ນາຍົກລັດຖະມົນຕີຍິງທີ່ໜຸ່ມທີ່ສຸດໃນໂລກ ແຕ່ງງານກັບແຟນເກົ່າ ກ່ອນໜ້ານີ້ 16 ປີ


ນາຍົກລັດຖະມົນຕີຍິງຂອງ ຟີນແລນ, ທ່ານນາງ Sanna Marin ໄດ້ແຕ່ງງານກັບແຟນເກົ່າຂອງຕົນກ່ອນໜ້ານີ້ 16 ປີ, ຊຶ່ງທັງສອງໄດ້ພົບຮັກກັນໃນໄວ 18 ປີທັງຄູ່ ແລະ ໄດ້ມີລູກສາວຮ່ວມກັນໜຶ່ງຄົນ ອາຍຸ 2 ປີເຄິ່ງ ແຕ່ບໍ່ທັນໄດ້ແຕ່ງງານກັນ ແຕ່ຢູ່ຄຽງຂ້າງກັນມາຕະຫຼອດເວລາ.
ງານສົມລົດໄດ້ຈັດຂຶ້ນໃນວັນທີ 1 ສິງຫານີ້ເອງ, ຢູ່ທີ່ Kesärantaເຮືອນພັກສະເພາະໃຫ້ນາຍົກ. ສຳນັກຂ່າວສານ Daily Mail ໃຫ້ຮູ້ວ່າ: ເຂົ້າຮ່ວມງານວິວາຄັ້ງນີ້ມີແຂກຖືກເຊີນພຽງແຕ່ 40 ຄົນ ຊຶ່ງເປັນເພື່ອນມິດສະໜິດ ມິດສະຫາຍທີ່ຮັກແພງເທົ່ານັ້ນ.
ທ່ານນາງ Sanna Marin ໄດ້ເປັນນາຍົກລັດຖະມົນຕີຂອງຟີນແລນ ໃນເດືອນທັນວາ ປີກາຍ. ໃນເວລານັ້ນເຂົາໄດ້ຮັບນາມມະຍົດວ່າເປັນນາຍົກລັດຖະມົນຕີໜຸ່ມທີ່ສຸດໃນໂລກ, ມີອາຍຸພຽງ 34 ປີເທົ່ານັ້ນ. ແຕ່ຫຼັງຈາກນັ້ນກໍເສຍຕຳແໜ່ງໃຫ້ແກ່ ທ່ານ Sebastian Kurz ນາຍົກລັດຖະມົນຕີຂອງ ອອສເຕເລຍ. ເດືອນສິງຫານີ້ ທ່ານຈະມີອາຍຸຄົບຮອບ 34 ປີເທົ່ານັ້ນ.
ຂ່າວ: ລູກເມືອງພວນ