ບໍລິຄຳໄຊ ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍທຳອິດຂອງລາວ


ແຂວງບໍລິຄຳໄຊ ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນທາງການ ແລະ ເປັນແຂວງທຳອິດຂອງ ສປປ ລາວ ພາຍຫລັງທີ່ໄດ້ສຸມທຸກຄວາມພະຍາຍາມຂອງຊຸມຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດມາເປັນເວລາຫລາຍປີ ພາຍໃຕ້ການສະໜັບສະໜູນຂອງພາກລັດ ແລະ ອົງການອຸຍນີເຊັບ.


ພິທີປະກາດການຮັບຮອງໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາ ທາລະນະສຸກ, ທ່ານ ນາງ ບີອາເຕ ດັດສະເຕລ ຮັກສາການຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ບັນດາຫົວໜ້າພະແນກສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ພິທີປະກາດຮັບຮອງໃນຄັ້ງນີ້, ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ແລະ ເປັນຂີດໝາຍອັນໃໝ່ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍລິຄໍາໄຊ ທີ່ບໍ່ເຄີຍມີມາກ່ອນ, ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄື ການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງດ້ານສາທາລະນະສຸກ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ອຳ ນາດການປົກຄອງທຸກຂັ້ນ ກໍຄື ປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນຢູ່ພາຍໃນແຂວງບໍລິຄໍາໄຊ ທີ່ໄດ້ປະກອບສ່ວນຮ່ວມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຈົນໄດ້ຮັບໝາກຜົນສຳເລັດໃນຫລາຍດ້ານ ໂດຍສະເພາະແມ່ນການພັດທະນາວຽກງານສາທາລະນະສຸກໃນໄລຍະໃໝ່ ອັນເຮັດໃຫ້ສຸຂະ ພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ນັບມືນັບດີຂຶ້ນເທື່ອລະກ້າວ, ເຊິ່ງມັນສະແດງອອກເຖິງຄວາມສາມັກຄີອັນເປັນປຶກແຜ່ນ ແລະ ຄວາມເປັນເຈົ້າການຢ່າງຕັ້ງໜ້າຂອງທຸກພາກສ່ວນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ຈຶ່ງສາມາດບັນລຸຕາມລະດັບຄາດໝາຍທີ່ໃດ້ວາງໄວ້.
ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ສະແດງຄວາມຊົມເຊີຍການນໍາ ແລະ ປະ ຊາຊົນແຂວງບໍລິຄໍາໄຊ ທີ່ໄດ້ສູ້ຊົນພ້ອມກັນຈັດຕັ້ງປະຕິບັດ ຈົນໄດ້ຮັບຜົນສໍາເລັດເພື່ອບັນລຸເປົ້າໝາຍຢຸດຕິການຖ່າຍຊະຊາຍທົ່ວປະເທດໃນປີ 2025 ເຊິ່ງຈະຊ່ວຍໃຫ້ປະເທດກ້າວໄປອີກກ້າວໜຶ່ງ ພ້ອມທັງເປັນແບບຢ່າງທີ່ດີສໍາລັບແຂວງອື່ນໆ. ການຂາດສຸຂະອະນາໄມແມ່ນອຸປະສັກໃຫຍ່ຫລວງອັນໜຶ່ງ ສຳລັບການພັດທະນາປະເທດຊາດ ເພາະມັນສົ່ງຜົນກະທົບຕໍ່ກັບສຸຂະພາບ ແລະ ການສຶກສາຂອງປະຊາຊົນ ຂະນະດຽວກັນ ການຖ່າຍຊະຊາຍ ກໍແມ່ນສາເຫດຕົ້ນຕໍຂອງການເກີດພະຍາດທີ່ພົວພັນກັບນ້ຳເຊັ່ນ: ພະຍາດຖອກທ້ອງ ແລະ ອະຫິວາ, ຊຶ່ງນຳໄປສູ່ການຂາດສານອາຫານ ແລະເຮັດໃຫ້ເດັກເຕັ້ຍ.
ທ່ານ ນາງ ບີອາເຕ ດັດສະເຕລ ກ່າວວ່າ: ການຢຸດຕິການຖ່າຍຊະຊາຍ ແມ່ນບາດກ້າວໜຶ່ງເພື່ອນໍາໄປສູ່ການມີສຸຂະອະນາໄມຮອບດ້ານ. ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພາລະກິດນີ້, ໂດຍມີຊຸມຊົນເປັນເຈົ້າການ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ໃຫ້ການສະໜັບສະໜູນ. ພ້ອມກັນນັ້ນກໍໄດ້ເນັ້ນຕື່ມວ່າ ການປັບປຸງດ້ານສຸຂະອະນາໄມ ແລະ ປ່ຽນແປງພຶດຕິກຳທີ່ຖືກຕ້ອງຂອງແມ່ ແລະ ເດັກ ແມ່ນຈຳເປັນສຳລັບການເຕີບໂຕທີ່ດີ ແລະ ພັດທະນາການຂອງເດັກ.
ແຂວງບໍລິຄໍາໄຊ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຕ່ປີ 2014 ເປັນຕົ້ນມາ ເຊິ່ງສາມາດປະກາດເປັນບ້ານຢຸດຕິການຖ່າຍຊະຊາຍໄດ້ທັງໝົດ 291 ບ້ານໃນທົ່ວແຂວງ. ນັບແຕ່ປີ 2015 ສູນນ້ຳ ສະອາດ ແລະ ອານາໄມສິ່ງແວດລ້ອມພະແນກສາທາລະນະສຸກແຂວງ ແລະ ສະຫະພັນແມ່ຍິງແຂວງບໍລິຄຳໄຊ ຮ່ວມກັບອົງການອຸຍນິເຊບ ໄດ້ສະໜັບສະໜູນການສ້າງແຜນຢຸດຕິການຖ່າຍຊະຊາຍທົ່ວເມືອງຂຶ້ນແລະ ຈັດຕັ້ງປະຕິບັດ ໂດຍການມີສ່ວນຮ່ວມຂອງຄູ່ຮ່ວມງານ ຈາກຫລາຍຂະແໜງຂອງຂັ້ນແຂວງ ແລະ ເມືອງ ແລະ ມີປະຊາຊົນຫລາຍກວ່າ 300.000 ຄົນໄດ້ຮັບຜົນປະໂຫຍດ.