ບໍ່ແກ້ວປະກາດລຶບລ້າງ 7 ໂຄງການທີ່ໄດ້ຮັບ ການອະນຸມັດໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ


ແຂວງບໍ່ແກ້ວພວມເລັ່ງແກ້ໄຂບັນຫາໂຄງການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບການອະນຸມັດລົງທຶນໄປແລ້ວ ແຕ່ບໍ່ຈັດຕັ້ງປະຕິບັດເຮັດໃຫ້ແກ່ຍາວເວລາ ແລະ ບໍ່ຖືກຕ້ອງ, ຄຽງຄູ່ກັບການກວດກາຄືນບັນດາໂຄງການລົງທຶນປູກກ້ວຍເພື່ອໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.
ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ເມື່ອບໍ່ດົນມານີ້ ເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດຫຼາຍວຽກງານສໍາຄັນ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍ່ແກ້ວນັບມື້ດີຂຶ້ນ. ຫນຶ່ງໃນນັ້ນແມ່ນການກວດກາຄືນບັນດາໂຄງການລົງທຶນພາຍໃນແຂວງທີ່ໄດ້ຮັບອະນຸຍາດລົງທຶນໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ ເຊິ່ງຖືເປັນການຈັບຈອງທີ່ແກ່ຍາວເວລາ, ກົດໜ່ວງຖ່ວງດຶງການພັດທະນາ ແລະ ເປັນການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງທາງແຂວງໄດ້ດໍາເນີນການກວດກາ ແລະ ລຶບລ້າງໄປແລ້ວ 7 ໂຄງການ. ພ້ອມກັນນີ້ ຍັງໄດ້ເຄື່ອນໄຫວກວດກາ ແລະ ຊຸກຍູ້ບັນດາໂຄງການລົງທຶນປູກກ້ວຍພາຍໃນແຂວງ 60 ບໍລິສັດ, ໃນນີ້ ພົບເຫັນມີພຽງ 13 ບໍລິສັດທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ. ດັ່ງນັ້ນ ຈິ່ງໄດ້ຊຸກຍູ້ໃຫ້ເຈົ້າຂອງໂຄງການປະກອບເອກະສານຄືນໃໝ່ໃຫ້ຖືກຕ້ອງ ເຮັດໃຫ້ມາຮອດປັດຈຸບັນຈໍານວນບໍລິສັດທີ່ລົງທຶນປູກກ້ວຍໄດ້ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນເພີ່ມຂຶ້ນເປັນ 38 ບໍລິສັດແລ້ວ, ສ່ວນທີ່ຍັງເຫລືອຍັງບໍ່ສາມາດແກ້ໄຂໄດ້ຍ້ອນເຈົ້າຂອງໂຄງການໄດ້ເດີນທາງກັບຄືນປະເທດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ລໍຖ້າຈົນກວ່າເຂົາເຈົ້າຈະກັບຄືນມາຈິ່ງຈະສາມາດດໍາເນີນຂັ້ນຕອນຕ່າງໆຕໍ່ໄປໄດ້.
ເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເນື້ອທີ່ປູກກ້ວຍຢູ່ແຂວງບໍ່ແກ້ວໄດ້ຫລຸດລົງຈາກ 11.000 ກວ່າເຮັກຕາໃນເມື່ອກ່ອນ ຍັງເຫລືອພຽງ 6.000 ກວ່າເຮັກຕາ. ສໍາລັບເນື້ອທີ່ທີ່ໄດ້ຢຸດເຊົາປູກກ້ວຍໄປແລ້ວ ທາງແຂວງໄດ້ຊຸກຍູ້ໃຫ້ປະຊາຊົນຫັນໄປປູກພືດຊະນິດອື່ນເປັນສິນຄ້າເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າເປັນຂະບວນກວ້າງຂວາງ ແລະ ໄດ້ຮັບຜົນດີສົມຄວນ.