“ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ”

"ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ" - Time fo an Adventure 2020 08 11T151913 - “ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ”
"ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ" - kitchen vibe - “ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ”

ພາຍຫຼັງເຂົ້າເປັນສະມາຊິກ ອາຊຽນ ເປັນເວລາ 23 ປີ, ລາວ ບັນລຸໄດ້ຜົນງານ ແລະ ຜົນປະໂຫຍດຫຼາຍຢ່າງ ຜ່ານການເຂົ້າຮ່ວມບັນດາວິວັດທະນາການລວມຂອງ ອາຊຽນ ຢ່າງຄົບຖ້ວນ ແລະ ຕັ້ງໜ້າ ບົນຈິດໃຈມີຄວາມຮັບຜິດຊອບສູງ, ສິ່ງດັ່ງກ່າວ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ແລະ ວັນລາວເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 23 ປີ, ທ່ານ ສະເຫຼີມໄຊ ກົມມະສິດ – ລັດຖະມົນຕີ ຕ່າງປະເທດ ສປປ.ລາວ ໄດ້ເນັ້ນໜັກວ່າ: “ອາຊຽນ ແມ່ນພາກພື້ນທີ່ມີສັນຕິພາບ ແລະ ສະຖຽນລະພາບມາແຕ່ດົນນານ ດ້ວຍບັນດາຜົນງານດີເດ່ັ່ນທີ່ບັນລຸໄດ້ໃນການຮ່ວມມືດ້ານເສດຖະກິດ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ ອາຊຽນ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາ ເສດຖະກິດ – ສັງຄົມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ອາຊຽນ”.

"ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ" - Visit Laos Visit SALANA BOUTIQUE HOTEL - “ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ”

ຜົນສຳເລັດຂອງອາຊຽນ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ໂດຍສາກົນ, ໂດຍສະເພາະແມ່ນບົດບາດໃຈກາງຂອງອາຊຽນ, ຄວາມເປັນຜູ້ນຳຂອງອາຊຽນ ແລະ ຄວາມເຫັນດີເຫັນພ້ອມຂອງອາຊຽນ ແມ່ນຫຼັກການພື້ນຖານທີ່ນຳມາເຊິ່ງຜົນສຳເລັດທຸກຢ່າງ ແລະ ການພົວພັນຕ່າງປະເທດດັ່ງກ່າວ.

ຕາມທ່ານ ສະເຫຼີມໄຊ ກົມມະສິດ ແລ້ວ, ໃນປີ 2020 ອາຊຽນ ແລະ ຫລາຍໆພາກພື້ນໃນໂລກພວມປະເຊີນ​​ໜ້າກັບສິ່ງທ້າທາຍຫຼາຍຢ່າງ ຈາກໄພທຳມະຊາດ ແລະ ການລະບາດຂອງພະຍາດ COVID-19, ເຊິ່ງກໍ່ໃຫ້ເກີດຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ທົ່ວໂລກ.

ປີ 2020, ເຖິງວ່າ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບໄພພິບັດທໍາມະຊາດ ແລະ ໂລກລະບາດໂຄວິດ – 19 ກໍຕາມ, ແຕ່ອາຊຽນໄດ້ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ບົນເນື້ອໃນຈິດໃຈຂອງຫົວຂໍ້ ໂດຍຫວຽດນາມ – ປະເທດປະທານ ອາຊຽນ 2020 ໄດ້ວາງອອກ, ນັ້ນແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ທ່ານ ສະເຫຼີມໄຊ ກົມມະສິດ – ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ກ່າວວ່າ ພາຍຫຼັງ 23 ປີທີ່ປະເທດ ສປປ.ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ, ລາວໄດ້ບັນລຸຜົນສຳເລັດ ແລະ ຜົນປະໂຫຍດຫຼາຍຢ່າງໂດຍຜ່ານການເຂົ້າຮ່ວມຢ່າງເຕັມທີ່ ແລະ ມີຄວາມຮັບຜິດຊອບຕັ້ງໜ້າສູງໃນຂະບວນການລວມຂອງອາຊຽນ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດລາວ. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນ: “ການເຂົ້າເປັນສະມາຊິກອາຊຽນ ໄດ້ເສີມຂະຫຍາຍບົດບາດຂອງປະເທດລາວ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.”

"ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ" - 3 - “ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!