ພຽງມື້ດຽວມີຜູ້ຕິດເຊື້ອໄຂ້ຍຸງລາຍ 67 ກໍລະນີ


ໃນວັນທີ 31 ກໍລະກົດນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ໃນວັນທີ 30 ກໍລະກົດ 2020 ສປປ ລາວ ເຮົາມີຜູ້ຕິດເຊື້ອທັງໝົດ 67 ກໍລະນີ.


ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ ວັນທີ 30 ກໍລະກົດ 2020 ທົ່ວປະເທດມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 4,105 ຄົນ, ໃນນັ້ນແຂວງທີ່ ຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນເຊິ່ງມີເຖິງ 935 ຄົນ, ແຂວງ ວຽງຈັນ 441 ກໍລະນີ, ບໍລິຄຳໄຊ 500 ກໍລະນີ ແລະ ແຂວງອັດຕະປື 366 ກໍລະນີ. ມີຜູ້ເສຍຊີວິດແລ້ວ 9 ຄົນ (ນະຄອນຫລວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ).


ດັ່ງນັ້ນ, ຕໍ່ສະພາບການດັ່ງກ່າວ ພວກເຮົາຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ “ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ” ແລະພ້ອມກັນປະຕິບັດ 5 ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເພື່ອສະກັດກັ້ນພະຍາດໄຂ້ຍຸງລາຍໃຫ້ຫລຸດລົງເທື່ອລະກ້າວ.