ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ

ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ - 43 - ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ
ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ - kitchen vibe - ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 3-5 ສິງຫາ​ນີ້ ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕໍ່າ​ຈະ​ພາດ​ຜ່ານ​ພາກ​ເໜືອ​ຂອງ​ປະ​ເທດ​ລາວ, ສົມທົບ​ກັບ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່ ​ເຊິ່ງຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ​ຢູ່​ທົ່ວ​ໄປ​ໃນ​ແຕ່​ລະ​ພາກ. ຈາກ​ນັ້ນ ວັນ​ທີ 6-9 ສິງຫາ ລົມ​ມໍ​ລະ​ສົມ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຈະ​ມີ​ກຳລັງ​ປານ​ກາງ​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່ ​ເຊິ່ງຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ພາກ​ເໜືອ​ລົງ​ຫາ​ພາກ​ກາງ ​ແລະ ພາກ​ໃຕ້ ພ້ອມ​ຈະ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ.

ສຳລັບ​ການ​ຄາດ​ຄະ​ເນ​ສະພາບ​ອາກາ​ດຢູ່​ແຕ່​ລະ​ພາກ: ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ວັນ​ທີ 3-5 ສິງຫາ ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອ​ບທົ່ວ​ໄປ ​ແລະ ຕົກ​ປານ​ກາງ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ຜົ້ງສາລີ, ຫົວພັນ​ ​ແລະ ຊຽງ​ຂວາງ. ຈາກ​ນັ້ນວັນ​ທີ 6-9 ສິງຫາ ຝົນ​ຍັງ​ຈະ​ສືບ​ຕໍ່ຕົກ​ເປັນ​ບໍລິ​ເວນ​ກວ້າງ​ຕື່ມ​ອີກ. ອຸນຫະພູມ​ຕໍ່າ​ສຸດ 19-22 ອົງສາ ​ແລະ ສູງ​ສຸດ 28-30 ອົງສາ; ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ ​ແຕ່ວັນ​ທີ 3-5 ສິງຫາ ມີ​ເຝື້ອປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ເປັນ​ບາງ​ໂອກາດ​ຢູ່​ແຂວງ​ຫລວງ​ນ້ຳທາ, ບໍ່​ແກ້ວ, ອຸດົມ​ໄຊ, ຫລວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ. ຈາກ​ນັ້ນວັນ​ທີ 6-9 ສິງຫາ ຝົນ​ຍັງ​ສືບ​ຕໍ່​ຕົກ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ. ອຸນຫະພູມ​ຕໍ່າ​ສຸດ 22-24 ອົງສາ ​ແລະ ສູງ​ສຸດ 34-36 ອົງສາ; ພາກ​ກາງ ວັນ​ທີ 3-9 ສິງຫາ ມີ​ເຝື້ອກປົກ​ຄຸມ​ເປັນ​ສ່ວນ​ຫລາຍ ​ແລະ ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ ພ້ອມ​ຈະ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ. ອຸນຫະພູມ​ຕໍ່າ​ສຸດ 25-27 ອົງສາ ​ແລະ ສູງ​ສຸດ 34-36 ອົງສາ; ສະ​ເພາະ​ແຂວງ​ໄຊ​ສົມບູນ, ​ເຂດ​ຫລັກ 20, ​ເມືອງ​ວຽງ​ທອງ ​ແລະ ​ເມືອງ​ນາ​ກາຍ ​ໃນ​ວັນ​ທີ 3-9 ສິງຫາ ມີ​ເຝື້ອປົກ​ຄຸມ​ເປັນ​ສ່ວນ​ຫລາຍ ​ແລະ ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ຫາ​ຕົກ​ປານ​ກາງ​ຢູ່​ທົ່ວ​ໄປ ພ້ອມ​ຈະ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ບໍລິ​ເວນ. ອຸນຫະພູມ​ຕໍ່າ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 25-27 ອົງສາ; ພາກ​ໃຕ້ ​ໃນ​ວັນ​ທີ 3-9 ສິງຫາ ມີ​ເຝື້ອປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້​​​າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ສາລະ​ວັນ, ຈຳປາ​ສັກ, ​ເຊ​ກອງ ​ແລະ ອັດ​ຕະປື. ອຸນຫະພູມ​ຕໍ່າ​ສຸດ 24-25 ອົງສາ ​ແລະ ສູງ​ສຸດ 34-36 ອົງສາ; ສະ​ເພາະ​ເຂດ​ພູ​ພຽງ​ບໍລະ​ເວນ ມີ​ເຝື້ອປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້​າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ ​ແລະ ຕົກ​ໜັກ​ ພ້ອມ​ຈະ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ບໍລິ​ເວນ. ອຸນຫະພູມ​ຕໍ່າ​ສຸດ 13-15 ອົງສາ ​ແລະ ສູງ​ສຸດ 25-27 ອົງສາ. ສໍາລັບ​ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 3-9 ສິງຫາ ອາກາດ​ຮ້ອນ, ມີ​ເຝື້ອຂະຫຍາຍຕົວ​ຫລາຍ​ຂຶ້ນ​ໃນ​ຕອນ​ບ່າຍ ​ແລະ ຍັງ​ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫລື້ອມ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ບໍລິ​ເວນ​ເປັນ​ບາງ​ໂອກາດ. ອຸນຫະພູມ​ຕໍ່າ​ສຸດ 24-26 ອົງສາ ​ແລະ ສູງ​ສຸດ 33-35 ອົງສາ.

ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ - Visit Laos Visit SALANA BOUTIQUE HOTEL - ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ
ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ - 3 - ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!