ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ

ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ - 176 - ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ
ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ - kitchen vibe - ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ

ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ

ໃນວັນທີ 17 ກໍລະກົດນີ້, ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດງານສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ, ວັນແມ່ຍິງສາກົນຄົບຮອບ 110 ປີ ແລະ ລະນຶກວັນສາກົນຕ້ານການຄ້າມະນຸດຂຶ້ນ ຢູ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີທ່ານ ນາງ ຄຳເມິງ ວໍລະຈິດ ແລະ ບັນດາພັນລະຍາການນຳ, ພະນັກງານອາວຸໂສບຳນານ, ວິລະຊົນແຫ່ງຊາດເຂົ້າຮ່ວມ ເພື່ອຫວນຄືນມູນເຊື້ອການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ ກໍຄືໄລຍະການສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ໂອກາດນີ້, ທ່ານ ນາງ ບົວຄຳ ພົມມະຈັນ ວິລະຊົນແຫ່ງຊາດ ໄດ້ປາຖະກະຖາຫວນຄືນມູນ ເຊື້ອຊີວິດການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງລາວໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ໂດຍຍົກໃຫ້ເຫັນນໍ້າໃຈຕໍ່ສູ້ພິລະອາດຫານຄຽງບ່າຄຽງໄລ່ກັບເພດຊາຍ, ນໍ້າໃນເສຍສະຫລະອັນສູງສົ່ງ ເພື່ອປະເທດຊາດ ແລະ ປະຊາຊົນ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ແລະ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ເອື້ອຍນ້ອງແມ່ຍິງກໍໄດ້ຕັ້ງໜ້າປະກອບສ່ວນຄວາມຮູ້, ຄວາມສາມາດ ແລະ ເຫື່ອແຮງຂອງຕົນໃນການປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນເຖິງບົດບາດຄອບຄົວການນຳຕິດພັນກັບພາລະກິດພັດທະນາ ແລະ ສ້າງສາພັດທະນາປະເທດຊາດ ແລະ ບັນຫາສຳຄັນອື່ນໆ ທີ່ພົວພັນກັບຊີວິດ ແລະ ການພັດທະນາຕົນເອງຂອງເອື້ອຍນ້ອງແມ່ຍິງລາວ.

ໃນພິທີຍັງໄດ້ຟັງການລາຍງານກ່ຽວກັບຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ລວມເຖິງຜົນງານການເຄື່ອນໄຫວຂອງສູນກາງສະຫະພັນແມ່ຍິງລາວ ໄລຍະ 5 ປີ 2016-2020 ໂດຍໄດ້ສືບຕໍ່ປະຕິ ບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະ ແລະ ເອົາໃຈໃສ່ຝຶກອົບຮົມຍົກລະດັບພະນັກງານທີ່ເຮັດວຽກແມ່ຍິງ, ຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງຜູ້ດ້ອຍໂອກາດ ສາມາດສ້າງວຽກເຮັດງານທຳ ແລະ ຝຶກສີມີແຮງງານໃຫ້ແກ່ແມ່ຍິງທຸກຍາກ ແລະ ດ້ອຍໂອກາດໄດ້ຮັບການພັດທະນາ ຕົນເອງດີຂຶ້ນ.

ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ - 5 - ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນສ້າງຕັ້ງ ຄົບຮອບ 65 ປີ ຂອງຕົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!