ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້

ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້ - 306 1 - ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້
ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້ - kitchen vibe - ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້

ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ (1624) ຮ່ວມກັບ ໂຮງແຮມ ລາວເທວ ວຽງຈັນ, ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ແລະ ຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ຈັດຕັ້ງໂຄງການ ຮ່ວມປັນຮັກ Better Together ຂຶ້ນ ເພື່ອລະດົມທຶນຊ່ວຍເຫລືອສ້າງໂຮງຮຽນປະຖົມ ຢູ່ບ້ານຫ້ວຍຕັ້ງນາຍ, ເມືອງກາສີ ແຂວງວຽງຈັນ ​ໂດຍຈະໄດ້ລະດົມທຶນຜ່ານງານແຟຊັນໂຊການກຸສົນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 29-30 ສິງຫາຈະ​ມາ​ເຖິງ​ນີ້ ທີ່ໂຮງແຮມລາວເທວ ວຽງຈັນ ເວລາ 18:00 ໂມງ ເປັນຕົ້ນໄປ ​ໂດຍຈະໄດ້ຂາຍບັດເຂົ້າຊົມໃນຈຳນວນຈຳກັດພຽງ 270​ ບັດເທົ່ານັ້ນ ດ້ວຍລາຄາ 300.000 ຫາ 500.000 ກີບ ​ເຊິ່ງຈະເລີ່ມເປີດໃຫ້ຈອງໃນອາທິດໜ້າ ​ແລະ​ ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ​ໄດ້ (+85620 2825 9924 ຫລື +85620 2301 0143).

ການ​ຖະ​ແຫລ​ງຂ່າວ​ເປີດ​ໂຄງການ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກໍລະກົດ​ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ປະທານ​ໂຄງການ​ຢືນຢັນ​ວ່າ: ເງິນທຸກກີບທີ່ລະດົມໄດ້ຈະນໍາໄປເປັນທຶນເພື່ອສ້າງໂຮງຮຽນປະຖົມບ້ານດັ່ງກ່າວ, ພ້ອມຕິດຕັ້ງອຸປະກອນຮັບໃຊ້ໃນການຮຽນ-ການສອນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເນື່ອງຈາກວ່າ​ເປັນໂຮງຮຽນເກົ່າແກ່ຊຸດໂຊມຫລາຍ.

ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດານັກທຸລະກິດ, ບັນດາບໍລິສັດ, ຫ້າງຮ້ານ, ສຳນັກງານ-ອົງການຕ່າງໆ, ຜູ້ໃຈບຸນທັງຫລາຍ ແລະ ທົ່ວສັງຄົມ ຊ່ວຍກັນຄົນລະເລັກລະໜ້ອຍ ເພື່ອເປັນທຶນກ້ອນໃຫຍ່ມາສ້າງໂຮງຮຽນຫລັງດັ່ງກ່າວໃຫ້ສຳເລັດ ເພື່ອສ້າງອະນາຄົດທີ່ສົດໃສໃຫ້ເດັກນ້ອຍ ຢູ່ເຂດຫ່າງໄກສອກຫລີກ.

ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້ - 3 - ຈະຈັດງານແຟຊັນໂຊການກຸສົນເພື່ອລະດົມທຶນຊ່ວຍສ້າງໂຮງຮຽນປະຖົມບ້ານຫ້ວຍຕັ້ງນາຍໃນທ້າຍເດືອນສິງຫານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!