ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ

ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ - 228 - ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ
ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ - kitchen vibe - ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ

ໃນວັນທີ 22 ກໍລະກົດນີ້, ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ “ກົດໝາຍ ແລະ ລະບຽບໃນການຄຸ້ມຄອງສື່ມວນຊົນ ໂດຍສະເພາະສື່ສັງຄົມອອນລາຍ” ລວມທັງລະບຽບການ​ຄ້ມ​ຄອງ​ການ​ສື່ສານຜ່ານ​ໂທລະສັບ​ມື​ຖື ​ແລະ ອິນ​ເຕີ​ເນັດ ​ແລະ ອື່ນໆ ​​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ ກໍ​ຄືບັນດາບັນນາທິການ​ໄດ້​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ​ແລະ ທິດ​ທາງ​ໃນ​ການ​ຄຸ້ມ​ຄອງການ​ເຄື່ອນ​ໄຫວ​ຂອງ​ສື່​ແບບ​ໃໝ່.

ພ້ອມ​ທັງຍົກ​ໃຫ້​ເຫັນກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ-ສື່ສັງຄົມອອນລາຍ, ຂໍ້​ມູນ​ຂ່າວສານ​ຜ່ານ​ສື່​ສັງຄົມ​ອອນ​ລາຍ, ຂໍ້​ມູນ​ຂ່າວສານ​ປອມ (ຂ່າວ​ປອມ ຫລື Fake News), ບັນດາ​ສື່​ອອນ​ລາຍຕ່າງໆ ​ທີ່​ຜິດ​ກົດໝາຍ, ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ ​ແລະ ລະບຽບການ, ຄວາມ​ເຂົ້າ​ໃຈ​ກ່ຽວກັບ​ຂ່າວ​ລື-ຂ່າວ​ຫລອກ​ລວງ ​ແລະ ​ອື່ນໆ. ປັດຈຸບັນການ​ນຳ​ໃຊ້ອິນເຕີເນັດເຮັດໃຫ້ການສື່ສານ ແລະ ການຮັບສົ່ງຂ່າວສານສະດວກວ່ອງໄວຫລາຍຂຶ້ນ ​ເຮັດ​ໃຫ້ປະຊາຊົນຫັນ​ມາ​ບໍລິ​ໂພ​ກຂ່າວຜ່ານສື່ທາງອິນເຕີເນັດ ຫລື ສື່ສັງຄົມອອນລາຍເພີ່ມຂຶ້ນ, ແຕ່ຄຽງຄູ່​ກັນ​ນັ້ນ ກໍ​ໄດ້​ເກີດ​ມີ​ການ​ເຜີຍ​ແຜ່ຂ່າວ​ປອມ, ຂ່າວ​ບິດ​ເບືອນຄວາມ​ຈິງ​ເກີດ​ຂຶ້ນ​ ​​ເຊິ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ເມືອງ, ​ເສດຖະກິດ-ສັງຄົມ​ ​​ສ້າງ​ຄວາມ​ສັບ​ສົນ​ໃຫ້​ຜູ້​ບໍລິ​ໂພ​ກຢ່າງຫລວງຫລາຍ. ສະ​ນັ້ນ ​ເພື່ອ​ຕອບ​​ໂຕ້  ​ແລະ ຕີ​ຖອຍ​ຂ່າວ​ລວງ, ຂ່າວ​ລື ​ແລະ ຂ່າວ​ປອມໃນ​ສື່​ສັງຄົມ​ອອນ​ລາຍ ຮຽກຮ້ອງ​ໃຫ້ມີການເພີ່ມທະວີຄວາມ​ຮັບຜິດຊອບການ​ເມືອງ​ຂອງ​ບັນນາທິການ ​ແລະ ນັກ​ຂ່າວ, ຮູ້ຄຸ້ມຄອງວຽກງານສື່ຢູ່ພາຍ  ແລະ ພາຍ​ນອກ ຄຸ້ມຄອງທີ່ຕັ້ງພາລະບົດບາດຂອງຕົນ ແລະ ຮູ້ຮັກສາບົດບາດຊື່ສຽງສື່ ​ເພື່ອບໍ່ໃຫ້ເກີດພາວະວິກິດການແກ່ສື່ຂອງຕົນ.

ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ - Visit Laos Visit SALANA BOUTIQUE HOTEL - ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ
ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ - 4 - ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ ກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!