ນັກຂ່າວແມ່ນຜູ້ມີຄວາມຮັບຜິດຊອບສູງຕໍ່ແຫລ່ງຂ່າວ


(ລະນຶກວັນສ້າງຕັ້ງສື່ມວນຊົນ ຄົບຮອບ 70 ປີ)
ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ລະບອບການເມືອງໃດໜຶ່ງກໍລ້ວນແລ້ວແຕ່ມີຄຸນຄ່າທາງດ້ານຊີວິດສັງຄົມຂອງມັນ ເພື່ອສ່ອງແສງໃຫ້ເຫັນທາດແທ້ຂອງລັດຖະບານນັ້ນ, ມີລັກສະນະແນວໃດ, ມີຄວາມເສລີພາບ, ປະຊາທິປະໄຕ ແລະ ມີສິດທິມະນຸດ ຫລື ບໍ່, ມັນຈະນຳເອົາຜົນປະໂຫຍດຫຍັງມາສູ່ປະເທດຊາດ, ປະຊາຊົນ ແລະ ພົນລະເມືອງຂອງຕົນ ໂດຍອີງໃສ່ມູນເຊື້ອດັ່ງກ່າວ ເພື່ອຈະສາມາດບັນລຸທິດທາງ ແລະ ແຜນການສ້າງສາພັດທະນາປະເທດຊາດຂອງຕົນ ແລະ ດ້ວຍຄຸນຄ່າດັ່ງກ່າວ ຈຶ່ງກໍ່ໃຫ້ເກີດມີລະບອບການເມືອງ-ສັງຄົມຂຶ້ນ ແລະ ຄຸນສົມບັດພື້ນຖານຂອງສື່ມວນຊົນກໍໄດ້ຮັບຜົນສະທ້ອນມາຈາກລະບອບການເມືອງ-ສັງຄົມທີ່ແຕກຕ່າງກັນ. ເຮັດຂ່າວແມ່ນອາຊີບໜຶ່ງ ແຕ່ແມ່ນອາຊີບທີ່ມີລັກສະນະພິເສດຂອງມັນ ເຊິ່ງສະແດງອອກຢູ່ບ່ອນວ່າ: ມັນສາມາດນຳເອົາຂໍ້ມູນຂ່າວສານອັນໃໝ່ທີ່ສຸດມາສູ່ມວນຊົນນັບເປັນລ້ານໆຄົນ, ສາມາດສ້າງຫາງສຽງຕໍ່ສັງຄົມ ແລະ ສົ່ງຜົນສະທ້ອນຫລາຍອັນຕໍ່ຊະຕາກຳຂອງມວນມະນຸດ ກໍຄືທ່າອ່ຽງລວມຂອງສັງຄົມ ແລະ ລັກສະນະພິເສດຂອງອາຊີບເຮັດຂ່າວຍັງສະແດງອອກຜ່ານທິດທາງ ແລະ ວິທີການຈັດຕັ້ງປະຕິບັດຂອງຜູ້ເຮັດຂ່າວ. ນັກຂ່າວເຂົ້າໃກ້ຊິດຕິດແທດກັບແຫລ່ງຂ່າວກໍເພື່ອຂຸດຄົ້ນຂໍ້ມູນຕ່າງໆ ເພື່ອຂຽນຂ່າວຕາມການຕັດສິນໃຈຂອງຕົນທີ່ຈະນຳເອົາຂໍ້ມູນຂ່າວສານດັ່ງກ່າວອອກສູ່ມວນຊົນ. ບາງຄັ້ງພຽງບົດຂຽນສັ້ນໆກໍສາມາດສະກັດກັ້ນການກໍ່ໂທດກຳອັນໂຫດຮ້າຍໃດໜຶ່ງໄດ້ ແລະ ກົງກັນຂ້າມ ກໍມີພຽງບົດຂ່າວຂອງສື່ມວນຊົນເທົ່ານັ້ນທີ່ຈະເຮັດໃຫ້ສິ່ງກາລະບູຊາ ແລະ ຄວາມດີຄວາມງາມຕ່າງໆລົ້ມລະລາຍລົງກໍມີ. ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ: ນັກຂ່າວແມ່ນຜູ້ມີຄວາມຮັບຜິດຊອບສູງຕໍ່ກັບແຫລ່ງຂ່າວ ແລະ ຜົນກະທົບຕ່າງໆທີ່ຂ່າວຂອງຕົນໄດ້ໂຄສະນາໄປ. ສັງລວມແລ້ວ ເນື້ອໃນແທ້ຈິຂອງຈັນຍາບັນສື່ມວນຊົນມັນຕິດພັນກັບລັກສະນະຈຸດພິເສດ, ພາລະບົດບາດ, ທີ່ຕັ້ງ ແລະ ວິທີການເຄື່ອນໄຫວຂອງວິຊາອາຊີບໃນການເຮັດຂ່າວເປັນຕົ້ນຕໍ.
ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ: ສື່ມວນຊົນໄດ້ກາຍເປັນກະບອກສຽງອັນແຫລມຄົມຂອງພັກ, ລັດຖະບານ ແລະ ປະຊາຊົນ ທີ່ໄດ້ຕັ້ງໜ້າເຮັດວຽກງານນຳເອົາຂໍ້ມູນຂ່າວສານໄປສູ່ທົ່ວເປົ້າໝາຍ ທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ, ສາມາດຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດດ້ວຍຄວາມຈົງຮັກພັກດີ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າມີຄຸນນະພາບດີຂຶ້ນຕາມທິດທາງຂອງພັກໃນການນຳເອົາປະເທດຊາດອອກຈາກສະພາບດ້ອຍພັດທະນາ ແລະ ນຳເອົາປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ. ເວົ້າລວມແລ້ວ ສື່ມວນຊົນລາວໄດ້ຮັບການປັບປຸງຄວາມໄວ, ຮູບແບບ ແລະ ເນື້ອໃນຂອງຕົນທີ່ສາມາດຮັບປະກັນໄດ້ສີ່ລັກສະນະ, ສາມາດສ່ອງແສງເຫດການຕ່າງໆໄດ້ຢ່າງທັນການ, ຊັດເຈນ, ເລິກເຊິ່ງກວ້າງຂວາງ, ກວມເອົາທຸກບັນຫາ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນບັນດາເຜົ່າໄດ້ເປັນຢ່າງດີ. ສ່ວນວຽກງານການພິມຈຳໜ່າຍກໍແມ່ນການເຄື່ອນໄຫວໜຶ່ງດ້ານວຽກງານແນວຄິດອັນແຫລມຄົມຂອງພັກ ແລະ ແມ່ນການນຳເອົາສະຕິປັນຍາ ກໍຄືຜົນງານຄົ້ນຄວ້າປະດິດແຕ່ງ, ການແປຮູບພາບຕ່າງໆຂອງເຫລົ່ານັກຄົ້ນຄວ້າ, ນັກປະພັນມາເຜີຍແຜ່ໄດ້ຢ່າງກວ້າງຂວາງ ແລະ ກໍເຫັນໄດ້ວ່າຂະແໜງການດັ່ງກ່າວກໍສາມາດເຮັດສຳເລັດວຽກງານຂອງຕົນໂດຍດີຕະຫລອດມາ. ແຕ່ຄຽງຄູ່ກັນນັ້ນ ທັງສອງວຽກທີ່ກ່າວມານັ້ນກໍຍັງມີບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຄື: ເນື້ອໃນຂອງຜະລິດຕະພັນສື່ມວນຊົນ ແລະ ສິ່ງພິມເຖິງວ່າໄດ້ສ່ອງແສງທຸກຈິດໃຈຂອງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແຕ່ຍັງເຫັນວ່າບໍ່ທັນເລິກເຊິ່ງເທົ່າທີ່ຄວນ, ຍັງບໍ່ທັນຕອບຄຳຖາມ ຫລື ຄວາມສົນໃຈຂອງສັງຄົມໄດ້ຢ່າງທັນການ ແລະ ຄົບຖ້ວນ, ເນື້ອໃນຂອງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສິ່ງພິມທີ່ໃຫ້ຂໍ້ມູນຂ່າວສານ, ການສຶກສາອົບຮົມ ແລະ ນຳປະໂຫຍດຕົວຈິງແກ່ຜູ້ອ່ານ, ຜູ້ເບິ່ງ, ຜູ້ຟັງຍັງບໍ່ທັນອຸດົມສົມບູນທຽບໃສ່ເນື້ອໃນດ້ານການບັນເທີງ, ຮູບການຍັງມີບາງອັນບໍ່ທັນເໝາະສົມກັບແຕ່ລະເປົ້າໝາຍຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ ໂດຍສະເພາະຊາວໜຸ່ມ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ເຂດທຸກຍາກດ້ອຍໂອກາດ. ການກໍ່ສ້າງພະນັກງານສະໜອງໃຫ້ວຽກງານດັ່ງກ່າວຍັງມີຈຳນວນຈຳກັດ, ສ່ວນດ້ານເຕັກນິກ ແລະ ຄຸ້ມຄອງບໍລິຫານຍັງຂາດ, ບຸກຄະລາກອນດ້ານສື່ມວນຊົນ ແລະ ພິມຈຳໜ່າຍຢູ່ທ້ອງຖິ່ນຂັ້ນເມືອງຍັງບໍ່ພຽງພໍກັບຄວາມຕ້ອງການຂອງວຽກງານ ແລະ ອື່ນໆ.