ໄຂຄວາມຂ້ອງໃຈກ່ຽວກັບນັກສຶກສາລາວຈຳນວນ 53 ຄົນຢູ່ກວາງຈິ ລັກກັບມາປະເທດ


ພາຍຫລັງມີແຈ້ງການຈາກກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດນາມ ລາຍງານວ່າມີນັກສຶກສາລາວທີ່ກຳລັງສຶກສາຢູ່ວິທະຍາໄລແພດສາດ, ແຂວງກວາງຈິ, ສສ ຫວຽດນາມຈຳນວນ 53 ຄົນລັກກັບເຂົ້າມາລາວ ໂດຍບໍ່ໄດ້ຮັບອະນຸຍາດຈາກກົງສູນ ແລະ ອົງກອນກ່ຽວຂ້ອງໃດໆນັ້ໜ, ອັນໄດ້ສ້າງຄວາມແຕກຕື່ນ ແລະ ກັງວົນໃຈຂອງສັງຄົມກ່ຽວກັບການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຈະບໍ່ປະສິດທິຜົນ.
ຕໍ່ບັນຫານີ້ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມພະຍາດດັ່ງກ່າວໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ ລາວພັດທະນາ ວ່າ: ສຳລັບນັກສຶກສາລາວຈຳນວນ 53 ຄົນ ທີ່ລັກກັບເຂົ້າມາລາວ ໃນວັນທີ 17 ກໍລະກົດ ຜ່ານມານັ້ນ, ໂດຍຜ່ານດ່ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ພວກເຂົາໄດ້ພາກັນລັດຂຶ້ນລົດ, ແລ້ວໄປລົງຄິວລົດຊາຍແດນ ຫລັງຈາກນັ້ນກໍເດີນທາງໄປຍັງທ້ອງຖິ່ນ ຂອງຕົນເຊິ່ງປະກອບມີ: ແຂວງສະຫວັນນະເຂດ 41 ຄົນ, ຄຳມ່ວນ 4 ຄົນ, ສາລະວັນ 5 ຄົນ, ສ່ວນອີກ 3 ຄົນ ແມ່ນກໍາລັງລົງຄົ້ນຫາ ເພື່ອຕິດຕາມ ແລະ ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດ; ທັງໝົດແມ່ນບໍ່ມີິອາການຫຍັງ.
ສ່ວນ ນັກສຶກສາຈໍານວນ 49 ຄົນ ຈາກແຂວງສະຫວັນນະເຂດ, ຄໍາມ່ວນ ແລະ ສາລະວັນນັ້ນພາຍຫລັງກັບມາຮອດບ້ານ ພວກກ່ຽວໄດ້ກັກໂຕເອງຢູ່ແຕ່ໃນເຮືອນຈົນຄົບ 14 ວັນ, ບໍ່ໄດ້ອອກໄປໃສ, ບໍ່ມີອາການຫຍັງ ແລະ ຄົນພາຍໃນຄອບຄົວ ແມ່ນແຂງແຮງດີ. ແຕ່ບໍ່ທັນເກັບຕົວຢ່າງມາກວດຊອກຫາ COVID-19 ເນື່ອງຈາກ ທີມງານຫາກໍ່ໄດ້ຮັບຂໍ້ມູນວ່າ ພວກກ່ຽວເຂົ້າມາ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ, ມີພຽງນັກສຶກສາ 1 ຄົນ ເຊິ່ງມີຖິ່ນຖານຢູ່ແຂວງຄຳມ່ວນ ພາຍຫລັງເຂົ້າມາຜ່ານດ່ານແດນສະຫວັນແລ້ວ, ຜູ້ກ່ຽວໄດ້ໄປລາຍງານໂຕໃຫ້ຂະແໜງການກ່ຽວຂ້ອງຮັບຮູ້ ແລະ ຖືກກັກບໍລິເວນຢູ່ສູນຫລັກ 4, ແຂວງສະຫວັນນະເຂດ ຈົນຄົບກໍານົດ 14 ວັນພ້ອມທັງເກັບຕົວຢ່າງກວດຊອກຫາ COVID-19 ຜົນກວດແມ່ນບໍ່ພົບເຊື້ອ.
ຕໍ່ກັບບັນຫານີ້, ທາງໜ່ວຍງານໄດ້ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ, ເພື່ອຈະໄດ້ກັກຕົວ 14 ວັນ ແລະ ກວດຊອກຫາເຊື້ອພະຍາດທຸກຄົນ ເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວມີປະສິດທິຜົນ ແລະ ຖ້າຫາກບຸກຄົນໃດເຂົ້າມາລາວໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ ຈະຖືກລົງໂທດ ແລະ ປັບໄໝຕາມລະບຽບກົດໝາຍບ້ານເມືອງ.