາະພິດວິກິດໂຄວິດ-19 ມາຫລາຍເດືອນ.
ຫລ້າສຸດຍີ່ປຸ່ນມີຜູ້ຕິດເຊື້ອໂຄວິດ-19 ສະສົມ 22.890 ຄົນ, ປິ່ນປົວຫາຍແລ້ວ 81% ຂອງຜູ້ຕິດເຊື້ອທັງໝົດ, ມີຜູ້ເສຍຊີວິດຈາກໂຄວິດ-19 ທົ່ວປະເທດ 984 ຄົນ, ກວດຫາການຕິດເຊື້ອໄປແລ້ວຫລາຍກວ່າ 8,86 ແສນຕົວຢ່າງ. ໂຕກຽວ, ໂອຊາກ້າ, ຄານາກາວະ, ໄຊຕາມະ ແລະ ຮັອກໄກໂດ ເປັນ 5 ແຂວງຂອງຍີ່ປຸ່ນທີ່ພົບຜູ້ຕິດໂຄວິດ-19 ສະສົມຫລາຍທີ່ສຸດໃນປັດຈຸບັນ.