ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອລ້າແກ່ລາວ 317 ລ້ານເຢນ ເພື່ອພັດທະນາຊັບພະຍາກອນມະນຸດ
ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫລືອລ້າແກ່ ສປປ ລາວ ໃນມູນຄ່າ 317 ລ້ານເຢນ ຫລື ປະມານ 3 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການພັດທະນາຊັບພະຍາກອນມະນຸດຂອງລາວ ພາຍໃຕ້ “ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ” ເຊິ່ງພິທີລົງນາມຮັບການຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ.
ໂຄງການດັ່ງກ່າວຈະມອບທຶນການສຶກສາໃຫ້ແກ່ຊາວໜຸ່ມລາວທີ່ເຮັດວຽກກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃນ ສປປ ລາວ ເພື່ອສຶກສາລະດັບປະລິນຍາໂທ ແລະ ເຮັດການຄົ້ນຄວ້າ ຢູ່ມະຫາວິທະຍາໄລໃນປະເທດຍີ່ປຸ່ນ ຈຳນວນ 22 ທຶນ ແລະ ຜ່ານມາໄດ້ມີພະນັກງານລາວຫລາຍກວ່າ 370 ຄົນ ໄດ້ຮັບທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ປະເທດຍີ່ປຸ່ນມາແລ້ວ ນັບແຕ່ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງຂຶ້ນໃນປີ 1999 ເຊິ່ງໂຄງການນີ້ຈະປະກອບສ່ວນເຂົ້າໃນການຝຶກອົບຮົມວິຊາການໜຸ່ມໃຫ້ມີຄວາມສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ການລຶບລ້າງຄວາມທຸກຍາກຂອງ ສປປ ລາວ.
ທ່ານ ທາເກວາກະ ເຄໂຊ ໄດ້ກ່າວວ່າ: ປີນີ້ກໍເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຍີ່ປຸ່ນ-ລາວ ແລະ ຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມຍຸດທະສາດ ແລະ ປະເທດຍີ່ປຸ່ນໃນຖານະການເປັນຄູ່ຮ່ວມຍຸດທະສາດຂອງລາວ ແລະ ໄດ້ເພີ່ມທະການສະໜັບສະໜູນຄວາມພະຍາມຂອງລັດຖະບານລາວໃນການພັດທະນາຫລາຍຂະແໜງການ ລວມໄປເຖິງການພັດທະນາຊັບພະຍາມະນຸດ.