ຈີນຫລຸດພົ້ນສະພາບຫລຸດຖອຍ ເສດຖະກິດກັບມາຂະຫຍາຍຕົວ 3,2% ໃນໄຕມາດ 2


ເສດຖະກິດຈີນກັບມາຂະຫຍາຍຕົວອີກ ຫລັງຜະເຊີນກັບໄລຍະໄຕມາດທຳອິດທີ່ຮ້າຍແຮງທີ່ສຸດໃນຮອບຫລາຍທົດສະວັດ ໂດຍລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນເຕີບໃຫຍ່ 3,2% ໃນໄຕມາດທີ 2 ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ (ເມສາ-ມິຖຸນາ) ເຊິ່ງດີກວ່າທີ່ນັກວິເຄາະຄາດຄະເນໄວ້ ຈາກລະດັບ 2,5%.
ນັ້ນໝາຍຄວາມວ່າເສດຖະກິດຈີນສາມາດຫລີກພົ້ນສະພາບຫລຸດຖອຍໄດ້ສຳເລັດ ຫລັງໄຕມາດທຳອິດ GDP ຕິດລົບເຖິງ 6,8% ເຊິ່ງເປັນການຫລຸດລົງລາຍໄຕມາດຄັ້ງທຳອິດນັບແຕ່ປີ 1976 ແລະ ຫລຸດລົງຮຸນແຮງທີ່ສຸດນັບແຕ່ຈີນເລີ່ມບັນທຶກສະຖິຕິໃນປີ 1992.
ການຟື້ນຕົວຂອງເສດຖະກິດຈີນເປັນເລື່ອງທີ່ຫລາຍຝ່າຍຄາດຄະເນໄວ້ແລ້ວ ເພາະຈີນເປັນປະເທດມະຫາອຳນາດເສດຖະກິດປະເທດທຳອິດທີ່ຜ່ອນຄາຍມາດຕະການລັອກດາວ ຫລັງຈາກປິດເມືອງຫລາຍເດືອນ ເພື່ອຄວບຄຸມການລະບາດຂອງໂຄວິດ-19.
ກ່ອນໜ້ານີ້ ກອງທຶນການເງິນສາກົນ (IMF) ຄາດຄະເນໃນເດືອນມິຖຸນາວ່າ: ເສດຖະກິດທົ່ວໂລກອາດຫລຸດລົງ 4,9% ໃນປີ 2020, ແຕ່ຄາດວ່າຈະຟື້ນຕົວໄວຂຶ້ນກວ່າປະເມີນໄວ້ໃນຕອນທຳອິດ, ສ່ວນເສດຖະກິດຈີນອາດຂະຫຍາຍຕົວ 1% ໃນປີນີ້ ເຊິ່ງເປັນພຽງບໍ່ເທົ່າໃດປະເທດໃນໂລກທີ່ເສດຖະກິດບໍ່ຕິດລົບ.