ຣັດເຊຍອະນຸມັດໃຊ້ວັກແຊງໂຄວິດ-19 ປະເທດທຳອິດຂອງໂລກ


ປະທານາທິບໍດີ ວະລາດິເມຍ ປູຕິນ ປະກາດຂ່າວດີໃນກອງປະຊຸມຄະນະລັດຖະບານ ວັນທີ 11 ສິງຫານີ້ ໂດຍຢືນຢັນວ່າກະຊວງສາທາລະນະສຸກຣັດເຊຍໄດ້ຂຶ້ນທະບຽນອະນຸມັດການໃຊ້ວັກແຊງໂຄວິດ-19 ຢ່າງເປັນທາງການເປັນປະເທດທຳອິດຂອງໂລກ ຫລັງໃຊ້ເວລາທົດລອງໃນຄົນບໍ່ຮອດ 2 ເດືອນ. ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານໃນຣັດເຊຍ ແລະ ຕ່າງປະເທດຕ່າງກັງວົນເລື່ອງຄວາມປອດໄພ ເນື່ອງຈາກການທົດລອງໄລຍະ 3 ຍັງບໍ່ສຳເລັດ.
“ມື້ນີ້ເປັນຄັ້ງທຳອິດໃນໂລກທີ່ວັກແຊງຕ້ານໄວຣັສໂຄໂຣນາ 2019 ໄດ້ຮັບການຂຶ້ນທະບຽນໃນຣັດເຊຍ” ທ່ານ ປູຕິນ ກ່າວ.
ຜູ້ນຳຣັດເຊຍກ່າວດ້ວຍຄວາມໝັ້ນໃຈວ່າ: ວັກແຊງດັ່ງກ່າວ ເຊິ່ງພັດທະນາໂດຍສະຖາບັນກາມາເລຍາ ໃນນະຄອນຫລວງມົດສະກູ ຜ່ານການພິສູດປະສິດທິພາບທີ່ຈຳເປັນແລ້ວໃນລະຫວ່າງການທົດລອງ ແລະ ສາມາດສ້າງພູມຄຸ້ມກັນທີ່ຍືນຍົງ ເພື່ອປ້ອງກັນໄວຣັສໂຄໂຣນາອັນເປັນຕົ້ນຕໍຂອງພະຍາດໂຄວິດ-19 ໄດ້.
ຂະນະທີ່ທ່ານເປີດເຜີຍວ່າ: ໜຶ່ງໃນລູກສາວທັງ 2 ຄົນຂອງທ່ານກໍໄດ້ເຂົ້າຮ່ວມທົດລອງວັກແຊງເຊັ່ນກັນ ໂດຍໄດ້ຮັບການສັກວັກແຊງ 2 ເຂັມ ແລະ ຍັງມີສຸຂະພາບແຂງແຮງດີ ເຊິ່ງໃນການສັກມື້ທຳອິດນັ້ນມີອຸນຫະພູມຮ່າງກາຍສູງຂຶ້ນປະມານ 38 ອົງສາ, ແຕ່ໃນມື້ທີສອງ ພົບວ່າອຸນຫະພູມຫລຸດລົງມາເຫລືອປະມານ 37 ອົງສາ ກ່ອນຈະເຊົາເປັນປົກກະຕິ.
ທັງນີ້, ທາງການຣັດເຊຍລະບຸວ່າ: ກຸ່ມບຸກຄະລາກອນທາງການແພດ, ຄູ ແລະ ປະຊາຊົນໃນກຸ່ມສ່ຽງອື່ນໆ ຈະເປັນກຸ່ມທຳອິດທີ່ໄດ້ຮັບການສັກວັກແຊງ ເຊິ່ງທ່ານ ປູຕິນ ເນັ້ນວ່າ: ການເຂົ້າຮັບການສັກວັກແຊງນັ້ນຈະເປັນໄປດ້ວຍຄວາມສະໝັກໃຈ ແລະ ບໍ່ມີການບັງຄັບ.
ສ່ວນການຜະລິດວັກແຊງໃນປະລິມານຫລາຍນັ້ນຈະເລີ່ມຕົ້ນໄດ້ໃນເດືອນກັນຍາ. ຂະນະທີ່ການໃຫ້ວັກແຊງແບບໝູ່ແກ່ປະຊາຊົນຈຳນວນຫລາຍອາດເລີ່ມຕົ້ນໄດ້ໃນເດືອນຕຸລາ.
ເຖິງຢ່າງໃດກໍຕາມ, ການອະນຸມັດໃຊ້ວັກແຊງໂຄວິດ-19 ທັງທີ່ຍັງບໍ່ສຳເລັດການທົດລອງວັກແຊງໃນຄົນໃນໄລຍະທີ 3 ເຮັດໃຫ້ຜູ້ຊ່ຽວຊານຊາວຣັດເຊຍ ແລະ ຕ່າງປະເທດອອກມາເຕືອນ ແລະ ຕັ້ງຂໍ້ສັງເກດເຖິງຄວາມປອດໄພ ແລະ ປະສິດທິພາບຂອງວັກແຊງ ເຊິ່ງຕາມປົກກະຕິແລ້ວ ການທົດລອງວັກແຊງໃນຄົນໄລຍະທີ 3 ຈະຕ້ອງໃຊ້ເວລາຫລາຍເດືອນກັບການທົດລອງໃນກຸ່ມຕົວຢ່າງຫລາຍພັນຄົນ.