ນ້ອງຊາຍຂອງ ທຣຳ ເສຍຊີວິດມື້ຄືນນີ້ແລ້ວ


ຂ່າວຈາກ vnExpress ໃຫ້ຮູ້ວັນທີ 16 ສິງຫານີ້ວ່າ: ປະທານາທິບໍດີ ທຣຳ ຢືນຢັນວ່ານ້ອງຊາຍຂອງເຂົາ Robert Trump ໄດ້ເສຍຊີສິດແລ້ວໃນຄໍ່າຄືນຂອງວັນທີ 15 ສິງຫານີ້ ພາຍຫຼັງປິ່ນປົວຢູ່ໂຮງໝໍໄດ້ໄລຍະໜຶ່ງ.
ທຣຳ ໃຫ້ຮູ້ຢູ່ໃນການປະກາດມື້ວານນີ້ວຫນທີ 15 ສິງຫາວ່າ: “ຂ້ອຍຮູ້ສຶກເສຍໃຈຫຼາຍໃນເມື່ອຮູ້ຂ່າວວ່າ Robert ນ້ອງຊາຍຜູ້ທີ່ແສນຮັກຂອງຕົນເສຍຊີວິດ. ເຂົາບໍ່ສະເພາະແຕ່ເປັນນອ້ງຊາຍ ແຕຫາກ່ຍັງເປັນເພື່ອນທີ່ຮັກທີ່ສຸດຂອງຂ້ອຍ. ຂ້ອຍຄິດຮອດເຂົາຫຼາຍ ແຕ່ເຖິງຢ່າງໃດກໍດີ ພວກຂ້ອຍຍັງຈະໄດ້ພົບກັນຢູ່. ຄວາມຊົງຈຳກັບເຂົາຍັງຈະຢູ່ໃນດວງໃຈຂອງຂ້ອຍຕະຫຼອດໄປ. Robert ເອີຍ ອ້າຍຮັກເຈົ້າ. ຈົຫຼັບຕາໃຫ້ສະນິດເທີ້ນ”
ທຣຳ ບໍ່ໄດ້ໃຫ້ຮູ້ສາເຫດຂອງການເສຍຊີວິດ. ກ່ອນໜ້ານັ້ນ ທຣຳ ໃຫ້ຮູ້ວ່າ ນ້ອງຊາຍກຳລັງຕົກຢູ່ໃນສະພາບການທີ່ໜ້າເປັນຫວ່ງ ດ້ວຍພະຍາດຂອງຜູ້ກ່ຽວ.
ຜູ້ຊ່ວຍວຽກຂອງ ທຣຳ ໃຫ້ຮູ້ວ່າ: ທຣຳ ຈະໄປຮ່ວມພິທີຊາປະນະກິດສົບນ້ອງຊາຍ, ເຖິງແມ່ນວ່າ ຈະຫຍຸ້ງຍາກກັບການໂຄສະນາເລືອກຕັ້ງປະທານາທິບໍດີປານໃດກໍຕາມ. ນ້ອງຊາຍຂອງເຂົາເສຍຊີວິດໃນໄວ 72 ປີ.
ຂ່າວ: ລູກເມືອງພວນ