ເຊີນຊວນມວນຊົນເຂົ້າຮ່ວມແຂ່ງຂັນລົດຖີບ ຊິງຂັນປະທານສູນກາງແນວລາວສ້າງຊາດ


ຂໍເຊີນຊວນມວນຊົນເຂົ້າຮ່ວມແຂ່ງຂັນລົດຖີບສາມັກຄີ ຊິງຂັນປະທານສູນກາງແນວລາວສ້າງຊາດ ສນຊ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງອົງການດັ່ງກ່າວ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020).
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໃຫ້ຮູ້ໃນວັນທີ 28 ກໍລະກົດນີ້ວ່າ: ສູນກາງແນວສ້າງຊາດ ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ແລະ ກໍາມະການແນວລາວສ້າງຊາດ ນະຄອນຫລວງວຽງຈັນ ຈະໄດ້ຈັດການແຂ່ງຂັນລົດຖີບສາມັກຄີຂຶ້ນໃນຕອນເຊົ້າວັນທີ 8 ສິງຫາທີ່ຈະມາເຖິງນີ້ ເຊິ່ງຈະເລີ່ມແຕ່ເວລາ 6:30 ໂມງເປັນຕົ້ນໄປ ໂດຍໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດທີ່ໜຶ່ງ ການຂີ່ລົດຖີບສາມັກຄີ (ແບບປວງຊົນ) ເສັ້ນທາງຈະເລີ່ມຈາກເດີ່ນທາດຫລວງ ໄປເຖິງອະນຸສາວະລີເຈົ້າຟ້າງຸ່ມ ແລະ ກັບຄືນໄປຈຸດເລີ່ມຕົ້ນ, ສ່ວນປະເພດສອງ ແມ່ນການແຂ່ງຂັນຊິງຂັນປະທານ ສນຊ ແບ່ງອອກເປັນ 3 ລຸ້ນຄື: ລຸ້ນທົ່ວໄປ, ລຸ້ນອາຍຸ 30-39 ປີ ແລະ ລຸ້ນອາຍຸ 40 ປີ ຂຶ້ນໄປ ເຊິ່ງມີໄລຍະທາງ 70 ກິໂລແມັດ ເລີ່ມຕົ້ນຈາກເດີ່ນທາດຫລວງ ແລະ ຈົບທີ່ເດີ່ນທາດຫລວງ.
ສະນັ້ນ, ເພື່ອເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ເປັນຂະບວນຟົດຟື້ນ ຈຶ່ງຂໍເຊີນຊວນບັນດາທ່ານການນໍາພັກ-ລັດ, ອົງການຈັດຕັ້ງມະຫາຊົນ ຕະຫລອດເຖິງພະນັກງານ-ລັດຖະກອນ, ກໍາມະກອນ, ທະຫານ, ຕໍາຫລວດ, ອົງການຈັດຕັ້ງສາກົນປະຈໍາລາວ ແລະ ປະຊາຊົນລາວບັນດາເຜົ່າໃນນະຄອນ ຫລວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງເຂົ້າຮ່ວມການແຂ່ງຂັນຄັ້ງນີ້ດ້ວຍ.